Homeຂ່າວຕ່າງປະເທດສະຖານທູດສະຫະລັດ ແລະ ອັງກິດ ປະກາດເຕືອນພົນລະເມືອງຢູ່ໄທ ໃຫ້ເພີ່ມຄວາມລະມັດລະວັງ

ສະຖານທູດສະຫະລັດ ແລະ ອັງກິດ ປະກາດເຕືອນພົນລະເມືອງຢູ່ໄທ ໃຫ້ເພີ່ມຄວາມລະມັດລະວັງ

Published on

us-uk-flags

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ສິງຫານີ້ວ່າ ສະຖານເອກອັກຄະລັດຖະທູດສະຫະລັດອາເມຣິກາ ແລະ ສະຖານເອກອັກຄະລັດຖະທູດອັງກິດ ປະຈຳຣາຊະອານາຈັກໄທ ໄດ້ປະກາດແຈ້ງເຕືອນພົນລະເມືອງຂອງຕົນທີ່ອາໄສຢູ່ໃນປະເທດໄທ ຫລັງຈາກເກີດເຫດລະເບີດຢູ່ 4 ແຍກຣາຊະປະສົງ ນະຄອນຫລວງບາງກອກ ໃນມື້ວານນີ້ (17 ສິງຫາ) ໂດຍທັງ 2 ປະເທດ ໄດ້ເຕືອນພົນລະເມືອງຂອງຕົນເອງ ໃຫ້ຕິດຕາມຂ່າວສານຢ່າງໃກ້ຊິດ ແລະ ຫລີກລ່ຽງການເດີນທາງເຂົ້າໄປໃນພື້ນທີ່ເກີດເຫດ ພ້ອມທັງໃຫ້ເພີ່ມຄວາມລະມັດລະວັງໃນການເດີນທາງໄປສະຖານທີ່ຕ່າງໆໃນໄທ ໂດຍໄດ້ແນະນຳໃຫ້ໄປລົງທະບຽນສະແດງຕົນກັບທາງສະຖານທູດອີກດ້ວຍ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...