spot_img
Homeວົງການສື່ມວນຊົນມະຫະກຳສະແດງຜົນງານ ຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍ ໄດ້ຮັບຄວາມສົນໃຈຈາກສັງຄົມ

ມະຫະກຳສະແດງຜົນງານ ຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍ ໄດ້ຮັບຄວາມສົນໃຈຈາກສັງຄົມ

Published on

Media+show

ງານວາງສະແດງຜົນງານ ແລະ ຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍ, ເນື່ອງໃນໂອກາດສະເຫລີມສະຫລອງວັນ ສື່ມວນຊົນ ແລະ ການພິມຈຳໜ່າຍຄົບຮອບ 65 ປີ (13 ສິງຫາ 1960 -13 ສິງຫາ 2015), ໄດ້ໄຂຂຶ້ນຢ່າງເປັນທາງການແລ້ວໃນວັນທີ 8 ສິງຫານີ້ ແລະ ຈະດຳເນີນໄປຈົນຮອດວັນທີ16 ສິງຫາ 2015, ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ, ໂດຍມີສຳ ນັກພິມ, ໜັງສືພິມ, ວິທະຍຸ, ໂທລະພາບ ແລະ ສື່ສິ່ງພີມຕ່າງໆນຳເອົາ ຜົນງານການເຄື່ອນໄຫວ, ປະຫວັດຄວາມເປັນມາ, ລວມເຖິງຮູບພາບ ແລະ ອຸປະກອນເຕັກນິກທີ່ຮັບ ໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານຂອງຕົນພ້ອມດ້ວຍຜະລິດຕະພັນຕ່າງໆມາວາງສະແດງ ແລະ ຈຳໜ່າຍເປັນຈຳນວນຫລາຍ, ຊຶ່ງໃນມື້ທຳອິດຂອງການວາງສະແດງກໍປາກົດວ່າມີມວນຊົນທັງພາຍໃນ ແລະ ນັກທ່ອງທ່ຽວໃຫ້ຄວາມສົນໃຈເຂົ້າຮ່ວມຊົມຢ່າງຫລວງຫລາຍ, ໂດຍສະເພາະສື່ອີເລັກໂຕນິກເຊັ່ນ:
ສະຖານີວິທະຍຸແຫ່ງຊາດ, ສະຖານີໂທລະພາບແຫ່ງຊາດ, ລາວສະຕາຣ໌, ທີວີລາວ, ເອັມວີລາວ ແລະ ອື່ນໆ ຕ່າງກໍນຳເອົາອຸປະກອນເຕັກນິກທີ່ທັນສະໄໝຂອງຕົນມາໃຫ້ມວນຊົນໄດ້ເບິ່ງໄດ້ຊົມ, ສ່ວນບັນດາສື່ສິ່ງພິມເປັນຕົ້ນ: ໜັງສືພີມປະຊາຊົນ, ສຳນັກຂ່າວສານປະເທດລາວ, ລາວພັດທະນາ, ວຽງຈັນທາມ, ວຽງຈັນໃໝ່, ສຶກສາ-ກິລາ, ກອງທັບ, ຊາວໜຸ່ມ, ປ້ອງກັນຄວາມສະຫງົບ, ແມ່ຍິງ, ຜູ້ແທນປະຊາຊົນ ແລະ ວາລະສານຕ່າງໆກໍໄດ້ນຳເອົາຜະລິດຕະ ພັນຂອງຕົນມາວາງສະແດງເພື່ອໃຫ້ ມວນຊົນໄດ້ຮູ້, ໄດ້ອ່ານ ແລະ ຈັບຈອງໄວ້ອ່ານໄດ້ອີກດ້ວຍ.

ທ່ານ ບຸນເຈົ້າ ພິຈິດ ອຳນວຍການສະຖານີໂທລະພາບແຫ່ງຊາດທັງເປັນຫົວໜ້າອະນຸກຳມະການ ໂຄສະນາປະຊາສຳ ພັນເພື່ອສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ກ່າວວ່າ: ສະເພາະວັນທີ 13 ສິງຫາຈະມີພິທີໂຮມຊຸມນຸມໃຫຍ່ສະຫລອງວັນດັ່ງກ່າວ, ຊຶ່ງຈະມີການນຳຂັ້ນສູງ, ພະນັກງານປະຕິວັດອາວຸໂສ ແລະ ພາກສວ່ນກ່ຽວຂ້ອງເຂົ້າຮ່ວມ, ໂດຍຈະມີການຮັບຟັງ ການເລົ່າມູນ ເຊື້ອແຫ່ງການນຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ການກ້າວໄປຂ້າງໜ້າຂອງວຽກງານສື່ມວນ ຊົນລາວ ແລະ ການພີມຈຳໜ່າຍ, ຮັບຟັງການໂອ້ລົມຂອງການນຳຂັ້ນສູງ ແລະ ມອບໃບຍ້ອງຍໍໃຫ້ກັບ ບັນດາສື່ມວນຊົນທີ່ມີຜົນງານເດັ່ນໃນການປະກອບສ່ວນເຂົ້າໃນພາລະກິດການພັດທະນາ ແລະ ສ້າງສາປະເທດຊາດໃນໄລຍະຜ່ານມາ. ສ່ວນວັນທີ 14 ຈະມີກອງປະຊຸມສຳມະນາຫົວຂໍ້ “ການປະພັນ ວັນນະຄະດີກັບການຈຳໜ່າຍເພື່ອຜູ້ອ່ານຍຸກໃໝ່” ແລະ ຫົວຂໍ້ “ ພາສາລາວໃນການໂຄສະນາ” ແລະ ກິດຈະກຳອື່ນໆ.

ທ່ານຫົວໜ້າອະນຸກຳມະການດັ່ງກ່າວໃຫ້ຮູ້ວ່າ:ການຈັດວາງສະແດງຄັ້ງນີ້ກໍເພື່ອໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມສຳຄັນຂອງວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ, ທັງເປັນ ການປຸກລະ ດົມໃຫ້ມວນຊົນມີນ້ຳໃຈຮັກຊາດ, ຮັກລະບອບໃໝ່, ເຕົ້າໂຮມຄວາມສາມັກຄີ ແລະ ປະກອບສ່ວນເຂົ້າ ໃນວຽກງານສື່ມວນຊົນ ແລະ ການພີມຈຳໜ່າຍໃຫ້ມີການພັດທະນານັບ ທັງດ້ານປະລິມານ ແລະ ຄຸນນະພາບໃຫ້ດີຂຶ້ນເປັນລຳດັບ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...