spot_img
Homeຂ່າວການພັດທະນາທະນາຄານນະໂຍບາຍ ສະໜອງສິນເຊື່ອ ໃຫ້ເມືອງເປົ້າໝາຍ ແລະ ບ້ານທົດລອງ 3 ສ້າງຢູ່ແຂວງເຊກອງ

ທະນາຄານນະໂຍບາຍ ສະໜອງສິນເຊື່ອ ໃຫ້ເມືອງເປົ້າໝາຍ ແລະ ບ້ານທົດລອງ 3 ສ້າງຢູ່ແຂວງເຊກອງ

Published on

Logo_nbb

ທະນາຄານ ນະໂຍບາຍ​ (ທນບ) ສາຂາແຂວງອັດຕະປືໄດ້ຈັດກອງປະຊຸມເພື່ອສະຫລຸ, ຕີລາຄາແລະ ທົບທວນຄືນ ວຽກງານສະໜອງສິນ​ເຊື່ອ ​ດອກ​ເບ້ຍ​ຕ່ຳ​​ໃນໂຄງການ​ແກ້​ໄຂ​ ຄວາມທຸກ​ຍາກ ແລະ ຜະລິດ​ເປັນ​ສິນຄ້າ ​ໃນບັນດາ​ເມືອງ​ເປົ້າ​ໝາຍ ​ແລະ ບ້ານ​ເຮັດ​ທົດ​ລອງ 3 ສ້າງ​ຂອງແຂວງ​ເຊ​ກອງ ​ເຊິ່ງກອງ​ປະຊຸມ​ດັ່ງກ່າວ ​ໄດ້​ຈັດ​ຂຶ້ນ​​ ເມື່ອ​ທ້າຍກໍລະກົດ 2015 ທີ່ຫ້ອງວ່າ ການປົກຄອງແຂວງເຊກອງ ໂດຍມີທ່ານ ເຫລັກໄຫລ ສີວິໄລ ຮອງເຈົ້າແຂວງໆເຊກອງ, ທ່ານ ບົວ ເງິນ ພົງສະຫວັດ ຜູ້ອຳນວຍການໃຫຍ່ ທະນາຄານນະໂຍບາຍ, ທ່ານ ໄຊລືຊາ ຜູຍຍະວົງ ຮອງຫົວໜ້າ ທະນາຄານແຫ່ງ ສປປ ລາວ ພາກໃຕ້ທີ່ແຂວງ ຈຳປາສັກ, ມີຄະນະກຳມະການ ຄຸ້ມຄອງສິນເຊື່ອ ຂັ້ນແຂວງ, ເມືອງ ແລະ ຄອບຄົວ ຕົວແບບເຂົ້າຮ່ວມ.

ທ່ານ ສົມ​ສະໜຸກ ຈັນ​ດາລາ ຫົວໜ້າ​ ທນບ ​ສາຂາ​​ອັດ​ຕະປື ໄດ້​ລາຍ​ງານ​ວ່າ: ນັບ​ແຕ່ ປີ 2007 ​ເປັນ​ຕົ້ນ​ມາ ໂດຍ​ປະຕິບັດ​ ຕາມ​ພາລະ​ບົດບາດ​ ຂອງທະນາຄານ​ ນະ​ໂຍບາຍ ໃນ​ການ​ ສະໜ​ອງ​ສິນ​ເຊື່ອ ເຂົ້າ​ໃສ່​ໂຄງການ​ແກ້​ໄຂ ​ຄວາມທຸກ​ຍາກ ​ແລະ ຜະລິດ​ເປັນສິນຄ້າ ຕາມແນວທາງ​ ນະ​ໂຍບາຍ​ຂອງ​ພັກ-ລັດ ວາງ​ອອກ​ໃນ 4 ​ເມືອງ 116 ບ້ານ​ 4.675 ຄອບຄົວຢູ່​ແຂວງ​ເຊ​ກອງ​ ໃນ​ວົງ​ເງິນ​ທັງ​ໝົດ​ເກືອບ 100 ຕື້​ກີບ, ໃນ​ນີ້​ ປ່ອຍ​ເຂົ້າ​ ໃນ​ຂະ​ແໜງ​ລ້ຽງສັດ 42 ຕື້​ກວ່າ​ກີບ, ​ຂະ​ແໜງປູກຝັງ 32,5 ຕື້​ກວ່າ​ກີບ, ຂະ​ແໜງຫັດຖະກຳ 757 ລ້ານ​ກວ່າ​ກີບ, ຂະ​ແໜງອຸດສາ ຫະກຳ-ປຸງ​ແຕ່ງ 723 ລ້ານ​ກີບ ​ແລະ ຂະ​ແໜງ​ບໍລິການ​ເກັບ​ຊື້​ ຜົນ​ຜະລິດ 7,8 ຕື້​ກວ່າ​ກີບ.ໂດຍສິນເຊື່ອດັ່ງກ່າວ ໄດ້ປ່ອຍໃນເມືອງເປົ້າໝາຍ (ເມືອງທຸກຍາກ) 55 ຕື້ກວ່າກີບ, ຈຸດສຸມພັດທະນາ ຂອງລັດຖະບານ ຂອງແຂວງ 11 ຕື້ກວ່າກີບ, ສິນເຊື່ອ ໃນເມືອງ-ບ້ານ 3 ສ້າງ 15 ຕື້ກວ່າກີບ ແລະ ເມືອງນອກເປົ້າໝາຍ 1 ຕື້ກວ່າກີບ.

ທະນາຄານນະໂຍບາຍ ສາຂາແຂວງອັດຕະປື ໄດ້ສ້າງຕັ້ງຂຶ້ນໃນວັນທີ25 ທັນວາ 2012 ໂດຍມີ 5 ຂະແໜງການ ແລະ ໜ່ວຍບໍລິການ ຂຶ້ນກັບ, ມີຂອບເຂດ ການເຄື່ອນໄຫວໃນ 2 ແຂວງ 9 ເມືອງ 224 ບ້ານ, ມີບ້ານທຸກຍາກ 86 ບ້ານ, ໃນນີ້ຢູ່ແຂວງອັດຕະປື ປະກອບມີ5 ເມືອງ 104 ບ້ານ, ບ້ານທຸກຍາກ 24 ບ້ານ ແລະ ແຂວງເຊກອງ ປະກອບມີ 4 ເມືອງ 120 ບ້ານ, ບ້ານທຸກຍາກ 62 ບ້ານ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...