spot_img
Homeຂ່າວພາຍ​ໃນລັດຖະບານລາວເປີດໂອກາດໃຫ້ນັກລົງທຶນຈີນ ແລະ ອາຊຽນ ມາລົງທຶນຢູ່ລາວຫລາຍຂື້ນ

ລັດຖະບານລາວເປີດໂອກາດໃຫ້ນັກລົງທຶນຈີນ ແລະ ອາຊຽນ ມາລົງທຶນຢູ່ລາວຫລາຍຂື້ນ

Published on

fri6sep6

ໃນ​ລະຫວ່າງການເປີດງານ​ວາງສະ​ແດງ​ສິນຄ້າ ​ຈີນ-ອາ​ຊຽນ ຄັ້ງທີ 10 ທີ່​ນະຄອນ​ໜານ​ໜິງ ​ແຂວງ​ກວາງຊີ ສປ ຈີນ ​ວັນ​ທີ 3 ກັນຍາ 2013 ທ່ານ ທອງ​ສິງ​ ທຳ​ມະ​ວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ໄດ້​ກ່າວວ່າ: ລັດຖະບານ ສາທາລະນະ​ລັດ ປະ ຊາທິປະ​ໄຕ ປະຊາຊົນ​ລາວ ມີ​ນະ​ໂຍບາຍ​ເປີດ​ກວ້າງ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ ​ໃນຂະ​ ແໜງ​ການຕ່າງໆຫຼາຍ ​ຂຶ້ນຊຶ່ງ​ມີ​ກົດໝາຍສົ່ງ​ ເສີມ​ການ​ລົງທຶນ ແລະ ກົດໝາຍອື່ນໆ​ ເພື່ອຮັບ ຮອງ​ໃນ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ ​ຢູ່​ ສປປ ລາວ. ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ​ທຳ​ມະ​ວົງ ຍັງໄດ້​ເຊີນຊວນ​ບັນດາ​ນັກທຸ ລະກິດ​ຈາກ ສປ ຈີນ ແລະ ບັນດາ​ນັກທຸລະກິດຈາກ​ປະ​ເທດອາ​ຊຽນ ເຂົ້າ​ໄປ​ສຶກສາ ຄົ້ນ​ຄ້ວາຫາໂອກາດ​ການລົງ ທຶນໃນ​ຂະ​ແໜງ​ການ​ຕ່າງໆ ແລະ ລັດຖະບານ​ກຽມພ້ອມ​ທຸກ​ຢ່າງ ​ເພື່ອໃຫ້​ຄວາມ​ສະ ດວກ ​ແກ່​ທຸກໆ​ທ່ານ​ທີ່​ມີ​ຈຸດ​ປະສົງຢາກ​ໄປ​ລົງທຶນ​ຢູ່ ສປປ ລາວ​.
ການ​ລົງທຶນ​ຂອງ​ສປ ຈີນ ຢູ່​ ສປປ ລາວ ​ແມ່ນ​ຈັດ​ຢູ່​ອັນ​ດັບ​ທີ 1-3 ຂອງ​ການ​ລົງທຶນ​ຕ່າງ ປະ​ເທດ​ທັງ​ໝົດ. ສປປ ລາວ​ ຍັງ​ມີ​ຂະ​ແໜງ​​ເສດຖະກິດທີ່​ມີ​ທ່າ​ແຮງ, ທີ່​ເປັນ​ໂຄງການ​ບຸ ລິມະສິດ​ໃນ​ຫລາຍ​ດ້ານເປັນ ຕົ້ນ​ແມ່ນດ້າ​ນໂຄງ​ລ່າງພື້ນ ຖານ, ຂະ​ແໜງ​ກະສິກຳ, ອຸດ​ສາຫະ​ກຳ, ການທ່ອງທ່ຽວ, ພະລັງງານ-ບໍ່​ແຮ່ ແລະ​ ຂະ​​ແໜງການ​ອື່ນໆ.
ໃນ​ໄລຍະ​ຜ່ານ​ມາການ​ຮ່ວມມື​ ອາຊຽນ-ຈີນ ​ໃນ​ຂົງ​ເຂດ​ຕ່າງໆ ໂດຍ​ສະ​ເພາະຂົງ​ເຂດ​ການ​ຄ້າ, ການ​ລົງທຶນ, ການ​ສຶກສາ, ວັດທະນະທຳ ​ແລະ ການທ່ອງທ່ຽວ ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ເປັນ ກ້າວໆ​ມາ. ການຈັດຕັ້ງປະຕິ ບັດ​ເຂດ​ການ​ຄ້າ​ເສລີ ອາ ຊຽນ-ຈີນ ແລະ ການ​ຮ່ວມມື​ໃນ​ຂະ​ແໜງ​ເສດຖະກິດ ​ອື່ນໆ ໄດ້​ເຮັດ​ໃຫ້​ບໍລິ​ມາດ​ການ​ຄ້າ ​ແລະ ການ​ລົງ​ທຶນ​ສອງ​ຝ່າຍ ເພີ່ມ​ຂຶ້ນ​ເປັນ​ຈຳນວນ​ຫລວງ ຫລາຍ ​ແລະ ມີ​ຜົນສຳ​ເລັດ​ອັນ​ໃຫຍ່​ຫລວງ.
ເພື່ອ​ເຮັດ​ໃຫ້ການ​ຮ່ວມ​ມື​ ອາຊຽນ-ຈີນ ມີ​ຄວາມ​ໜັກ​ແໜ້ນ​ຂຶ້ນ​ຕື່ມນັ້ນ ພວກ​ເຮົາ ຄວນ​ເພີ່​ມທະວີ​ການ​ຮ່ວມ​ມື​ໃນ​ດ້ານ​ຕ່າງໆ​ຄື: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ຫຼາຍ​ຂຶ້ນເພື່ອ​ອຳນວຍ​ຄວາມ​ ສະດວກ​ໃຫ້​ແກ່​ການຈັດຕັ້ງ ປະຕິບັດ​ເຂດ​ການ​ຄ້າ​ເສລີ​  ອາ​ຊຽນ-ຈີນ ​ໃຫ້​ໄດ້​ຮັບ​ໝາກ ຜົນ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.  ການ​ຮ່ວມ​ມື​ໃນ​ການ​ພັດທະນາ​ດ້ານ​ການ​ເຊື່ອ​ມຈອດ ​ໂດຍ​ສະ​ເພາະດ້ານ​ໂຄງ​ລ່າງພື້ນ ຖານເພື່ອ​ອຳນວຍ​ຄວາມ​ສະ ດວກ​ໃຫ້​ແກ່​ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ ​ແລະ ການ​ໄປມາຫາ​ສູ່​ກັນ​ຂອງ​ປະ ຊາຊົນບັນດາ​ປະ​ເທດ ​ອາ​ຊຽນ-ຈີນ. ເພີ່ມ​ທະວີການ​ຮ່ວມ​ມືດ້ານ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ ໃນ​ຂະ ​ແໜງ​ການ​ຕ່າງໆ ໃຫ້​ແກ່​ປະ ​ເທດສະມາຊິກ​ໃໝ່​ ອາ​ຊຽນ ເພື່ອ​ຮອງ​ຮັບ​ໃຫ້​ແກ່​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ ໃນ​ປີ 2015.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...