Homeຂ່າວພາຍ​ໃນການອ່ານປຶ້ມຂອງເດັກນ້ອຍລາວ ຍັງບໍ່ທັນໄດ້ຮັບການສົ່ງເສີມເທົ່າທີ່ຄວນ

ການອ່ານປຶ້ມຂອງເດັກນ້ອຍລາວ ຍັງບໍ່ທັນໄດ້ຮັບການສົ່ງເສີມເທົ່າທີ່ຄວນ

Published on

kid book

ຜູ້ອຳນວຍການສຳນັກພິມໄວເດັກ ໄດ້ໃຫ້ສຳພາດຕໍ່ນັກ ຂ່າວພວກເຮົາ ເນື່ອງໃນໂອກາດວັນສື່ມວນຊົນ ແລະ ວັນພິມຈຳໜ່າຍແຫ່ງຊາດຄົບຮອບ 65 ປີ (13/8/1950-13/8/2015) ວ່າ: ໃນເບື້ອງຕົ້ນ, ຈາກອາຊີບຄູ, ອາຈານ ແລ ເປັນຜູ້ຮັບຜິດຊອບ ວຽກຝຶກຫັນວິຊາຊີບ, ເຊິ່ງໄດ້ມີໂອກາດລົງໄປກວດກາການສິດ ສອນຂອງຄູຝຶກຫັດຢູ່ແຂວງວຽງຈັນ ແລະ ໃນນະຄອນຫລວງວຽງ ຈັນໄດ້ພົບເຫັນ ຄວາມຫຍຸ້ງຍາກຂອງຄູຈຳນວນໜຶ່ງ ທີ່ຂາດເຂີນສື່ການສອນ, ໂດຍສະເພາະປື້ ມສຳລັບເດັກໂດຍສະເພາະແມ່ນປຶ້ມກະຕຸນຕ່າງໆ, ເມື່ອເຫັນ ແນວນັ້ນ ຕົນຈຶ່ງໄດ້ຕັດ ສິນໃຈຂຽນປຶ້ມກະຕຸນຂາວດຳ ຈຳນວນ 10 ຫົວເລື່ອງ ແລະ ໄດ້ສົ່ງເສີມໃຫ້ຄູ ໄປເລົ່າທົດລອງກັບເດັກ ເຫັນວ່າເດັກ ນ້ອຍກຸ່ມດັ່ງກ່າວ ມີຄວາມສົນໃຈ ແລະ ມີຜົນຕອບຮັບ ເປັນຢ່າງດີ, ນັບແຕ່ນັ້ນມາຕົນຈຶ່ງໄດ້ຂຽນ ແລະ ຜະລິດປື້ມກະຕຸນສຳ ລັບເດັກຈົນມາເຖິງປັດຈຸບັນນີ້.

ໃນຊຸມປີ 1993 ປື້ມກະຕຸນ 3 ເລ ເຄື່ອງທຳອິດໄດ້ຖືກຈັດພິມເປັນສີ, ໂດຍການສະໜັບສະໜູນ ຈາກນັກປະພັນຊາວຍີ່ປຸ່ນ ແລະ ໄດ້ສ້າງຕັ້ງເປັນບໍລິສັດການພິມ ແລະ ຈຳໜ່າຍເຍົາໄວ ໂດຍການສະໜັບສະໜູນຈາກນັກປະພັນຊາວຝຣັ່ງ ເພື່ອປົກປ້ອງ ລິຂະສິດດ້ານຊັບສິນທາງປັນຍາ, ຈົນມາເຖິງປີ 2011 ໄດ້ປ່ຽນຊື່ຈາກບໍລິສັດການພິມ ແລະ ຈຳໜ່າຍເຍົາໄວ ມາເປັນສຳນັກ ພິມໄວເດັກ ທີ່ຂຶ້ນກັບກົມພິມຈຳໜ່າຍ,ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ . ສໍານັກພິມໄວເດັກ ໄດ້ເປີດໂອກາດຟັງຄໍາຄິດຄໍາເຫັນຈາກຫລາຍພາກສ່ວນ ບໍ່ວ່າຈະເປັນເດັກນ້ອຍ, ຜູ້ປົກຄອງເດັກ, ຄູອາຈານ ເພື່ອຢາກສົ່ງເ ສີມການອ່ານໃຫ້ເດັກຫລາຍຂຶ້ນ. ດັ່ງນັ້ນ ຕົນເອງຈິ່ງໄດ້ສຸມໃສ່ພັດ ທະນາສຳນັກພິມດັ່ງກ່າວໃຫ້ຂະຫາຍຕົວຂຶ້ນເທື່ອລະກ້າວ, ບໍ່ວ່າຈະເປັນທາງດ້ານປະລິມານ ແລະ ຄຸນນະພາບ ແລະ ດ້ວຍປະສົບການທີ່ເຄີຍເຮັດວຽກກັບເດັກມາແລ້ວຫລາຍສິບປີ ຈຶ່ງເຮັດໃຫ້ການຄົ້ນຄວ້າເນື້ອໃນ ແລະ ອອກແບບປຶ້ມອ່ານ ແລະ ປຶ້ມກະຕຸນຕ່າງໆໄດ້ແທດເໝາະ ກັບຈິດຕະສາດ ຂອງເດັກແຕ່ລະໄວເປັນຢ່າງດີ.

