spot_img
Homeຂ່າວຕ່າງປະເທດຊາອຸດິອາຣະເບຍ ປະຫານນັກໂທດອີກ 4 ຄົນ ລວມຍອດປີນີ້ທະລຸ 144 ຄົນ!

ຊາອຸດິອາຣະເບຍ ປະຫານນັກໂທດອີກ 4 ຄົນ ລວມຍອດປີນີ້ທະລຸ 144 ຄົນ!

Published on

558000009228401

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ສິງຫານີ້ວ່າ ທາງການຊາອຸດິອາຣະເບຍ ໄດ້ປະຫານຊີວິດນັກໂທດ 4 ຄົນ ໃນມື້ວັນພຸດທີ 5 ສິງຫາຜ່ານມາ ໂດຍໃນນັ້ນແມ່ນເປັນຊາວເອທິໂອປີ 2 ຄົນ ຖືກປະຫານຈາກຄະດີຄາດຕະກຳ ແລະ ປຸ້ນຊັບ, ປະຫານຊີວິດຊາວຊາອຸດິອາຣະເບຍເອງ 1 ຄົນ ໃນຄວາມຜິດຖານຄາດຕະກຳເຊັ່ນດຽວກັນ ແລະ ອີກຜູ້ໜຶ່ງແມ່ນເປັນຊາວປາກິດສະຖານ ໃນຄວາມຜິດຖານລັກລອບຂົນເຮໂຣອີນເຂົ້າມາໃນປະເທດ.

ແຫລ່ງຂ່າວໄດ້ລະບຸວ່າ ທັງ 4 ຄົນ ແມ່ນຖືກປະຫານດ້ວຍວິທີການຕັດຄໍຕໍ່ໜ້າສາທາລະນະ ຊຶ່ງນັບຕັ້ງແຕ່ປີ 2015 ທາງການຊາອຸດິອາຣະເບຍ ໄດ້ປະຫານຊີວິດນັກໂທດໄປແລ້ວເຖິງ 144 ຄົນ ໂດຍຖືເປັນຕົວເລກທີ່ສູງກ່ວາສະຖິຕິຂອງໝົດປີ 2014 ທີ່ຜ່ານມາ ຊຶ່ງມີທັງໝົດຢູ່ 87 ຄົນ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...