spot_img
Homeຂ່າວເຫດການມອບ - ຮັບໜ້າທີ່ ລັດຖະມົນຕີວ່າການກະຊວງພາຍໃນຄົນໃໝ່

ມອບ – ຮັບໜ້າທີ່ ລັດຖະມົນຕີວ່າການກະຊວງພາຍໃນຄົນໃໝ່

Published on

asang1

ຂປລ. ພິທີມອບຮັບໜ້າທີ່ ລະຫວ່າງ ທ່ານໄຊສີ ສັນຕິວົງ ກຳມະການສູນກາງພັກ, ​ເລຂາຄະນະພັກ, ລັດຖະມົນຕີວ່າການ ກະຊວງພາຍໃນ (ຜູ້ເກົ່າ) ​ເຊິ່ງຈະໄດ້ໄປ ຮັບໜ້າທີ່ໃໝ່ ຢູ່ຄະນະຈັດຕັ້ງສູນກາງພັກແລະ ທ່ານ ຄຳໝັ້ນ ສູນວິເລີດ ກຳມະການສູນກາງພັກ, ​ເລຂາຄະນະພັກ, ລັດຖະມົນຕີວ່າການ ກະຊວງພາຍໃນ (ຜູ້ໃໝ່) ​ໄດ້ຈັດຂຶ້ນ ໃນວັນທີ 17 ສິງຫາ 2015 ທີ່ກະຊວງດັ່ງກ່າວໂດຍມີ ທ່ານ ອາຊາງ ລາວລີ ກຳມະການ ກົມການເມືອງ ສູນກາງພັກ, ຮອງນາ ຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານ ການປົກຄອງ, ມີບັນດາລັດຖະມົນຕີ ຊ່ວຍວ່າການ, ຄະນະພັກ, ຫົວໜ້າກົມຮອງກົມ, ຫົວໜ້າພະແນຮອງພະແນກ ຕະຫລອດຮອດ ພະນັກງານລັດຖະກອນ ພາຍໃນກະຊວງ ເຂົ້າຮ່ວມ.

ເພື່ອສືບຕໍ່ຊີ້ນຳນຳພາແລະ ຄຸ້ມຄອງບໍລິຫານ ວຽກງານຂອງ ກະຊວງພາຍໃນ ກໍຄື ຂະແໜງພາຍໃນ​ ​ໃນທົ່ວປະເທດ ທີ່ການຈັດຕັ້ງພັກລັດຖະບານ ມອບໝາຍໃຫ້ ທັງປະຕິບັດພາລະບົດບາດ, ໜ້າທີ່ແລະ ຂອບເຂດສິດ ຂອງກະຊວງພາຍໃນ ໃຫ້ປະສົບຜົນສຳເລັດນັ້ນ, ທ່ານ ອາຊາງ ລາວລີໄດ້ໃຫ້ກຽດໂອ້ລົມຕໍ່ພິທີວ່າ: ການມອບຮັບໜ້າທີ່ລະຫວ່າງລັດຖະມົນຕີວ່າການກະຊວງພາຍໃນຜູ້ເກົ່າແລະ ຜູ້ໃໝ່ໃນຄັ້ງນີ້ແມ່ນມີຄວາມສຳຄັນເປັນຢ່າງຍິ່ງເພາະເປັນໄລຍະທ້າຍສະໄໝ ຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍຄືແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ VII ທີ່ລັດຖະມົນຕີວ່າການຜູ້ໃໝ່ ຈະໄດ້ສືບຕໍ່ນຳພາ, ຜັນຂະຫຍາຍເນື້ອໃນຈິດໃຈດັ່ງກ່າວ ໃຫ້ປາກົດຜົນເປັນຈິງ.

ໄປພ້ອມໆກັນນີ້, ທ່ານລັດຖະມົນຕີວ່າການຜູ້ໃໝ່ຕ້ອງໄດ້ເອົາໃຈໃສ່ນຳພາເຕົ້າໂຮມຄວາມສາມັກຄີ ໃນໝູ່ຄະນະ, ຄວາມສາມັກຄີພາຍໃນ ພະນັກງານລັດຖະກອນ ໃຫ້ແໜ້ນແຟ້ນ; ​ເອົາໃຈໃສ່ສຶກສາອົບຮົມ ການເມືອງແນວຄິດ ພະນັກງານການນຳທຸກຂັ້ນ ລວມທັງພະນັກງານລັດຖະກອນ ທົ່ວກະຊວງ ໃຫ້ມີທັດສະນະຫລັກໝັ້ນ ການເມືອງໜັກແໜ້ນ, ບໍລິການຮັບ​​ໃຊ້ປະຊາຊົນ ດ້ວຍຄວາມໂປ່ໃສ, ວ່ອງໄວ; ສ້າງໃຫ້ພະນັກງານ ມີສະຕິເຄົາລົບລະບຽບ​-ກົດໝາຍ, ມີສະຕິຕໍ່ການຈັດຕັ້ງ; ​ເພີ່​ມທະວີ​ຄວາມ​ຮັບຜິດຊອບ​ ຕໍ່​ການ​ນຳພາ​ວຽກ​ງານ​ພະນັກງານ ນັບ​ແຕ່​ຂອດ​ການ​ສ້າງ​ແຜນ​ກຳ​ນົດ ພະນັກງານ, ການ​ບັນຈຸ​ຊັບຊ້ອນ, ນຳ ​ໃຊ້, ປະຕິບັດ​ນະ​ໂຍບາຍ, ປະຕິບັດ​ວິ​ໄນ ​ແລະ ​ແກ້​ໄຂ​ປາກົດການ​ຫຍໍ້​ທໍ້​ຕ່າງໆ ທີ່​ເກີດ​ຂຶ້ນ​ກັບ​ ສະມາຊິກ​ພັກ-ພະນັກງານ​ ໃນ​ຂົງ​ເຂດ​ທີ່​ຕົນ​ຮັບຜິດຊອບ ​ແລະ ອື່ນໆ ລວມທັງ​ການ​ພົວພັນ​ຮ່ວມ​ມື​ ກັບ​ຕ່າງປະ​ເທດ ກໍ​ຄື ​ບັນດາ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ ​ແລະ ປະ​ເທດ​ອື່ນໆ ​ເພື່ອ​ຍາດ​ແຍ່ງ​ເອົາ​ບົດຮຽນ ​ແລະ ການ​ຊ່ວຍ​ເຫລືອ​ເຂົ້າ​ໃນ ​ການ​ຍົກ​ລະດັບ​ວຽກ​ງານ ​ວິຊາ​ສະ​ເພາະ​ຂອງ​ຕົນ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...