Homeຂ່າວຕ່າງປະເທດຈີນສົ່ງຊ່ຽວຊານຂອງກອງທັບ ລົງກວດສອບເຫດລະເບີດຢູ່ທຽນຈິນ!

ຈີນສົ່ງຊ່ຽວຊານຂອງກອງທັບ ລົງກວດສອບເຫດລະເບີດຢູ່ທຽນຈິນ!

Published on

558000009518301

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ສິງຫານີ້ວ່າ ທາງການຈີນໄດ້ສົ່ງທີມຊ່ຽວຊານທາງເຄມີ ແລະ ນິວເຄລຍຂອງກອງທັບ ຈຳນວນ 217 ຄົນ ເຂົ້າສູ່ພື້ນທີ່ສາງເກັບວັດຖຸເຄມີ ແລະ ສານອັນຕະລາຍ ທີ່ເກີດເຫດລະເບີດຂຶ້ນຢູ່ບໍລິເວນທ່່າເຮືອຂອງນະຄອນທຽນຈິນ ຊຶ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 50 ຄົນ ແລະ ບາດເຈັບອີກປະມານ 700 ຄົນ ພ້ອມທັງສິ່ງປຸກສ້າງ, ຕູ້ສິນຄ້າ ແລະ ພາຫະນະຖືກເສຍຫາຍເປັນຈຳນວນຫລວງຫລາຍ.

ທັງນີ້ ເຫດລະເບີດດັ່ງກ່າວ ແມ່ນເກີດຂຶ້ນໃນເວລາ 23:30 ຂອງວັນທີ 12 ສິງຫາ ຢູ່ສາງແຫ່ງໜຶ່ງທີ່ເກັບວັດຖຸເຄມີ ແລະ ສານອັນຕະລາຍໄວ້ ໃນເຂດນິຄົມອຸດສາຫະກຳບໍລິເວນທ່າເຮືອຂອງເມືອງທຽນຈິນ ໂດຍພາຍໃນບໍລິເວນດັ່ງກ່າວ ແມ່ນປະກອບມີໂຮງງານຜະລິດລົດໃຫຍ່, ໂຮງງານປະກອບເຮືອບິນ, ໂຮງກັ່ນນ້ຳມັນເຊື້ອໄຟ ແລະ ອື່ນໆ.

ພາຍຫລັງເກີດເຫດ ເຈົ້າໜ້າທີ່ດັບເພີງກ່ວາ 1,000​ ຄົນ ແລະ ລົດດັບເພີງອີກ 143 ຄັນ ໄດ້ຖືກສົ່ງໄປສະຖານທີ່ເກີດເຫດ ໂດຍເຈົ້າໜ້າທີ່ສາມາດຄວບຄຸມໄຟໄວ້ໄດ້ ໃນຕອນບ່າຍຂອງມື້ຕໍ່ມາ ໃນຂະນະທີ່ຈຳນວນຜູ້ເສຍຊີວິດ 50 ຄົນນັ້ນ ແມ່ນລວມມີພະນັກງານດັບເພີງຢູ່ນຳເຖິງ 12 ຄົນ.

558000009518302

NjpUs24nCQKx5e1D7Ic1mQhxfafliFaISoWVVTjYTgE

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...