Homeຂ່າວຕ່າງປະເທດເຮືອຜູ້ອົບພະຍົບຫລົ້ມ ກາງທະເລເມດິແຕຣານຽນ 300 ກ່ວາຊີວິດ ຍັງບໍ່ຮູ້ຊາຕາກຳ!

ເຮືອຜູ້ອົບພະຍົບຫລົ້ມ ກາງທະເລເມດິແຕຣານຽນ 300 ກ່ວາຊີວິດ ຍັງບໍ່ຮູ້ຊາຕາກຳ!

Published on

Migrants on a rubber dinghy wait to be rescued by the Migrant Offshore Aid Station ship MV Phoenix off the coast of Libya
(ພາບປະກອບ) ເຮືອຜູ້ອົບພະຍົບລຳໜຶ່ງ ລອຍລຳກາງທະເລເມຣິແຕຣານຽນ

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ສິງຫານີ້ວ່າ ເຮືອປະມົງທີ່ໂດຍສານຜູ້ອົບພະຍົບ 600 ຄົນ ຫລົ້ມກາງທະເລເມດິແຕຣານຽນ ນອກຊາຍຝັ່ງປະເທດລີບີ 15 ໄມທະເລ ໃນຂະນະທີ່ກຳລັງມຸ່ງໜ້າເຂົ້າສູ່ເອີຣົບ ໂດຍເຮືອຂອງເຈົ້າໜ້າທີ່ອຽກລັງ ແລະ ເຈົ້າໜ້າທີ່ສາກົນ ສາມາດຊ່ວຍເຫລືອຂຶ້ນມາໄດ້ 250 ຄົນ ແລະ ມີພົບຜູ້ເສຍຊີວິດ 16 ຄົນ ສ່ວນທີ່ເຫລືອອີກ 300 ກ່ວາຄົນ ຍັງບໍ່ຮູ້ຊາຕາກຳ ຊຶ່ງເຈົ້າໜ້າທີ່ສຳນັກງານຂ້າຫລວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ ຫລື UNHCR ໄດ້ປະສານສົ່ງເຮືອເຂົ້າໄປຄົ້ນຫາຜູ້ລອດຊີວິດເພີ່ມອີກແລ້ວ 3 ລຳ.

 

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...