Homeຂ່າວຕ່າງປະເທດ ນັກທ່ອງທ່ຽວຕ່າງປະເທດ ເດີນທາງເຂົ້າຫວຽດນາມ ເພີ່ມຂຶ້ນ 5,1%

ນັກທ່ອງທ່ຽວຕ່າງປະເທດ ເດີນທາງເຂົ້າຫວຽດນາມ ເພີ່ມຂຶ້ນ 5,1%

Published on

400.fb14b275b4658c25c

ຂປລ.ຕາມຂ່າວຕ່າງປະເທດ, ໃນວັນທີ 12 ສິງຫາ 2015, ສຳນັກງານ ການທ່ອງທ່ຽວ ແຫ່ງຊາດ ຫວຽດນາມ ເປີດເຜີຍວ່າ: ເດືອນກຳລະກົດ ປີ​ນີ້ ຍອດ​ການ​ເດີນທາງຂອງ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ເຂົ້າຫວຽດນາມ ​ເພີ່ມ​ຂຶ້ນ ຈາກເດືອນມິຖຸນາເຖິງ 12,1% ຄິດເປັນ 593,566 ເທື່ອຄົນ ເຊິ່ງເປັນຕົວເລກເພີ່ມຂຶ້ນ ຈາກໄລຍະດຽວກັນ ຂອງປີກາຍນີ້ 5,1%, ສ່ວນໃຫຍ່ ແມ່ນນັກທ່ອງທ່ຽວ ຈາກ ແອັດສະປາຍ ທີ່ມີຍອດ ເພີ່ມຂຶ້ນເຖິງ71% ແລະ ນັກທ່ອງທ່ຽວຈາກ ອີຕາລີ, ເຢຍລະມັນ ແລະ ອັງກິດ ໃນອັດຕາສ່ວນ ລະຫວ່າງ 18,3%-45,1% ຕາມລຳດັບ.

ໃນເດືອນກໍລະກົດຜ່ານມາ ຫວຽດນາມ ໄດ້ເພີ່ມຈຳນວນປະເທດ ທີ່ຜົນລະເມືອງ ສາມາດເດີນມາທ່ອງທ່ຽວໃນຫວຽດນາມ ໄດ້ເປັນໄລຍະເວລາ 15 ວັນ ໂດຍບໍ່ຕ້ອງຂໍໜັງສືຜ່ານແດນ(ວີຊ້າ) ເຮັດ ໃຫ້ນັກທ່ອງທ່ຽວ ຈາກເອີຣົບ ຫັນມາທ່ຽວ ຢູ່ຫວຽດນາມ ຫລາຍຂຶ້ນ​ຢ່າງຕໍ່ເນື່ອງ.

 

ຂອບໃຈຂ່າວຈາກ:

ຂປລ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...