Homeຂ່າວພາຍ​ໃນຕຳຫຼວດບໍລິຄຳໄຊ ບຸກມ້າງສາງຢາເສບຕິດ

ຕຳຫຼວດບໍລິຄຳໄຊ ບຸກມ້າງສາງຢາເສບຕິດ

Published on

jone
ເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊ ລາຍງານໃຫ້ຮູ້ວ່າ: ພາຍຫລັງມີພົນລະເມືອງດີແຈ້ງວ່າ: ມີກຸ່ມຄົນບໍ່ດີນຳຢາເສບຕິດມາມ້ຽນໄວ້ຢູ່ ສາງສີນຄ້າແຫ່ງໜຶ່ງທີ່ບ້ານບົວແວງຄຳ ເມືອງປາກຊັນ ແຂວງບໍລິຄຳໄຊ ຈຶ່ງໄດ້ນຳກຳລັງປິດລ້ອມ ແລະ ເຂົ້າກວດຄົ້ນສາງດັ່ງກ່າວແລະ ພົບເຫັນສານເຄມີທີ່ໃຊ້ປະກອບຜະລິດຢາເສບຕິດຈຳນວນ 144 ຕຸກເທົ່າກັບ 2.880ລິດ, ກັນຊາແຫ້ງນ້ຳໜັກ 1.998 ກິໂລ, ເຄື່ອງຈັກໜີບກັນຊາ 1 ເຄື່ອງ ແລະ ສາມາດຈັບຜູ້ກະທຳຜິດໄດ້ 11 ຄົນຄື ທ້າວ ລຳພູນ ອາຍຸ 47 ປີ ຢູ່ເມືອງ ແລະ ຈັງຫວັດໜອງຄາຍປະເທດໄທ, ທ້າວ ແສງເພັດ ອາຍຸ 28 ປີຢູ່ບ້ານໜອງບອນ, ທ້າວ ບຸນພິທັກ ອາຍຸ 27 ປີຢູ່ບ້ານໂຊກຄຳ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ທ້າວ ບົວວັນ ອາຍຸ 40 ປີຢູ່ ບ້ານນາສົ້ມມໍ, ນາງ ມາລາວັນ ອາຍຸ 24 ປີ, ທ້າວ ທິ່ນນະທິນ ອາຍຸ 16 ປີ, ທ້າວ ພຸດທະວິເສດອາຍຸ 27 ປີ, ທ້າວ ສອນສິລິ ອາຍຸ 25 ປີ, ທ້າວ ສັນຍາ ອາຍຸ 28 ປີ, ທ້າວ ໂກ່ ອາຍຸ 36 ປີ, ທ້າວ ສາຄອນ ອາຍຸ 40 ປີຢູ່ບ້ານສີສະອາດເມືອງປາກຊັນ ພ້ອມທັງກັກລົດກະບະວີໂກ້ໝາຍເລກ

ທະບຽນ ຂຄ 5666 ກຳແພງນະຄອນທີ່ນຳໃຊ້ເຄື່ອນໄຫວ ກະທຳຜິດ ແລະ ຜ່ານການສືບສວນ – ສອບສວນຂອງເຈົ້າໜ້າທີ່ເບື້ອງຕົ້ນຮູ້ວ່າ: ສາງດັ່ງກ່າວແມ່ນທ້າວ ອານຸພາບ ຢູ່ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫລວງວຽງຈັນເປັນເຈົ້າຂອງ, ສ່ວນສານເຄມີທັງໝົດແມ່ນຂອງ ທ້າວ ອິນທອນ ຢູ່ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ເອົາມາເກັບໄວ້ເພື່ອລໍຖ້າສົ່ງໄປໃຫ້ລູກຄ້າຢູ່ຕ່າງປະເທດ, ດ້ວຍການເອົາໃບຊາ ແລະ ຖ່ານຂາວເປັນສີນຄ້າອຳພາງໃນການສົ່ງອອກ. ສ່ວນທ້າວ ບົວວັນ, ນາງມາລາວັນ, ທ້າວ ທິ່ນນະທິນ, ທ້າວ ພຸດທະວິເສດ, ທ້າວ ສອນວິລິ, ທ້າວ ສັນຍາ, ທ້າວ ໂກ່ ແລະ ທ້າວ ສາຄອນ ພວກກ່ຽວທັງໝົດຮັບສາລະພາບວ່າ: ເປັນພຽງກຳມະກອນເຮັດໜ້າທີ່ຮ່າຍຖ່ານໃສ່ຖົງເທົ່ານັ້ນ ແລະ ພວກຕົນກໍບໍ່ຮູ້ວ່າມີຢາເສບຕິດຢູ່ໃນສາງເຄື່ອງແຫ່ງນີ້.

ແນວໃດກໍຕາມ, ຕໍ່ຄະດີດັ່ງກ່າວ, ຊຶ່ງເບື້ອງຕົ້ນເຈົ້າໜ້າທີ່ໄດ້ແຈ້ງຂໍ້ຫາຕໍ່ທ້າວ ລຳພູນ, ທ້າວ ແສງເພັດ ແລະ ທ້າວ ບຸນພິທັກແມ່ນຄ້າຂາຍຢາເສບຕິດ. ສ່ວນທ້າວ ບົວວັນ, ນາງ ມາລາວັນ, ທ້າວ ທິ່ນນະທິນ, ທ້າວ ພຸດທະວິເສດ, ທ້າວ ສອນສິລິ, ທ້າວ ສັນຍາ,ທ້າວໂກ່ ແລະ ທ້າວສາຄອນ ໃນຂໍ້ຫາປິດບັງການກະທຳຜິດ, ນອກຈາກນີ້, ເຈົ້າໜ້າທີ່ຍັງຈະສືບຕໍ່ສືບສວນ – ສອບສວນຂະຫຍາຍຜົນ ເພື່ອຫາຜູ້ຮ່ວມຂະບວນການມາດຳເນີນຄະດີ ຕາມລະບຽບ ກົດໝາຍ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...