Homeຂ່າວພາຍ​ໃນຜົນການແຂ່ງຂັນລາວພຣີເມຍລີກໃນອາທິດທີ່ຜ່ານມາ

ຜົນການແຂ່ງຂັນລາວພຣີເມຍລີກໃນອາທິດທີ່ຜ່ານມາ

Published on

ໃນທ້າຍອາທິດທີ່ຜ່ານ ສຳລັບການແຂ່ງຂັນລາວພຣີເມຍລີກ ມີລົງແຂ່ງຂັນ 5 ຄູ່, ເຊີ່ງໃນວັນເສົາວັນທີ 8 ສິງຫາ 2015 ລົງແຂ່ງຂັນ 2 ຄູ່ ເປັນການພົບກັນຂອງ ສະໂມສອນ ປກສ ພົບ ສະໂມສອນ ໄອດີຊີ ຈຳປາສັກ ເວລາ 16:00 ໂມງ ທີ່ສະຫນາມກິລາແຫ່ງຊາດຫລັກ 16​, ຜົນປະກົດວ່າ ປກສ ເສຍໃຫ້ ໄອດີຊີ ຈຳປາສັກ 0-1 ປະຕູ, ສ່ວນອີກ 1 ຄູ່ ແມ່ນການແຂ່ງຂັນລະຫວ່າງ ສະໂມສອນ ຮ່ວາງແອງ ອັດຕະປື ພົບ ສະໂມສອນ ເອສຣາ ເວລາ 18:15 ໂມງ ທີ່ສະຫນາມກິລາແຫ່ງຊາດຫລັກ 16,​ ຜົນປະກົດວ່າ ຮ່ວາງແອງ ອັດຕະປື ເອົາຊະນະ ສະໂມສອນ ອີສເຕີນສະຕາ 4-2 ປະຕູ

11811380_1632270256990493_1392043881233015236_n

ສ່ວນການແຂ່ງຂັນໃນວັນອາທິດແມ່ນມີ 3 ຄູ່ລົງແຂ່ງຂັນ, ເປັນການແຂ່ງຂັນລະຫວ່າງ ສະໂມສອນ ສະຫວັນ ເອັຟຊີ ພົບ ສະໂມສອນ ເອັສເັຮຈບີ ວຽງຈັນ ເວລາ 16:00 ໂມງ ທີ່ສະຫນາມກິລາສະຫວັນ, ຜົນປະກົດວ່າ ສະຫວັນ ເອັຟຊີ ເສຍໃຫ້ ເອັສເັຮຈບີ ວຽງຈັນ 1-3 ປະຕູ

11855872_1632270226990496_6906377091660601318_n

ແລະ ອີກ 2 ຄູ່ແມ່ນເປັນພົບກັນຂອງ ສະໂມສອນ ເອສຣາ ພົບ ສະໂມສອນ ຊ້າງນ້ອຍ ເວລາ 16:00 ໂມງ ທີ່ສະຫນາມກິລາແຫ່ງຊາດຫລັກ 16​, ຜົນປະກົດວ່າ ເອສຣາ ເສຍໃຫ້ ສະໂມສອນ ຊ້າງນ້ອຍ 0-4 ປະຕູ, ສ່ວນສະໂມສອນ ລ້ານຊ້າງ ຢູໄນເຕັດ ພົບ ສະໂມສອນ ໄຟຟ້າລາວ ເວລາ 18:00 ໂມງ ທີ່ສະຫນາມ ລ້ານຊ້າງຢູໄນເຕັດ, ຜົນປະກົດວ່າ ລ້ານຊ້າງ ຢູໄນເຕັດ ເອົາຊະນະ ໄຟຟ້າລາວ ໄປແບບຂາດຮອຍ 11-0 ປະຕູ

11825090_1632270210323831_3170846465971218841_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...