spot_img
Homeວົງການສື່ມວນຊົນຖວທ ຈະພັດທະນາສື່ມວນຊົນລາວ ຢ່າງໜັກແໜ້ນ ສາມາດເຂົ້າເຖິງທຸກພື້ນທີ່ທົ່ວປະເທດ!

ຖວທ ຈະພັດທະນາສື່ມວນຊົນລາວ ຢ່າງໜັກແໜ້ນ ສາມາດເຂົ້າເຖິງທຸກພື້ນທີ່ທົ່ວປະເທດ!

Published on

borsengkham

ຂປລ. ​ໃນໂອກາດວັນສື່ມວນຊົນແລະ ການພິມຈໍາໜ່າຍ ຄົບຮອບ 65 ປີ (13 ສິງຫາ 2015) ນີ້, ທ່ານ ສຈ.ດຣ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ, ວັດທະນະທໍາແລະ ທ່ອງທ່ຽວ​ ໄດ້​ມີ​ຄໍາ​ເຫັນ​ດັ່ງ​ນີ້: ເພື່ອແນໃສ່ສະໜອງຂໍ້ມູນຂ່າວສານ ທີ່ມີຄຸນຄ່າສ່ອງແສງ ໄດ້ທຸກເຫດການທີ່ເກີດຂຶ້ນຢູ່ ສປປ ລາວແລະ ສາກົນ ລວມທັງການເຜີຍແຜ່ ວັດທະນະທໍາອັນດີງາມຂອງຊາດ, ຊົນເຜົ່າໃຫ້ແກ່ ພັກ-​ລັດແລະ ປວງຊົນລາວທັງຊາດ ໃນຕໍ່ໜ້ານີ້ ກະຊວງຖະແຫລງຂ່າວ, ວັດທະນະທໍາແລະ ທ່ອງທ່ຽວ (ຖວທ) ​ເວົ້າສະເພາະ ກໍຄືການນໍາກະຊວງ ຖວທ ຈະສືບຕໍ່ພັດທະນາ ວຽກງານສື່ມວນຊົນລາວ ຫລາຍຢ່າງດ້ວຍກັນ ທັງນີ້ກໍເພື່ອ​​ເຮັດໃຫ້ ວຽກງານດັ່ງກ່າວ ມີຄຸນນະພາ​, ​ເປັນລະບົບທັນສະໄໝ, ວ່ອງໄວ, ຊັດເຈນ, ທັນເຫດການ ແລະ ສາມາດເຂົ້າເຖິງໄດ້ທຸກພື້ນທີ່ ໃນທົ່ວປະເທດ.

ພ້ອມ​ດຽວກັນນີ້ ຈະ​ສືບຕໍ່ພັດທະນາ​ສື່​ມວນ​ຊົນ​ລາວ ​ມີ​ທາງເລືອກຫລາຍສີຫລາຍສັນ ​ຄົບ ​ຖວ້ນດ້ານ​ເນື້ອ​ໃນ, ​ເປັນ​ກະບອກ​ສຽງ​ ເຜີຍ​ແຜ່​ແນວທາງ ​ນະ​ໂຍບາຍ​ຂອງ​ພັກ, ລະບຽບກົດໝາຍຂອງ​ລັດ, ທັງ​ເປັນ​ແຫລ່ງສະໜອງ ຂໍ້​ມູນ​ຂ່າວສານ, ການບັນ​ເທິງ ​ແລະ ສາລະ ​ຄວາມ​ຮູ້​ຢ່າງຮອບດ້ານ ​ໃຫ້​​ແກ່​ປະຊາຊົນ​ ບັນດາ​ເຜົ່າ​ທຸກ​ຊັ້ນຄົນ, ສ້າງ​ຄວາມ​ເຂັ້ມ​ແຂງ ​ແລະ ​ເງື່ອນ​ໄຂ​ ໃນ​ການ​ພັດທະນາ​ກິດຈະ​ກໍາ​ ຈາກ​ສື່​ມວນ​ຊົນ​ໃຫ້​ມີ​ ຄວາມຫລາກຫລາຍ, ຕອບ​ສະໜອງ​ໄດ້​ ຕາມ​ຄວາມ​ຕ້ອງການ​ຂອງ​ສັງຄົມ, ພ້ອມ​ທັງ​ ສ້າງ​ລາຍ​ຮັບ​ວິຊາ​ການ ​ແລະ ສາມາດ​ກຸ້ມ​ຕົນ​ເອງ​ ທາງ​ດ້ານ​ການ​ເງິນ​ເທື່ອ​ລະ​ກ້າວ.

