spot_img
Homeຂ່າວຕ່າງປະເທດສຸດຍອດໃຈບຸນ! ຄູ່ບ່າວສາວຊາວຕວກກີ ຈັດງານດອງແຫກປະເພນີ ລ້ຽງອາຫານຊາວອົບພະຍົບກ່ວາ 4 ພັນຄົນ ແທນການເຊີນແຂກ!

ສຸດຍອດໃຈບຸນ! ຄູ່ບ່າວສາວຊາວຕວກກີ ຈັດງານດອງແຫກປະເພນີ ລ້ຽງອາຫານຊາວອົບພະຍົບກ່ວາ 4 ພັນຄົນ ແທນການເຊີນແຂກ!

Published on

x1_3

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ສິງຫາຜ່ານມານີ້ວ່າ ງານແຕ່ງດອງລະຫວ່າງ ທ້າວ ເຟທຸເລາະ ອູຊຸມຄຸກລູ ແລະ ນາງ ເອສະຣາ ໂປລາດ ຄູ່ຮັກຊາວຕວກກີ ທີ່ຈັດຂຶ້ນໃນເມືອງຄິລິດ ທາງພາກໃຕ້ຂອງຕວກກີ ໄດ້ແຫກກົດຂອງງານລ້ຽງແຕ່ງດອງ ຕາມປະເພນີລ້ຽງແຂກ ແລະ ເພື່ອນມິດສະຫາຍ ທີ່ມີໃນທຸກວັດທະນະທຳທົ່ວໂລກ ດ້ວຍການເຊ່ີນເອົາຜູ້ອົບພະຍົບຊາວຊີຣີ ທີ່ພັກຢູ່ໃນຄ້າຍອົບພະຍົບກ່ວາ 4,000 ຄົນ ມາລ້ຽງເຂົ້າໃນງານແຕ່ງດອງຂອງພວກເຂົາ ແທນການເຊີນແຂກເຂົ້າຮ່ວມ ທັງໆທີ່ຄູ່ບ່າວສາວບໍ່ຮູ້ຈັກຊາວອົບພະຍົບດັ່ງກ່າວນີ້ເລີຍ ຊຶ່ງເປັນການໃຫ້ຢ່າງຍິ່ງໃຫຍ່ ໃນວັນພິເສດຂອງຊີວິດພວກເຂົາ.

ແຫລ່ງຂ່າວໄດ້ລະບຸວ່າ ທັງຄູ່ໄດ້ໃຊ້ເງິນທ້ອນຂອງຕົນເອງບໍ່ໜ້ອຍ ໃນການຈັດງານແຕ່ງດອງແບບຊ່ວຍເຫລືອຜູ້ທຸກຍາກ ແລະ ບໍ່ມີທີ່ຢູ່ອາໄສເຊັ່ນນີ້, ແນວໃດກໍຕາມ ແນວຄິດດັ່ງກ່າວ ບໍ່ແມ່ນແນວຄິດລິເລີ່ມຂອງຄູ່ບ່າວສາວ ແຕ່ຫາກແມ່ນແນວຄິດຂອງຜູ້ເປັນພໍ່ຂອງເຈົ້າບ່າວເອງ.

ດ້ານພໍ່ຂອງເຈົ້າບ່າວໄດ້ເປີດເຜີຍວ່າ ການລ້ຽງອາຫານທີ່ແຊບໆໃຫ້ຄອບຄົວ ແລະ ຄົນຮູ້ຈັກໃນງານແຕ່ງດອງ ແມ່ນເປັນສິ່ງທີ່ບໍ່ຈຳເປັນເລີຍ ໂດຍສະເພາະໃນຍາມທີ່ເຮົາຮູ້ວ່າ ມີຄົນອີກຈຳນວນຫລວງຫລາຍທີ່ຕ້ອງການອາຫານເພື່ອດຳລົງຊີວິດຢູ່ອ້ອມຂ້າງພວກເຮົາ ຈິ່ງໄດ້ສະເໜີແນວຄິດນີ້ໃຫ້ກັບລູກຊາຍ ແລະ ເປັນທີ່ໜ້າຍິນດີທີ່ລູກຊາຍກໍເຫັນດີນຳ.

x2_5

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...