Homeຂ່າວພາຍ​ໃນຫຼາຍບັນຫາທີ່ສົ່ງຜົນກະທົບລະບົບເສດຖະກິດລາວ ທີ່ລັດຖະບານຄວນເລັ່ງແກ້ໄຂ

ຫຼາຍບັນຫາທີ່ສົ່ງຜົນກະທົບລະບົບເສດຖະກິດລາວ ທີ່ລັດຖະບານຄວນເລັ່ງແກ້ໄຂ

Published on

B01AC3AB-B334-4819-9A78-09AFF5E0EA80_w600_r1

ທ່ານ ສີສະຫວາດ ທີຣະວົງ ປະທານສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ, ໄດ້ກ່າວໃນກອງປະຊຸມແລກປ່ຽນ ຄວາມຄິດເຫັນລະຫວ່າງພາກລັດ ແລະ ເອກະຊົນກ່ຽວກັບບັນຫາການຄຸ້ມຄອງເສດຖະກິດມະຫາພາກ ແລະ ການດຳເນີນ ທຸລະກິດຢູ່ລາວ ເມື່ອບໍ່ດົນນີ້ວ່າ: ເຖິງວ່າ ສປປ ລາວ ຈະມີທ່າແຮງຊຸກຍູ້ການເຕີບໂຕຂອງເສດຖະກິດພົ້ນເດັ່ນຫລາຍດ້ານ, ແຕ່ພວກເຮົາຍັງພົບບັນຫາຫຍຸ້ງຍາກໃນການລົງທຶນ ແລະ ດຳເນີນທຸລະກິດບໍ່ໜ້ອຍ, ຊຶ່ງມາຈາກຫລາຍປັດ​ໄຈຄື: ການກໍ່ສ້າງພື້ນຖານໂຄງລ່າງທີ່ພາກເອກະຊົນລົງທຶນກ່ອນໂດຍນຳໃຊ້ເງິນກູ້ຈາກທະນາຄານ, ແຕ່ພາຍຫລັງໂຄງການ ສຳເລັດລັດບໍ່ສາມາດຊຳລະໄດ້ຕາມກຳນົດ, ເຮັດໃຫ້ພາກເອກະຊົນຂາດເງິນໝູນວຽນ ແລະ ສົ່ງຜົນສະທ້ອນໃນການຈ່າຍ ພັນທະງົບປະມານແຫ່ງຊາດ, ການກຳນົດດອກເບ້ຍເງິນຝາກໃນລະດັບສູງເຖິງ 13%-14%ສົ່ງຜົນໃຫ້ຄົນຕ່າງປະເ ທດນຳເອົາເງິນເຂົ້າມາຝາກ, ເຮັດໃຫ້ທະນາຄານແບກຫາບພາລະດອກເບ້ຍສູງ, ຊຶ່ງຈະກາຍເປັນຜົນກະທົບໃນໄລຍະຍາວ, ການໃຫ້ບໍລິການຂອງພາກລັດໃນການອະນຸມັດເອກະສານ ແລະ ອຳນວຍຄວາມສະດວກດ້ານການຄ້າຊັກຊ້າ, ສົ່ງຜົນໃຫ້ນັກລົງທຶນຕ່າງປະເທດບໍ່ໃຫ້ຄວາມສົນໃຈເຂົ້າມາລົງທຶນຢູ່ລາວ ແລະ ທັງເປັນການເພີ່ມລາຍຈ່າຍ, ພ້ອມທັງສົ່ງຜົນກະທົບໂດຍກົງຕໍ່ການສົ່ງອອກສີນຄ້າຂອງລາວທີ່ພົບຂໍ້ຈຳກັດຫລາຍດ້ານ, ການຍົກເວັ້ນ