ນອກ​ນັ້ນ, ຍັງ ​ຈະຊຸກຍູ້​ການ​ຮ່ວມ​ມື​ ລະຫວ່າງ​ພາກ​ລັດ ​ແລະ ​ເອກະ​ຊົນ, ການ​ຮ່ວມ​ມື​ກັບ​ຕ່າງປະ​ເທດ ​ໃນ​ການ​ສົ່ງ​ເສີມ​ການ​ລົງທຶນ​ ໃນ​ວຽກງານ​ຖະ​ແຫລງຂ່າວ​ ໃຫ້​ກວ້າງຂວາງ, ຂະຫຍາຍ​ຂອບ​ເຂດ​ ການ​ພົວພັນ​ເຊື່ອມ​ໂຍງ​ກັບ​ ເວທີ​ສື່​ມວນ​ຊົນສາກົນ​ ໃຫ້​ນັບ​ມື້ກວ້າງຂວາງ ຮັບປະກັນ​ຄວາມ​ຖືກຕ້ອງ​ຊັດ​ເຈນ ​ແລະ ຄວາມ​ອຸດົມສົມບູນ​ ທາງ​ດ້ານ​ຂໍ້​ມູນ​ຂ່າວສານ, ພັດທະນາ​ບຸກຄະລາ​ກອນ​ ໃນ​ຂະ​ແໜງຖະ​ແຫລງຂ່າວ​ ໃຫ້​ໄດ້​ທັງ​ປະລິມານ ​ແລະ ຄຸນ​ນະພາ​ບ ​ໂດຍ​ສະ​ເພາະ​ແມ່ນ ການ​ສົ່ງ​ເສີມ​ບຸກຄະລາ​ກອນໜຸ່ມ ​ໃຫ້​ມີ​ຄຸນ​ທາດ​ທາງ​ດ້ານ​ການ​ເມືອງ ໜັກ​ແໜ້ນ ​ແລະ ຄວາມຮູ້ຄວາມສາມາດ ດ້ານສື່​ມວນ​ຊົນ​ທີ່​ກ້າວໜ້າ ສົມ​ຄູ່​ກັບ​ຍຸກ​ສະ​ໄໝ. ປັບປຸງ ​ແລະ ສ້າງ​ບັນດາ​ນິຕິ​ກໍາ​ ທາງ​ດ້ານ​ວຽກງານ​ຖະ​ແຫລງຂ່າວ ​ໃຫ້​ຄົບ​ຖ້ວນ ​ເຮັດ​ໃຫ້ການ​ຄຸ້ມ​ຄອງ​ຂ​ະ​ແໜງການ​ ມີ​ຄວາມ​ເຂັ້ມ​ແຂງ ​ແລະ ຮັດກຸມ, ພ້ອມ​ທັງ​ຫັນ​ການ​ຄຸ້ມ​ຄອງ​ ສື່​ມວນ​ຊົນ​ໃຫ້​ເປັນ​ທັນ​ສະ​ໄໝ, ສໍາລັບ​ວຽກງານ​ການ​ພິມ ກໍຈະ​ສືບຕໍ່​ພັດທະນາ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ​ ພ້ອມ​ທາງ​ດ້ານ​​ຄຸນ​ນະພາ​ບ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...