spot_img
Homeລົດຍົນ-ຍານພາຫະນະລົດ​ມີ​ກິ່ນ​ເໝັນ ຈະ​ກຳຈັດ​ກິ່ນ​ໄດ້ຈັ່ງໃດງ່າຍ​ໜ້ອຍດຽງ ແຖມຍັງ​ບໍ່ໄດ້​ເສຍ​ເງິນ​ຈັກກີບ

ລົດ​ມີ​ກິ່ນ​ເໝັນ ຈະ​ກຳຈັດ​ກິ່ນ​ໄດ້ຈັ່ງໃດງ່າຍ​ໜ້ອຍດຽງ ແຖມຍັງ​ບໍ່ໄດ້​ເສຍ​ເງິນ​ຈັກກີບ

Published on

http://s5.boxzaracing.com/news/03/og/

ກິ່ນ​ເໝັນ​ພາຍ​ໃນ​ລົດ​ ເປັນ​ສິ່ງ​ທີ່​ຄົນ​ໃຊ້​ລົດ​​ບໍ່​ມັກ​ແລະ​ບໍ່​ຢາກ​ໃຫ້ມັນເກີດ ເພາະ​ກິ່ນ​ເໝັນ​ຈະ​ເຮັດໃຫ້​ການເດິນທາງ​ເປັນ​ເລື່ອງ​​ທີ່ບໍ່ມັກເລີຍແຫລະ ບໍ່ວ່າຈະເປັນການ​ຈາລະຈອນ​ທີ່​ຕິດ​ຂັດ ບໍ່ວ່າຈະເປັນຄົນ​ຂັບ​ລົດ​ຄົນ​ອື່ນ​ຂັບ​ລົດ​ບໍ່​ດີ ຍັງ​ຕ້ອງ​ມາ​ພົບກັບ​ກິ່ນ​ເໝັນ​ອີກ ແຕ່​ບັນຫາ​ເຫລົ່າ​ນັ້ນ​ຈະ​ໝົດ​ໄປ​ເພາະ​ຄວາມ​ຮູ້​ເລື່ອງ​ລົດ​ທີ່  Laopost.com ນຳ​ມາ​ຝາກ​ໃນ​ມື້​ນີ້​ນັ້ນ​ຄື  ລົດ​ມີ​ກິ່ນ​ເໝັນ ຈະ​ກຳຈັດ​ກິ່ນ​ໄດ້ຈັ່ງໃດງ່າຍ​ໜ້ອຍດຽງ ແຖມຍັງ​ບໍ່ໄດ້​ເສຍ​ເງິນ​ຈັກກີບ

http://s5.boxzaracing.com/news/03/og/

ໂດຍ​ທຳອິດ​ເຮົາ​ຈະ​ຕ້ອງ​ຕາ​ມຫາ​ທີ່​ມາ​ຂອງ​ກິ່ນ​ເໝັນ​ເຫລົ່າ​ນັ້ນ​ໃນ​ລົດ​ເສຍ​ກ່ອນ ເຊີ່ງ​ຫລັກໆແລ້ວ​ກິ່ນ​ເໝັນ​ຈະ​ມີ​ທີ່​ມາ 2 ບ່ອນນັ້ນ​ກໍ​ຄື ກິ່ນ​ຈາກ​ແອ​ແລະ​ກິ່ນ​ພາຍ​ໃນ​ລົດ​ເອງ​ເຊີ່ງ​ຈະ​ມີ​ວິທີ​ກຳຈັດ​ກິ່ນ​ທີ່​ແຕກ​ຕ່າງ​ກັນ
ກິ່ນ​ເໝັນ​ທີ່​ມາ​ຈາກ​ພາຍ​ໃນ​ລົດ ບໍ່​ວ່າ​ຈະ​ເປັນ​ກິ່ນ​ເບາະ​ຜ້າ​ຫລື​ເບາະ​ໜັງ​ແລະ​ພົມ ເມື່ອ​ລົດ​ເຈົ້າ​ມີ​ກິ່ນ​ເໝັນ​ຈາກ​ສິ່ງ​ເຫລົ່າ​ນັ້ນ​ຕ້ອງ​ຮີບ​ເຮັດ​ຄວາມ​ສະ​ອາດ​ໂດຍ​ດ່ວນ ດ້ວຍ​ນຳ​ສະ​ບູ່​ອ່ອນໆ​ມາ​ເຊັດ​ບໍລິເວນ​ທີ່​ມີ​ກິ່ນ​ໃຫ້​ທົ່ວ​ແລ້ວ​ຈຶ່ງ​ນຳ​ລົດ​ໄປ​ຈອດ​ຕາກ​ແດດ​ເປີດ​ແວ່ນ​ຫລື​ປະ​ຕູ​ຖິ້ມ​ໄວ້​ປະ​ມານ 1-2 ຊົ່ວໂມງ ກໍ​ຈະ​ສາມາດ​ກຳຈັດ​ກິ່ນ​ພາຍ​ໃນ​ລົດ​ໄດ້ ນອກ​ຈາກ​ນີ້​ແລ້ວ​ເຮົາ​ຍັງ​ສາມາດ​ດັບ​ກິ່ນ​ເໝັນ​ໄດ້​ດ້ວຍ​ການ​ນຳ​ນ້ຳ​ສົ້ມ​ສາຍຊູ ໃສ່​ແກ້ວ​ຕັ້ງ​ຖິ້ມ​ໄວ້​ໃນ​ລົດ​ປະ​ມານ 1-2 ຊົ່ວ​ໂມງ​ອີກ​ດ້ວຍ

