Homeຂ່າວພາຍ​ໃນທ່ານນາຍົກ ຕ້ອນຮັບປະທານອົງການ JICA

ທ່ານນາຍົກ ຕ້ອນຮັບປະທານອົງການ JICA

Published on

ທ່ານນາຍົກ ຕ້ອນຮັບປະທານອົງການ JICA

ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານ ອາ​ກິ​ຮິ​ໂກະ ທາ​ນາ​ກະ ປະທານ​ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ ພ້ອມ​ຄະນະ ໃນ​ໂອກາດ​ທີ່​ໄດ້​ເດີນທາງ​ຢ້ຽມຢາມ ​ສປປ ລາວ ໃນ​ວັນ​ທີ 28-29 ສິງຫາ 2013 ຊຶ່ງ​ພິທີ​ຕ້ອນຮັບ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ສິງຫາ 2013 ທີ່​ຫ້ອງ​ວ່າການ​ລັດຖະບານ.

ໂອກາດ​ດັ່ງກ່າວ ທ່ານ​ນາຍົກລັດຖະມົນຕີ ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ແລະ ສະແດງ​ຄວາມ​ຊົມເຊີຍ​ຕໍ່​ການ​ເດີນທາງ​ມາ​ຢ້ຽມຢາມ ​ສປປ ລາວ ຂອງ​ຄະນະ​ຜູ້​ແທນ​ດັ່ງກ່າວ ພ້ອມ​ນັ້ນ ທ່ານ​ຍັງ​ໄດ້​ສະແດງ​ຄວາມ​ຂອບໃຈ ຕໍ່​ກັບ​ການ​ໃຫ້ການ​ຊ່ວຍເຫຼືອ​ຂອງ​ອົງການ JICA ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ ບໍ່​ວ່າ​ຈະ​ເປັນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ກະສິກຳ-ປ່າໄມ້ ການ​ສຶກ​ສາ ແລະ ສາທາລະນະ​ສຸກ ອັນ​ໄດ້​ປະກອບສ່ວນ​ໃນ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ ​ສປປ ລາວ ໃຫ້​ໄດ້​ຮັບ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ເຂົ້າ​ໃນ​ການ​ເສີມ​ສ້າງ ການ​ເຊື່ອມ​ໂຍງ​ກັບ​ບັນດາ​ປະເທດ​ໃນ​ພາກ​ພື້ນ ໂດຍ​ສະເພາະ​ແມ່ນ ການ​ເຊື່ອມ​ໂຍງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC) ໃນ​ປີ 2015.

ທ່ານ ອາ​ກິ​ຮິ​ໂກະ ທາ​ນາ​ກະ ກໍ​ໄດ້​ສະແດງ​ຄວາມ​ຊົມເຊີຍ​ຕໍ່​ກັບ​ຜົນສຳເລັດ ໃນ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ VII ອັນ​ໄດ້​ເຮັດ​ໃຫ້​ເສດຖະກິດ-ສັງຄົມ​ຂອງ ​ສປປ ລາວ ໄດ້​ຮັບ​ການ​ພັດທະນາ​ຂຶ້ນ ເຮັດ​ໃຫ້​ອັດຕາ​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ​ຢູ່​ໃນ​ລະດັບ 8% ຂຶ້ນ​ໄປ.

ໃນ​ວັນ​ດຽວ​ກັນ ທ່ານ ອາ​ກິ​ຮິ​ໂກະ ທາ​ນາ​ກະ ໄດ້​ເດີນທາງ​ເຂົ້າ​ຢ້ຽມ​ຂ່ຳນັບ ແລະ ພົບ​ປະ​ກັບ​ທ່ານ ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ ກະຊວງ​ແຜນການ-ການ​ລົງທຶນ ແລະ ເວລາ​ຕໍ່​ມາ ກໍ​ໄດ້​ເດີນທາງ​ເຂົ້າ​ຢ້ຽມ ແລະ ພົບ​ປະ​ກັບ​ທ່ານ ພູ​ເພັດ ຄຳ​ພູນ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ.

ການ​ເດີນທາງ​ຢ້ຽມຢາມ ​ສປປ ລາວ ຄັ້ງ​ນີ້ ຄະນະ​ຜູ້​ແທນ​ຍັງ​ມີ​ໂອກາດ​ເດີນທາງ​ຢ້ຽມຢາມ ບັນດາ​ໂຄງການ​ທີ່​ອົງການ JICA ໃຫ້​ທຶນ​ຊ່ວຍເຫຼືອ​ອີກ​ດ້ວຍ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...