ພາສີອາກອນນຳເຂົ້າວັດສະດຸແຕ່ຂາດການຄວບຄຸມ ແລະ ຕິດຕາມ, ເຮັດໃຫ້ມີການລັກລອບນຳເອົາວັດສະດຸມາຈຳໜ່າຍໃນລາຄາຖືກກວ່າສິນຄ້າທີ່ຜູ້ຜະລິດພາຍໃນຈຳໜ່າຍ, ເຊິ່ງຜູ້ຜະລິດພາຍໃນຕ້ອງແບກຫາບການເກັບພາສີອາກອນ ເຊັ່ນ: ການນຳເຂົ້າວັດຖຸດິບ, ກົນຈັກການຜະລິດ,ແຮງງານ ແລະ ອື່ນໆ, ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ຍັງບໍ່ໄດ້ຮັບການສົ່ງເສີມຢ່າງຈິງຈັງໃນການເຂົ້າເຖິງແຫລ່ງທຶນເງິນກູ້, ອັດຕາດອກເບ້ຍສູງ, ໄລຍະການຊຳລະໄວ, ຖ້າຜະລິດ ແລະ ຈຳໜ່າຍພາຍໃນກໍມີການເກັບພາສີອາກອນ ແລະ ຄ່າອື່ນໆນັບແຕ່ຂັ້ນຜະລິດໄປຈົນຮອດຂອດຈຳໜ່າຍ, ເຮັດໃຫ້ສິນຄ້າມີມູນຄ່າສູງເກີນກວ່າປະເທດອ້ອມຂ້າງ. ສ່ວນບັນຫາຜົນກະທົບພາຍນອກຕໍ່ຜູ້ລົງທຶນພາຍໃນເຫັນວ່າໂຄງການຂຸດຄົ້ນແຮ່ຄຳເປັນການລົງທຶນຂະໜາດໃຫຍ່ເມື່ອລາຄາຄຳຢູ່ຕະຫລາດໂລກຫລຸດລົງເຮັດໃຫ້ບາງບໍລິສັດຢຸດການຜະລິດ, ບໍລິສັດທີ່ຮັບເໝົາການຂຸດຄົ້ນກໍບໍ່ມີວຽກເຮັດ, ສົ່ງຜົນໃຫ້ເກີດເປັນບັນຫາຕ່ອງໂສ້ໃນການມອບພັນທະເຂົ້າງົບປະມານລັດ,ເສດຖະກິດພາຍໃນມີການສະລໍຕົວເປັນເຫດໃຫ້ຍານພາຫະນະນຳເຂົ້າຄົງ ຄ້າງເປັນຈຳນວນຫລາຍ, ຂະນະດຽວກັນພາຫະນະໃໝ່ກໍອອກມາເຮັດໃຫ້ຜູ້ປະກອບການມີບັນຫາໃນການຊຳລະເງິນໃຫ້ຕ່າງປະເທດ ແລະ ບາງປະເທດທີ່ມີຊາຍແດນຕິດກັບລາວມີນະໂຍບາຍໂຈະປ່ອຍເງິນກູ້, ຂຶ້ນຄ່າແຮງງານເພື່ອຍາດເອົາແຮງງານຢູ່ບາງແຂວງ ຂອງລາວທີ່ມີການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດຂາດແຮງງານຮັບໃຊ້ການຜະລິດ, ສະນັ້ນ ເພື່ອເຮັດໃຫ້ ສປປ ລາວ, ສາມາດຜ່ານຜ່າອຸປະສັກ ແລະ ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມຄັ້ງທີ VIII ( 2016-2020) ມີຄວາມໜັກແໜ້ນເຂັ້ມແຂງ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້ເປັນຢ່າງດີ, ຈຶ່ງຕ້ອງໄດ້ປັບປຸງໂຄງສ້າງເສດຖະກິດເພື່ອເພີ່ມຂີດຄວາມສາມາດໃນການແຂ່ງຂັນ,

ພັດທະນາທັກສະ ແລະ ຄວາມຮູ້ໃໝ່ໃຫ້ແກ່ນັກທຸລະກິດ, ນຳໃຊ້ທ່າແຮງຈຸດພິເສດຂອງປະເທດໃຫ້ກາຍເປັນພື້ນຖານເສດຖະກິດທີ່ເຂັ້ມແຂງຮັ່ງມີ, ພ້ອມທັງປັບປຸງການຄຸ້ມຄອງບໍລິຫານລັດນັບແຕ່ສູນກາງ ແລະ ທ້ອງຖິ່ນໃຫ້ເໝາະສົມຕາມຍຸກສະໄໝ, ຊອກຫາຄູ່ຮ່ວມພັດທະນາທຸລະກິດກຸ່ມປະເທດສະມາຊິກອາຊຽນ ແລະ ສາກົນ ເພື່ອສ້າງຄວາມເຂັ້ມແຂງໃຫ້ເສດຖະກິດຂອງລາວສາມາດນຳພາປະເທດຫລຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ 2020 ໄດ້.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...