spot_img
Homeຂ່າວການພັດທະນາຈີນສະໜອງທຶນ 100 ລ້ານກີບ ຊ່ວຍແກ້ໄຂໄພນ້ຳຖ້ວມຢູ່ລາວ

ຈີນສະໜອງທຶນ 100 ລ້ານກີບ ຊ່ວຍແກ້ໄຂໄພນ້ຳຖ້ວມຢູ່ລາວ

Published on

139

ຂປລ. ​ໃນວັນທີ 13 ສິງຫາ 2015 ນີ້, ທ່ານ ກ່ວນ ຮົວ ປິງເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳລາວໄດ້ຕາງໜ້າໃຫ້ລັດຖະບານ​​ ແຫ່ງ ສປ ຈີນ ນຳເງິນຈຳນວນ 100 ລ້ານກີບ ມາມອບໃຫ້ແກ່ ລັດຖະບານລາວເພື່ອ​​ຊ່ວຍເຫລືອ ແກ້ໄຂບັນເທົາທຸກ​ ​ໃຫ້ແກ່ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກ ໄພນ້ຳຖວມ ​​ເຊິ່ງຮັບໂດຍ ທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ, ​ປະທານກຳມະການ ປ້ອງກັນແລະ ຄວບຄຸມໄພພິບັດແຫ່ງຊາດ​, ​ມີພາກສ່ວນກ່ຽວຂ້ອງ​​ ສອງຝ່າຍ ເຂົ້າຮ່ວມ ເປັນສັກຄີພິຍານ.

ທ່ານ  ອາຊາງ ລາວລີໄດ້ສະແດງ ຄວາມຂອບໃຈຕໍ່ທ່ານ ກ່ວນ ຮົວ ປິງ ກໍຄືລັດຖະບານແຫ່ງສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອສປປ ລາວ ໃນຄັ້ງນີ້ເຊິ່ງເປັນການປະກອບສ່ວນ ​​ສຳຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບແລະ ການຮ່ວມມື ຊ່ວຍເຫລືອເຊິ່ງກັນແລະກັນໃຫ້ໄດ້ຮັບການ ພັດທະນາແລະແຕກດອກອອກຜົນ ຍິ່ງໆຂຶ້ນ, ພ້ອມທັງ​ຢືນຢັນ​ວ່າ ຈະ​ນຳ​ເອົາ​ເງິນ​ ຈຳນວນ​ດັ່ງກ່າວ ​ໄປ​ຊ່ວຍ​ເຫລືອ, ​ແກ້​ໄຂ​-ບັນ​ເທົາ​ທຸກ ໃຫ້​ປະຊາຊົນ ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ ຈາກ​ໄພ​ນ້ຳ​ຖວມ ຢ່າງ​ທົ່ວ​ເຖິງ.

ໂອກາດ​ດຽວ​ກັນ ທ່ານ  ອາຊາ ​ງ ລາວ​ລີ ຍັງ​ໄດ້​ຮຽກຮ້ອງ​​ ມາ​ຍັງ​ປະຊາຊົນ ​ທຸກ​ທົ່ວ​ໜ້າ, ບັນດາ​ທູຕານຸທູດ ​ແລະ ຊາວ​ຕ່າງ​ດ້າວ ທີ່​ອາ​ໄສ ຢູ່ ສປປ ລາວ ຈົ່ງ​ພ້ອມ​ໃຈ​ກັນ ​ປະກອບສ່ວນ ​ຊ່ວຍ​ເຫລືອ​ແກ້​ໄຂ​ບັນ ​ເທົາ​ທຸກ​ແກ່​ປະຊາຊົນ ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ດັ່ງກ່າວ ​ເພື່ອ​ໃຫ້​ກັບ​ຄືນ ​ສູ່​ສະພາບ​ປົກກະ​ຕິ ​ແລະ ຖ້າ​ຫາກ​ພາກສ່ວນ​ໃດ​ຢາກ​ປະກອບ​ສ່ວນ​ ຊ່ວຍ​ເຫລືອ ສາມາດ​ຕິດ​ຕໍ່​ພົວພັນ ​ມາ​ຍັງກົມ​ຄຸ້ມ​ຄອງ​ໄພພິບັດ ​ແລະ ການ​ປ່ຽນ​ແປງ​ ດິນ​ຟ້າ​ອາກາດ ​​ໄດ້​ທີ​່ເບີ 021 265017 ຫລື ອີ​ແມວ info.ncdpc@gmail.com.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...