spot_img
Homeວິທະຍາສາດ-ວິທະຍາການແມັກ​ຊິ​ໂກ ພັດທະນາ​ປ່ຽນ​ກະ​ບອງ​ເພັດ​ໃຫ້ເປັນ​ພະລັງ​ງານ​ໄຟ​ຟ້າ ຫວັງ​ຫລຸດຜ່ອນ​ການ​ປ່ອຍອາຍ​ແກ໊ສ

ແມັກ​ຊິ​ໂກ ພັດທະນາ​ປ່ຽນ​ກະ​ບອງ​ເພັດ​ໃຫ້ເປັນ​ພະລັງ​ງານ​ໄຟ​ຟ້າ ຫວັງ​ຫລຸດຜ່ອນ​ການ​ປ່ອຍອາຍ​ແກ໊ສ

Published on

ແມັກ​ຊິ​ໂກ ພັດທະນາ​ປ່ຽນ​ກະ​ບອງ​ເພັດ​ໃຫ້ເປັນ​ພະລັງ​ງານ​ໄຟ​ຟ້າ ຫວັງ​ຫລຸດຜ່ອນ​ການ​ປ່ອຍອາຍ​ແກ໊ສ​ ແລະ​ເພີ່ມ​ງານ​ໃຫ້​ປະຊາກອນ

ສຳ​ນັກຂ່າວ​ຕ່າງ​ປະເທດລາຍ​ງານ​ວ່າ ທີ່​ໂຮງ​ງານ​ແຫ່ງ​ໜຶ່ງ​ໃນ​ເມືອງ​ຄາ​ວິນ​ໂຍ່ ຂອງ​ຣັດ​ອາກວັດກາ​ລຽນ​ເຕດ ປະເທດ​ແມັກຊິ​ໂກ ​ພວກເຂົາ​ກຳ​ລັງ​ຜະລິດ​ພະລັງ​ງານ​ຈາກ​ແກ໊ສ​ຊີວະ​ພາບ ທີ່​ສະ​ກັດ​ມາ​ຈາກຕົ້ນ​ກະ​ບອງ​ເພັດ “ໂນ​ປານ” ທີ່​ຊາວ​ລາ​ຕິນ​ນິຍົມ​ນຳ​ໄປ​ປຸງ​ເປັນ​ອາຫານ

ໂດຍ​ມິ​ເກ ແອງ​ເຈນ ເປົາ​ເລດ ຜູ້​ອຳ​ນວຍ​ການ​ໂຄງ​ການ​ພະລັງ​ງານ​ທາງ​ເລືອກ​ຂອງສະ​ຖາ​ບັນ​ກະເສດ​ຂອງ​ຊາດ ກ່າວ​ວ່າ ຕອນ​ນີ້​ສາມາດ​ຜະລິດ​ແກ໊ສ​ຊະ​ຊີວ​ພາບ​ໄດ້​ປະລິມານ​ຫລາຍ ຫລື​ຜະລິດ​ໄຟ​ຟ້າ​ໄດ້ 930 ກິ​ໂລ​ວັດ ຕໍ່​ຊົ່ວ​ໂມງ ໃນ​ການ​ຜະລິດ​ໄຟ​ຟ້າ

1.76

ພາບ​ຈາກ http://cactuskoy3.blogspot.com/

ເຊີ່ງ​ຂະ​ບວນ​ການ​ຜະລິດ​ຄື​ການ​ນຳ​ກະ​ບອງ​ເພັດ​ມາ​ຕັດ​ເປັນ​ທ່ອນ ແລ້ວ​ບົດ​ເປັນ​ຂອງ​ແຫລວ ຈາກ​ນັ້ນ​ຈຶ່ງ​ນຳ​ໄປ​ປະສົມ​ກັບ​ປຸ໋ຍ​ຄອກ ແລະ​ນຳ​ໄປ​ເກັບ​ໄວ້​ ຈົນ​ໄດ້​ແກ໊ສ​ ແລະ​ເມື່ອ​ໄດ້​ເປັນ​ແກ໊ສ​ຊີວະ​ພາບ​ແລ້ວ ມັນ​ຈະ​ຖືກ​ນຳ​ໄປ​ຜ່ານ​ຂັ້ນຕອນກັ່ນຕອງ ​ທີ່​ມີ​ຮູ​ພຸນ​ຕາມ​ທຳມະຊາດ ທີ່​ເຮັດ​ຫນ້າທີ່​ເປັນ​ຄືກັບ​ເຄື່ອງ​ຄວບ​ແໜ້ນ ໂດຍ​ຕົວ​ຕອງ​ນີ້​ຈະ​ແຍກ​ຄວາມ​ຊຸ່ມ ແລະ​ອຸນຫະພູມ​ອອກ ຈາກ​ນັ້ນ​ຈຶ່ງ​ນຳ​ໄປ​ໃຊ້​ກັບ​ເຄື່ອງ​ຈັກ​​ເພື່ອ​ໃຫ້​ໄດ້​ອອກ​ມາ​ເປັນ​ໄຟ​ຟ້າ ໂຄງ​ການ​ນີ້​ໄດ້ຮັບ​ການ​ສະໜັບສະໜູນ​ຈາກ ຄູ​ ອາ​ຊູນ ບໍລິສັດ​ຜະລິດ​ປູນ​ຊີ​ມັງ​ທີ່​ຕັ້ງ​ຢູ່ໃນ​ຣັດ​ຮິ​ດັນ​ໂກ ແລະ​ອາດຈະ​ຊ່ວຍ​ສ້າງ​ງານ ແລະ​ເງີນ​ໃຫ້​ແກ່​ຄົນ​ໃນ​ທ້ອງ​ຖິ່ນ

