spot_img
Homeຂ່າວການພັດທະນາລາວ - ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືດ້ານກະສິກຳ ແລະ ພັດທະນາຊົນນະບົດ

ລາວ – ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືດ້ານກະສິກຳ ແລະ ພັດທະນາຊົນນະບົດ

Published on

1_1

ຂປລ. ໃນປີ2015 ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ເປັນເອກະພາບກັນ ສືບຕໍ່ໍຊຸກຍູ້ການຮ່ວມມື ໃນຂົງເຂດກະສິກຳ ແລະ ພັດທະນາ ຊົນນະບົດ ໃນນັ້ນສຸມໃສ່ ບັນດາຂົງເຂດ ພັດທະນາຊົນນະບົດໃໝ່, ຖ່າຍທອດເຕັກນິກ ການປູກເຂົ້າ, ຕົ້ນໄມ້ກິນໝາກ, ລ້ຽງ ແລະ ປຸງ ແຕ່ງຜະລິດ ຕະພັນສັດນ້ຳ, ຊົນລະປະທານ ແນ່ໃສ່ເພີ່ມລາຍຮັບ ແລະ ແກ້ໄຂຊີວິດ ການເປັນຢູ່ ໃຫ້ແກ່ປະຊາຊົນ, ໃນສະເພາະໜ້າ ບູລິມະສິດ ໃນການຜັນ ຂະຫຍາຍ ບັນດາໂຄງການຮ່ວມມື ຢູ່ສອງແຂວງຫົວພັນ ແລະ ຊຽງຂວາງ.

ສັນຍາວ່າດ້ວຍ ການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະຈຳປີ 2015 ວ່າ: ລາວ ຈະສືບ ຕໍ່ ພິຈາລະນາເຊັນສັນຍາ ເຊົ່າດິນໃຫ້ ແກ່ບັນດາໂຄງການ ປູກຢາງພາລາ ແລະ ຕົ້ນໄມ້ອຸດສາຫະກຳ ທີ່ໄດ້ຮັບອາຍຸຍາດແລ້ວ ບົນພື້ນຖານ ການສຳຫລວດ ເນື້ອທີ່ດິນຕົວຈິງ ຂອງເຈົ້າໜ້າທີ່ກ່ຽວ ຂ້ອງ. ປີ 2014 ໂຄງການລົງທຶນ ຂອງວິສາຫະກິດຫວຽດນາມ ຈຳນວນໜຶ່ງ ໄດ້ຜັນຂະຫຍາຍໄວ ແລະ ມີປະສິດ ທິຜົນຢ່າງຕັ້ງໜ້າ ໃນເບື້ອງຕົ້ນ ເຊັ່ນ: ໂຄງການປູກຕົ້ນຢາງພາລາ, ຜະລິດນ້ຳຕານ ຂອງກຸ່ມບໍລິສັດຮ່ວາງແອງຢາລາຍ ຢູ່ພາກໃຕ້ຂອງລາວ; ບັນດາໂຄງການ ປູກ ແລະ ປຸ່ງແຕ່ງຢາງພາລາ ຂອງກຸ່ມບໍລິສັດ ອຸດສາຫະກຳ ຢ່າງພາລາ ຫວຽດ ນາມ ແລະ ບໍລິສັດຢາງ ພາລາດັກລັກ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...