spot_img
Homeຂ່າວນໍ້າຖ້ວມນ້ຳຖ້ວມນາຊາຍທອງແລ້ວ

ນ້ຳຖ້ວມນາຊາຍທອງແລ້ວ

Published on

ຕອນເຊົ້າມື້ນີ້ ວັນທີ 5 ສິງຫາ 2015 ໄດ້ເກີດເຫດນ້ຳຖ້ວມເຂດບ້ານຫົວຂົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ສະພາບການສັນຈອນ ຕິດຂັດຍາວຢຽດເຖິງ 5 ກິໂລແມັດ ທ່ານເຈົ້າເມືອງລົງພື້ນທີ່ ບັນຊາການໂດຍກົງກັບການ ໃຫ້ການຊ່ວຍເຫຼືອປະຊາຊົນ ແລະແກ້ໄຂບັນຫາສະເພາະໜ້າ.

ທີມຂ່າວລາວໂພສຕ໌ ປະຈຳເມືອງນາຊາຍທອງ ລາຍງານເຂົ້າສູ່ສຳນັກຂ່າວລາວໂພສຕ໌ ວ່າ ເນື່ອງຈາກຝົນຕົກໜັກຕະຫຼອດຄືນທີ່ຜ່ານມາ ເຮັດໃຫ້ນ້ຳປ່າທີ່ໄຫຼມາຈາກສາຍຫ້ວຍຕ່າງໆ ໃນສາຍພູພະນັງໄດ້ໄຫຼບ່າເຂົ້າຖ້ວມເສັ້ນທາງ ເລກທີ 13 ເໜືອ ແລະບ້ານເຮືອນປະຊາຊົນເປັນບໍລິເວນກວ້າງ ການສັນຈອນຕິດຄັດຍາວຢຽດກວ່າ 5 ກິໂລແມັດ.

ທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງເມືອງນາຊາຍທອງ ໄດ້ລົງພື້ນທີ່ບັນຊາການແກ້ໄຂບັນຫາ ດ້ວຍໂຕເອງ ພ້ອມທັງລະດົມພາກສ່ວນ ປກສ ແລະປກຊ ລົງໃຫ້ການຊ່ວຍເຫຼືອປະຊາຊົນ ແລະແກ້ໄຂບັນຫາ ຢ່າງຂຸ້ນຂ້ຽວ.

11796178_667673406667471_4143158721062121442_n 11800444_667673186667493_188062298665427686_n 11811534_667673846667427_5124932962251581476_n 11811565_667673643334114_4253032999126386652_n 11836887_667673956667416_5677525103407412047_n 11836895_667673990000746_6744028907362734888_n

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...