http://s5.boxzaracing.com/news/03/og/

ສຳລັບ​ກິ່ນ​ເໝັນ​ທີ່​ມາ​ຈາກ​ຊ່ອງ​ແອ ໂດຍ​ສ່ວນ​ຫລາຍ​ຈະ​ເກີດ​ຂຶ້ນ​ຫລັງ​ຈາກ​ທີ່​ເຮົາ​ທຳການສະຕາດເຄື່ອງ ​ແລ້ວ​ເປີດ​ແອ ເຊີ່ງ​ວິທີ​ແກ້​ໄຂ​ກໍ​ບໍ່​ຍາກ​ພຽງ​ແຕ່​ເຮົາ​ກໍ່ການ​ເປີດ​ພັດ​ລົມ​ແອ​ຖິ້ມ​ໄວ້​ໂດຍ​ປິດ​ສ່ວນ​ທີ່​ເຮັດ​ຄວາມ​ເຢັນ​ກ່ອນ​ດັບ​ເຄື່ອງ​ປະ​ມານ 4-5 ນາ​ທີ ກໍ​ຈະ​ສາມາດ​ໄລ່​ກິ່ນ​ເໝັນ​ອອກຈາກ​ບໍລິເວນ​ທໍ່​ແອ​ໄດ້​ແລ້ວ
ແຕ່​ຖ້າລອງ​ວິທີ​ທີ່​ເຮົາ​ແນະ​ນຳ​ໄປ​ແລ້ວ​ຍັງມີ​ກິ່ນ​ຢູ່​ອາດຈະ​ຕ້ອງ​ນຳ​ລົດ​ເຂົ້າ​​ບໍລິການ​ລ້າງ​ລົດ ຫລື​ປ່ຽນ​ພົມ, ຜ້າ​ຫລື​ໜັງ​ຂອງ​ເບາະ ເພື່ອ​ໃຫ້​ກິ່ນ​ເຫລົ່າ​ນັ້ນ​ຫາຍ​ໄປ 100% ກໍ​ໄດ້​ ສຳລັບ​​ຄວາມ​ຮູ້​ເລື່ອງ​ການ​ເບິ່ງແຍງ​ລົດ​ທີ່​ເຮົາ​ນຳ​ມາ​ໃຫ້​ ​ໃນ​ມື້​ນີ້​ຄົງ​ເປັນ​ປະໂຫຍດ​ກັບໝູ່​ເພື່ອ​ນໆ​ ໃນ​ເທື່ອ​ຕໍ່ໄປ​ຈະ​ເປັນ​ເລື່ອງ​ຫຍັງ​ນັ້ນ​ກໍ​ຕ້ອງ​ຕິດ​ຕາມ​ກັນ​ໃຫ້​ດີ​​ທີ່ Laopost.com

 

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...