spot_img
Homeຂ່າວເຫດການກະຊວງການຕ່າງປະເທດ ດຳເນີນຊີວິດການເມືອງ - ປົວແປງພັກ!

ກະຊວງການຕ່າງປະເທດ ດຳເນີນຊີວິດການເມືອງ – ປົວແປງພັກ!

Published on

salermsay

ຂປລ. ກະຊວງ​ການ​ຕ່າງປະ​ເທດ ໄດ້​​ເປີດ​ບັ້ນດຳ​ເນີນ​ຊີວິດ​ການ​ເມືອງ​ ປັບປຸງ​ປົວ​ແປງ​ພັກ ​ແລະ ທາ​ບທາມ​ບຸກຄະລາ​ກອນ ​ທີ່​ຈະ​ລົງ​ສະໝັກ​ເລືອກ​ຕັ້ງ ​ເປັນ​ຄະນະ​ພັກ​ ກະຊວງ​ຊຸດໃໝ່ ຮອບ​ທີ 2 ມີຂຶ້ນ​ໃນ​ວັນ​ທີ 10 ສິງຫາ 2015 ນີ້, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ກຳມະການ​ຄະນະ​ພັກ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ມີ​ບັນດາ​ຄະນະ​ພັກ, ຄະນະ​ນຳ​ກະຊວງ​ການ​ຕ່າງປະ​ເທດ ພ້ອມ​ດ້ວຍ​ຜູ້​ແທນ​ສົມບູນ, ຜູ້​ແທນ​ສຳຮອງ ​ແລະ ພະນັກງານ​ອາວຸ​ໂສ ​ເຂົ້າຮ່ວມ 222 ສະຫາຍ. ​ໂດຍ​ກອງ​ປະຊຸມ​ຄັ້ງນີ້ ຈະ​ດຳ​ເນີນ​ໄປ​ຈົນ​ເຖິງ​ວັນ​ທີ 13 ສິງຫາ 2015 ຈຶ່ງ​ຈະ​ສຳ​ເລັດ.

ການ ​​ເປີດ​ບັ້ນດຳ​ເນີນ ​ຊີວິດ​ການ​ເມືອງ​ ປັບປຸງ​ປົວ​ແປງ​ພັກ ​ແລະ ທາ​ບທາມ​ ບຸກຄະລາ​ກອນ​ໃນ​ຄັ້ງນີ້ ​ໄດ້​ມີ​ການ​ເຜີຍ​ແຜ່​ບັນດາ​ ເອກະສານ​ສຳຄັນ​ເຊັ່ນ: ຂໍ້​ກຳນົດ​ຂອງ​ກົມ​ ການ​ເມືອງ​ສູນ​ກາງ​ພັກ ສະບັບ​ເລກທີ 03/ຄລສພ, ຄຳ​ສັ່ງ​ແນະນຳ​ເພີ່ມ​ເຕີມ ຂອງ​ຄະນະ​ເລຂາທິການ​ ສູນ​ກາງ​ພັກ ​ເລກທີ 01/ຄລສພ ​ແລະ ​ເອກະສານ​ບົດ​ຝຶກ​ຝົນ​ ຄຸນ​ທາດ​ການ​ເມືອງ ​ແລະ ຄຸນສົມບັດ​ສິນ​ທຳ​ປະຕິວັດ, ​ເອກະສານ​ປັບປຸງ​ແບບ​ແຜນ​ເຮັດ​ວຽກ ​ແລະ ຍົກ​ສູງ​ຄວາມ​ສາມາດ​ ນຳພາ​ຂອງ​ພັກຂັ້ນຕ່າງໆ; ​ເຊື່ອມ​ຊຶມ​ກຳ​ແໜ້ນ​ ມາດຕະຖານຄະນະ​ພັກ, ສະມາຊິກ​ພັກ, ຂໍ້​ຫ້າມ​ສະມາຊິກ​ພັກ, ຄວາມ​ຮັບຜິດຊອບ​ຂອງ​ ພະນັກງານ​ນຳພາ-ຄຸ້ມ​ຄອງ. ນອກນັ້ນຍັງ​ໄດ້​ຜ່ານ​ ຮ່າງ​ບົດ​ລາຍ​ງານ​ການ​ເມືອງ ຕໍ່​ກອງ​ປະຊຸມ​ໃຫຍ່ ຄັ້ງທີ III ຂອງ​ອົງຄະ​ນະ​ພັກ​ ກະຊວງ​ການ​ຕ່າງປະ​ເທດ ​ແລະ ບົດ​ສຳ​ຫລວດ​ການ​ນຳພາ​ລວມ ຂອງ​ຄະນະ​ພັກ​ຊຸດ​ເກົ່າ, ​ໂດຍ​ການຈັດ​ແບ່ງກຸ່ມ​ຄົ້ນຄວ້າ ​ເພື່ອ​ໃຫ້​ເນື້ອ​ໃນ​ເອກະສານ​ ຄົບ​ຖ້ວນ​ສົມບູນ​ຂຶ້ນ​ຕື່ມ, ພ້ອມ​ນັ້ນ ກໍ​ໄດ້​ຜ່ານ​ບົດ​ສຳ​ຫລວດ​ ບຸກຄົນ​ຄະນະ​ພັກ ​ແລະ ສະມາຊິກ​ພັກ.

ພາຍຫລັງ ​ເຊື່ອມ​ຊຶມ ​ເອກະສານ​ແລ້ວ ກໍ​ໄດ້​ດຳ​ເນີນ​ການ​ທາ​ບທາມ ​ບຸກຄະລາ​ກອນ​ຮອບ​ທີ 2 ​ເພື່ອ​ຄັດ​ເລືອກ​ເອົາ ​ບຸກຄະລາ​ກອນ​ທີ່​ຈະ​ລົງ​ສະໝັກ ​ເຂົ້າ​ເປັນ​ຄະນະ​ພັກຊຸກ​ໃໝ່.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...