spot_img
Homeຂ່າວນໍ້າຖ້ວມທີມງານອາສາຮ່ວມໃຈ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ອອກເດິນທາງແລ້ວ

ທີມງານອາສາຮ່ວມໃຈ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ອອກເດິນທາງແລ້ວ

Published on

ຕອນເຊົ້າມື້ນີ້ ວັນທີ 9 ສິງຫາ 2015 ທີມງານສື່ມວນຊົນແລະປະຊາຊົນລາວຮ່ວມໃຈ ຊ່ວເຫຼືອຜູ້ປະສົບໄພນ້ຳຖ້ວມ ໄດ້ເຄື່ອນຍ້າຍອອກຈາກນະຄອນຫຼວງວຽງຈັນ ໂດຍມຸ່ງໜ້າໄປຍັງແຂວງບໍລິຄຳໄຊ ເພື່ອນຳເອົາເຄື່ອງຊ່ວຍເຫຼືອແລະສິ່ງຂອງ ບັນເທົາທຸກໄປຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນໄລຍະ 2-3 ອາທິດທີ່ຜ່ານມາ.

ການລະດົມທຶນຄັ້ງນີ້ ປະກອບມີຫຼາຍພາກສ່ວນ ນຳພາໂດຍ CRI-FM93, ທີມງານ www.laopost.com , Kou Laostar, ອາໂຫຼ ລາວ, ໂທລະໂຄ່ງ, ສະມາຄົມອາສາກູ້ໄພນະຄອນຫຼວງ ແລະ ບໍລິສັດ ປະກາດ ຈຳກັດ ຜູ່ດຽວpakaad.com

ຂອບໃຈຜູ່ໃຫ້ການບໍລິຈາກ ແລະ ຊ່ວຍເຫຼືອການເດີນທາງ, ພິເສດ ແມ່ນບັນດາອາສາສະໝັກ ກູ້ໄພນະຄອນຫຼວງ, ທີ່ງານຜູ້ໃຫ້ ທີ່ລະດົມອາສາ ຮ່ວມເດີນທາງ ໄປມອບເຄື່ອງໃນຄັ້ງນີ້, ຂອບໃຈ ທາງທ່ານ ນາງ ດາວ ແລະ ບໍລິສັດ ສາຍຂອງ ແລະ ອີ ຄອນໂດ ທີ່ຊ່ວຍລົດຂົນສົ່ງ ເຄື່ອງ, ຂອບໃຈ ທ່ານຜູ້ໃຈດີ ບໍລິຈາກ ຄ່ານ້ຳມັນລົດ ຜ່ານໂທລະໂຄ່ງ ເພື່ອໃສ່ນ້ຳມັນ ໃຫ້ລົດ ທີມອາສາ.

ຂໍສະແດງຄວາຂອບໃຈ ທຸກທ່ານ ທີ່ແບ່ງປັນ ຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນຄັ້ງນີ້.
11836433_1613861742207208_1787861418_o
11831782_1637773003134066_3980455652109632560_n 11836897_1637772936467406_5375737379927566464_n 11866309_1637772989800734_8464540564238557807_n 11866459_1637772976467402_9078687174366344649_n

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...