spot_img
Homeຂ່າວເຫດການກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະຫລຸບ​ວຽກ​ງານ 3 ສ້າງ

ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະຫລຸບ​ວຽກ​ງານ 3 ສ້າງ

Published on

borsengkham

ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ(ຖວທ), ໄດ້ຈັດ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ 3 ສ້າງ​ຂະແໜງການຕົນໃນທົ່ວ​ປະ​ເທດ​ໃນ​ລະຫວ່າງວັນ​ທີ 3-4 ສິງຫານີ້, ໂດຍການເປັນ​ປະທານ​ຂອງທ່ານ ສຈ.​ດຣ ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າ​ການ​ກະຊວງ​ດັ່ງກ່າວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມເປັນຈໍານວນ ຫລາຍເພື່ອ​ສະຫລຸບ​ຕີ​ລາຄາ​ຮອບດ້ານຕໍ່​ວຽກ​ງານ​ດັ່ງກ່າວ​ໃນ​ໄລຍະປີ 2012-2015, ພ້ອມ​ທັງ​ຕີ​ລາຄາ​​ດ້ານ​ດີ, ດ້ານ​ອ່ອນ, ຂໍ້​ຫຍຸ້ງຍາກຄົງ ຄ້າງ, ບາງ​ບົດຮຽນ​ທີ່​ຖອດຖອນ​ໄດ້ ​ແລະ ສິ່ງ​ທ້າ​ທາຍ​ຕ່າງໆລວມເຖິງ ມາດ​ຕະການ​ຈັດ​ຕັ້ງ​ປະຕິບັດ ​ແລະ ອື່ນໆ.

ທ່ານລັດຖະມົນຕີວ່າການກະຊວງ ຖວທ ​ກ່າວ​ວ່າ​: ​ໃນ​ໄລຍະ​ຜ່ານ​ມາຄະ​ນະ​ພັກ​ກະຊວງ (ຖວທ) ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງໜ້າ​ເພື່ອຊິ້ນຳ​-ນຳພາ​ການ​ສ້າງ​ຂະ​ບວນການ​ເຮັດ​ທົດ​ລອງ​ວຽກ​ງານ 3 ສ້າງຮ່ວມ​ກັບ​ອຳນາດ​ການ​ປົກຄອງ​ແຕ່ລະ​ຂັ້ນນັບ​ທັງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ,​ ໄດ້​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ເປັນ​ຮູບ​ປະ​ທຳ​ຢູ່​ຂັ້ນ​ທ້ອງ​ຖິ່ນ​ໃນ​

ຂອບ​ເຂດທົ່ວ​ປະ​ເທດ, ສິ່ງ​ທີ່​ພົ້ນ​ເດັ່ນ​ແມ່ນ​ໄດ້​ສ້າງ​ຄູ່​ມື​ກ່ຽວ​ກັບ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ, ມີການ​ມອບ​ໝາຍ​ໜ້າ​ທີ່​ຮັບຜິດຊອບຢ່າງ​ລະອຽດ​ໃນ​ແຕ່ລະ​ຂັ້ນ,​ ໄດ້​ປະກອບ ​ແລະຕິດ​ຕັ້ງ​ໂທລະ​ໂຄ່ງ​​ໃຫ້​ແກ່​ບັນດາ​ບ້ານ 3 ສ້າງ, ອັນ​ໄດ້​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຮັບ​ໃຊ້​ວຽກ​ງານ ຖວທ ​ໃຫ້​ປາກົດ​ຜົນ​ເປັນ​ຈິງ​ຂຶ້ນ, ການ​ເຮັດ​ທົດ​ລອງ 3 ສ້າງສາມາດ​ຕີ​ລາຄາ​ໄດ້​ວ່າ:ວຽກ​ງານ ຖວທ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ແລະ ຈັດ​ຕັ້ງ​ປະຕິບັດ​ຢ່າງ​ເປັນ​ຂະ​ບວນຟົດ​ຟື້ນ, ຄະນະ​ພັກ, ອຳນາດ​ການ​ປົກຄອງ​ແຕ່ລະ​ຂັ້ນນັບ​ທັງສູນ​ກາງ ​ແລະ ທ້ອງ​ຖິ່ນ,​ ໄດ້​ຮັບ​ຮູ້​ພາລະ​ບົດບາດ ​ແລະ ຄວາມ​ສຳຄັນອັນ​ໄດ້ປະ ກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ, ​ໂດຍ​ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ.

ວຽກ​ງານ 3 ສ້າງ ​ແມ່ນ​ການ​ປະຕິບັດ​ທິດ​ນຳ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ສ້າງ​ຄວາມ​ໝັ້ນ​ຄົງ​ໃຫ້​ແກ່​ລັດ​ປະຊາທິປະ​ໄຕປະຊາຊົນ​ ​ແລະ ທິດ​ນຳ​ກ່ຽວກັບ 4 ບຸກທະລຸ​ໃນ​ພາກ​ຕົວ​ຈິງ, ​ເຊິ່ງ​ເປັນ​ວຽກ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດທັງ​ໃນ​ສະ​ເພາະ​ໜ້າ ​ແລະ ຍາວ​ນານ, ພ້ອມ​ທັງ​ເປັນ​ການ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ໃຫ້​ແກ່​ທ້ອງ​ຖິ່ນ​ຮາກ​ຖານ, ​ເພີ່ມ​ທະວີ​ບົດບາດນຳ​ພາ ​ແລະ ຍົກ​ສູງ​ຄວາມ​ສາມາດ​ກຳ​ອຳນາດ​ຂອງ​ພັກ, ພ້ອມ​ກັນ​ນັ້ນກໍ​ເພື່ອ​ເພີ່ມ​ທະວີ​ຄວາມ​ສັກສິດ​ໃນ​ການ​ຄຸ້ມ​ຄອງ-ບໍລິຫານ​ລັດ, ສ້າງ​ຄວາມ​ເຂັ້ມ​ແຂງ​ຮອບດ້ານ​ໃຫ້​ແກ່​ທ້ອງ​ຖິ່ນ​ຮາກ​ຖານ, ​ໂດຍ​ສະ​ເພາະ​ໃນ 51 ​ເມືອງ 109 ບ້ານ​ເປົ້າ​ໝາຍ​ທົດ​ລອງ 3 ສ້າງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ໂດຍ​ພື້ນຖານ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...