Homeຂ່າວພາຍ​ໃນກວດພົບຢາດອງສົບ ໃນອາຫານສົດຫຼາຍຮ້ອຍກິໂລ

ກວດພົບຢາດອງສົບ ໃນອາຫານສົດຫຼາຍຮ້ອຍກິໂລ

Published on

ອີງຕາມແຫຼ່ງຂ່າວ ສຳນັກຂ່າວສານປະເທດລາວ ເຊິ່ງເປັນສຳນັກຂ່າວທາງການຂອງລັດຖະບານລາວ ໄດ້ລາຍງານຜ່ານໜ້າເຟສບຸກຂອງຕົນວ່າ: ໃນວັນທີ 4 ສິງຫາ 2015 ນີ້, ເຈົ້າໜ້າທີ່ສະເພາະກິດເມືອງສີໂຄດ ນະຄອນຫລວງວຽງຈັນ ໄດ້ກວດພົບອາຫານສົດຫຼາຍຊະນິດ ຈຳນວນຫຼາຍຮ້ອຍກິໂລ ທີ່ມີການປົນເປື້ອນສານຟໍມາຣີນ ຫຼືຟອກໂມນ ໃນປະລິມານທີ່ເປັນອັນຕະລາຍຮ້າຍແຮງ ຕໍ່ຜູ້ບໍລິໂພກ.

ແນວໃດກໍຕາມ ຂ່າວບໍ່ໄດ້ແຈ້ງໃຫ້ຮູ້ວ່າ ກວດພົບຢູ່ໃນຕະຫຼາດແຫ່ງໃດຂອງເມືອງສີໂຄດ ແຕ່ອາຫານປົນເປື້ອນເຫຼົ່ານັ້ນຖືກ ນຳໄປທຳລາຍແລະຝັງດິນແລ້ວ. ອາຫານທີ່ມີສານປົນເປື້ອນດັ່ງກ່າວ ປະກອບມີເຄື່ອງໃນໝູ, ໜັງໝູ ແລະເຄື່ອງໃນງົວ-ຄວາຍ ທີ່ຖືກບັນຈຸມາໃນ ແກັດໂຟມຂະໜາດໃຫຍ່ ເຊິ່ງແຫຼ່ງຂ່າວລັບຂອງ ລາວໂພສລາຍງານວ່າ ເປັນສິນຄ້າທີ່ແມ່ຄ້າຕ່າງປະເທດລັກລອບ ນຳເຂົ້າມາຈຳໜ່າຍ ແຕ່ບໍ່ມີລາຍງານວ່າແມ່ນແມ່ຄ້າ ຈາກປະເທດໃດກັນແທ້.

ທ່ານ ໝໍຜູ້ຊ່ຽວຊານດ້ານຢາ ໄດ້ໃຫ້ຂໍ້ມູນວ່າ ສານຟໍມາຣີນ ຫຼືຟອກໂມນ ເປັນສານເຄມີທີ່ ຖືກນຳໃຊ້ເຂົ້າໃນການຮັກສາ ສະພາບຊາກສົບບໍ່ໃຫ້ເນົ່າເປື່ອຍ ຫຼືຢືດເວລາການເນົ່າເປື່ອຍຂອງຊາກສັດ ຖ້າຄົນເຮົາກິນລົງໄປຈະພາໃຫ້ເປັນ ມະເຮັງລຳໄສ້, ມະເຮັງຕັບ, ເປັນໂລກຕ່າງໆ ໃນຮ່າງກາຍ, ສາມາດຢຸດການຈະເລີນເຕີບໂຕ ຂອງຮ່າງກາຍໄດ້ອີກ ແລະຖ້າໄດ້ຮັບສານນີ້ຈຳນວນຫຼາຍ ອາດຈະເຮັດໃຫ້ເສຍຊີວິດທັນທີໄດ້. ແລະວ່າ ການຈຳໜ່າຍອາຫານທີ່ມີສານພິດປົນເປື້ອນ ໃນປະເທດລາວ ມັນຄ້າຍຄືກັບການວາງຢາພິດແກ່ ປະຊາຊົນທີ່ນຳໄປບໍລິໂພກ. ຈຶ່ງເຕືອນໃຫ້ປະຊາຊົນຈົ່ງມີສະຕິ ໃນການເລືອກບໍລິໂພກອາຫານຂຶ້ນຕື່ມ.

11796307_1475610032755746_4631943969417071827_n 11846779_1475610036089079_2582490033987198284_n

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...