spot_img
Homeວິທະຍາສາດ-ວິທະຍາການວາລະ​ສານ​ການ​ແພດ​ແຫ່​ງ​ບຣິ​ເທນ​ເຜີຍແຜ່ນ​ການ​ວິ​ໄຈ ​ກິນ​ເຜັດ​ຫລາຍຫ​ລຸດຜ່ອນ​ອັດຕາ​ການ​ສ່ຽງ​ເສຍຊີວິດ​ຈາກ​ພະຍາດ

ວາລະ​ສານ​ການ​ແພດ​ແຫ່​ງ​ບຣິ​ເທນ​ເຜີຍແຜ່ນ​ການ​ວິ​ໄຈ ​ກິນ​ເຜັດ​ຫລາຍຫ​ລຸດຜ່ອນ​ອັດຕາ​ການ​ສ່ຽງ​ເສຍຊີວິດ​ຈາກ​ພະຍາດ

Published on

นักวิจัยจีนเผยคนกินเผ็ดอายุยืน

ສຳລັບ​ຄົນທີ່​ມັກຮັກໃນ​ການ​ກິນ​ອາຫານ​ເຜັດ​ຄືຊິໄດ້ຍິນ​ເລື້ອຍໆວ່າ ກິນ​ໝາກເຜັດ​ຫລື​ເຄື່ອງ​ເຜັດ​ຫລາຍ​ໆ ອາດ​ເຮັດໃຫ້​ກະເພາະ​ອາຫານ​​ຊ້ຳ ຫລື​ຮ້ອນ​ໃນ​ ຄື​​ວ່າ​ການ​ກິນ​ເຜັດ​ເປັນ​ເລື່ອງ​ທີ່​ເປັນ​ໂທດ​ ແຕ່​ຈາກ​ຜົນ​ວິ​ໄຈ​ຫລ້າ​ສຸດ​ຂອງ​ນັກ​ວິ​ໄຈ​ຈາກ​ຈີນ ທີ່​ຕີ​ພິມ​ໃນ​ວາລະ​ສານ​ການ​ແພດ​ແຫ່​ງ​ບຣິ​ເທນ (BMJ) ໄດ້ເປີດເຜີຍ​ວ່າ ​ກິນ​ເຜັດຫລາຍ​ເທົ່າໃດ ​ສ່ຽງ​​ທີ່​ຈະ​ເສຍຊີວິດ​ກ່ອນ​ໄວ​ອັນ​ຄວນ​ໜ້ອຍ​ລົງ​ເທົ່າ​ນັ້ນ

ຂໍ້​ສະຫລຸບ​ນີ້​ເປັນ​ຜົນ​ມາ​ຈາກ​ການສຶກສາ​ຜູ້​ເຂົ້າ​ຮ່ວມ​ໂຄງ​ການ​ຈຳນວນ 487,375 ຄົນ ເປັນ​ເວລາ​ 7 ປີ ລະຫວ່າງ​ນັ້ນ​ມີ​ຜູ້​ເສຍຊີວິດ​ໄປ​ແລ້ວ 20,224 ຄົນ ພົບ​ວ່າ​ຜູ້​ທີ່​ກິນ​ອາຫານ​ທີ່​ມີ​ສ່ວນ​ປະສົມ​ຂອງ​ໝາກເຜັດ ທັງ​​ສົດ ແລະ ແຫ້ງ ຢ່າງນ້ອຍ 7 ເທື່ອ​ຕໍ່​ອາທິດ ມີ​ອັດຕາ​ການ​ເສຍຊີວິດ​ຕ່ຳ​ກວ່າ​ຜູ້​ທີ່​ບໍ່​ຄ່ອຍ​ກິນເຜັດ​ເຖິງ 14% ລວມ​ເຖິງ​ການ​ເສຍຊີວິດ​ຈາກ​ພະຍາດ​ມະ​ເຮັງ ພະຍາດ​ຫົວ​ໃຈ ແລະ​ທາງເດີນ​ຫາຍ​ໃຈ

ຢ່າງໃດ​ກໍ​ຕາມ ຜົນ​ວິ​ໄຈ​ນີ້​ບໍ່​ໄດ້​ລະ​ບຸ​ເຈາະ​ຈົງ​ວ່າ ອາຫານ​ເຜັດ​ມີ​ສ່ວນຫ​ລຸດ​ຄວາມ​ສ່ຽງ​ຂອງ​ການ​ມີ​ອາ​ຍຸ​ສັ້ນ ນັກ​ວິທະຍາ​ສາດ​ບາງ​ຄົນ​ຕັ້ງ​ຂໍ້​ສັງເກດ​ວ່າ ປັດ​ໄຈ​ຫລັກ​ອາດ​ບໍ່ແມ່ນ​ໝາກເຜັດ ແຕ່​ເປັນ​ອາຫານ​ອື່ນ​ທີ່ກິນ​ຮ່ວມ​ກັບ​ໝາກເຜັດ ຫລື​ແມ່ນແຕ່​ຮູບ​ແບບ​ການ​ດຳ​ລົງ​ຊີວິດ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...