ດ້ານ​ໂຄ​ເຊ່ ມາ​ນູ​ເອນ ກາດ​ຕາ​ເຊ​ດ້າ ​ຜູ້​ປູກ​ກະ​ບອງ​ເພັດ​ໂນ​ປານ ກ່າວ​ວ່າ ໂຮງ​ໄຟ​ຟ້າ​ແຫ່ງ​ນີ້ ເຮັດໃຫ້​ຜູ້​ປູກ​ກະ​ບອງ​ເພັດ ມີ​ທາງ​ເລືອກ​ເພີ່ມ​ຂຶ້ນ ນອກ​ຈາກ​ການ​ປູກ​ເພື່ອ​ຈຳ​ໜ່າຍ​ທີ່​ເຮັດ​ລາຍ​ໄດ້​ບໍ່​ດີ​ປານໃດ

ຂະນະ​ທີ່ ຄວນ ໂອ​ວີ​ໂດ້  ຜູ້​ຈັດການໂຄງ​ການ​ຂອງ ຄູ​ ອາ​ຊູນ ກ່າວ​ວ່າ ທີ່​ໂຮງ​ງານ​ໃນ​ຣັດ​ຮິ​ດັນ​ໂກ ຫາກ​ຈະ​ຕອບສະຫນອງ​ຄວາມ​ຕ້ອງ​ການ​ໃຊ້​ໄຟ​ຟ້າ​ດ້ວຍ​ພະລັງ​ງານ​ຈາກ​ກະ​ບອງ​ເພັດ ຈະ​ຕ້ອງ​ມີ​ການ​ປູກ​ກະ​ບອງ​ເພັດ​ຫລາຍກວ່າ 100 ລ້ານ​ຕົ້ນ ເຊີ່ງ​ສາມາດ​ເກີດ​ຂຶ້ນ​ໄດ້​ແທ້ ​ນອກ​ເໜືອ​ຈາກ​ການ​ຜະລິດ​ກະ​ແສ​ໄຟ​ຟ້າ ບໍລິສັດ​ກຳ​ລັງ​ຄິດ​ເຖິງ​ການ​ຫລຸດ​ຄ່າ​ໃຊ້​ຈ່າຍ​ດ້ານ​ພະລັງ​ງານ​ລົງ​ອີກ​ຮ້ອຍ​ລະ 40 ຈາກ​ໂຄງ​ການ​ນີ້​ເຕີ່ມອີກ ເຊີ່ງ​ບໍ່​ລວມ​ເຖິງ​ລາຍ​ໄດ້​ທີ່​ໄດ້​ຈາກ​ການ​ຜະລິດ​ປຸ໋ຍ​ຊີວະ​ພາບ ເມື່ອ​ເດືອນ​ມີ​ນາ​​ທີ່​ຜ່ານມາ

ສຳລັບ​ແມັກ​ຊິ​ໂກ​ກາຍ​ເປັນ​ປະເທດ​ກຳ​ລັງ​ພັດທະນາ​ປະເທດ​ທຳອິດ ທີ່​ຕັ້ງ​ເປົ້າ​ໝາຍ​ການຫ​ລຸດຜ່ອນ​ມົນລະ​ພິດ ໂດຍ​ຕັ້ງ​ເປົ້າໝາຍທີ່​ຈະ​ຫລຸດ​ແກ໊ສ​ ແລະ​ມົນ​ພິດ​ທາງ​ອາ​ກາດ​ທີ່ເກິດຂື້ນ​ໃນ​ໄລ​ຍະ​ສັ້ນ ລົງ​ຮ້ອຍ​ລະ 25 ໃຫ້​ໄດ້​ພາຍ​ໃນ​ປີ 2018 ຈາກ​ຂໍ້​ມູນ​ຂອງ​ຣັດຖະບານ ແມັກ​ຊິ​ໂກ ເຊີ່ງ​ມີ​ການ​ປ່ອຍ​ແກ໊ສ​ຄິດ​ເປັນ​ຮ້ອຍ​ລະ 1.4 ຂອງ​ທົ່ວ​ໂລກ ເປັນ​ໜຶ່ງ​ໃນ​ປະເທດ​ທີ່​ຕົກ​ຢູ່ໃນ​ຄວາມ​ສ່ຽງ ຫາກ​ຍັງ​ບໍ່​ດຳ​ເນີນ​ການ​ໃດໆ​ໃນ​ເລື່ອງ​ນີ້

ໂດຍ​ໄລຍະ 50 ປີ​ທີ່​ຜ່ານມາ ແມັກ​ຊິ​ໂກ​ພົບ​ກັບ​ສະພາບ​ອາ​ກາດ​ທີ່​ຮ້າຍແຮງ​ຫລາຍ​ເທື່ອ ຈາກ​ພາ​ຍຸ​ໄຊ​ໂຄນ  ນ້ຳ​ຖ້ວມ ແລະ​ຄວາມ​ແຫ້ງ​ແລ້ງ ທີ່​ກໍ່​ໃຫ້​ເກີດ​ການ​ສູນ​ເສຍຊີວິດ ແລະ​ຄວາມ​ສູນ​ເສຍ​ທາງເສດຖະກິດຈຳນວນ​ມະຫາ​ສານ

 

ບົດຄວາມຫຼ້າສຸດ

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...