ມາຮອດປັດຈຸບັນນີ້ ສໍານັກພິມໄວເດັກ ມີປຶ້ມກະຕູນສໍາລັບເດັກອະນຸບານ ແລະ ປະຖົມສຶກສາ ຢູ່ໃນການຄຸ້ມຄອງປະມານ 140 ເລື່ອງທີ່ພົວພັນກັບຫລາຍຫົວຂໍ້ເຊັ່ນ: ສະພາບແວດລ້ອມ, ການສຶກສາ-ວັດທະນະທຳ, ພື້ນຖານວິທະ ຍາສາດ, ຄະນິດສາດ, ສຸຂະສຶກສາ, ໂພສະນາການ, ຄຸນສົມບັດ ແລະ ອື່ນໆ ຊຶ່ງໄດ້ຈັດພິມມາແລ້ວເກືອບ 1.500.000 ຫົວແລະໄດ້ຈັດສົ່ງເຂົ້າຫ້ອງອ່ານໂຮງຮຽນປະ ມ-ອະນຸບານ ແລະ ຫ້ອງສະໝຸດໃນຂອບເຂດທົ່ວປະເທດຫລາຍກວ່າ 1 ລ້ານຫົວ.

ໃນໂອກາດນີ້ ຜູ້ອຳນວຍການສຳນັກພິມດັ່ງກ່າວ ຍັງໄດ້ສະແດງທັດສະນະຂອງຕົນ ຕໍ່ວຽກງານສື່ມວນຊົນວ່າ: ໂດຍລວມແລ້ວ ມາຮອດປັດຈຸບັນວຽກງານສື່ມວນຊົນ ໄດ້ເຕີບໃຫຍ່ຂະຫຍາຍຕົວໄປກັບ ສຳນັກພິມຈຳໜ່າຍ ອັນໄດ້ປະກອບສ່ວນເຂົ້າໃນການຜະລິດ ສື່ໂຄສະນາ ໄດ້ຢ່າງກ້ວາງຂວາງ ແລະ ຂະຫຍາຍຕົວໄປເລື້ອຍໆໂດຍພາຍໃຕ້ການຊີ້ນຳ-ນຳພາຂອງ ພັກ-ລັດເຮົາ, ຈຶ່ງເຮັດໃຫ້ວຽກງານສື່ມວນຊົນມີຄວາມເຂັ້ມແຂງ ທາງດ້ານປະລິມານແລະ ຄຸນນະພາບສາມາດບໍລິການຜູ້ອ່ານ, ຜູ້ເບິ່ງ ແລະ ຜູ້ຟັງໄດ້ຢ່າງທົ່ວເຖິງ, ບໍ່ວ່າຈະເປັນຜູ້ໃຫຍ່, ເດັກນ້ອຍ ແລະ ໄວໜຸ່ມມີຈຳນວນເພີ່ມຂຶ້ນເລື້ອຍໆ.

ຜູ້ອຳນວຍການ ຍັງໄດ້ເປີດເຜີຍໃຫ້ຮູ້ວ່າ: ໄປຄຽງຄູ່ກັບຜົນສຳເລັດດັ່ງກ່າວສຳນັກພິມໄວເດັກ ກໍປະສົບບັນຫາຢູ່ບໍ່ໜ້ອຍເຊັ່ນ: ນັກຂຽນທີ່ສົ່ງເລື່ອງກາຕູນ, ນິທານສໍາລັບເດັກຢູ່ປະເທດເຮົາ ແມ່ນມີຈໍານວນໜ້ອຍ ແລະ ບໍ່ໄດ້ຜ່ານການຝຶກອົບຮົມການຂຽນເລື່ອງສໍາລັບເດັກ, ຂາດການຄົ້ນຄວ້າວິ​ໄຈ ດັ່ງນັ້ນ ຈຶ່ງເຮັດໃຫ້ການຕອບສະໜອງຄວາມຕ້ອງການຂອງເດັກຍັງບໍ່ໄດ້ດີເທົ່າທີ່ຄວນ ການອ່ານຍັງບໍ່ທັນກາຍເປັນຊີວິດຈິດໃຈ, ບໍ່ທັນເປັນຂະບວນການຢູ່ໃນກຸ່ມເດັກນ້ອຍ, ໄວໜຸ່ມ ແລະ ຜູ້ປົກຄອງຈຳນວນໜຶ່ງກໍຍັງບໍ່ຫັນມາເອົາໃຈ ໃສ່ຢ່າງໜັກແໜ້ນໃນການສົ່ງເສີມການອ່ານຂອງເດັກ. ດັ່ງນັ້ນຜູ້ປົກຄອງ, ຄູອາຈານ ແລະ ທຸກຄົນໃນສັງຄົມ ຄວນຫັນມາເອົາໃຈໃສ່ໃນດ້ານນີ້ ໃຫ້ແຂງແຮງຂຶ້ນກວ່າເກົ່າເພື່ອລູກຫລານຂອງ ພວກເຮົາຈະໄດ້ເຕີບມີຄວາມຮູ້ຄວາມສາມາດເປັນຜູ້ໃຫຍ່ທີ່ມີຄຸນສົມບັດທີ່ດີໃນອະນາຄົດ.

ຂອບໃຈຂ່າວຈາກ:
789

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...