Homeອຸບັດເຫດແລະປາກົດການຫຍໍ້ທໍ້ຈັບໂຈນອີກແລ້ວ ມີການຕໍ່ສູ້ກ່ອນຈະຈັບໄດ້

ຈັບໂຈນອີກແລ້ວ ມີການຕໍ່ສູ້ກ່ອນຈະຈັບໄດ້

Published on

ວັນທີ 2 ສິງຫາ 2015 ເວລາປະມານ 21:30 ນາທີ ມີໂຈນ (ເຊີ່ງຊາບພາຍຫລັງເປັນຊາວຫວຽດນາມ) ພະຍາຍາມຈະມາລັກເອົາລົດຈັກ Honda msx

ຂອງປະຊາຊົນທ່ານໜຶ່ງ ຢູ່ບ້ານສີສະຫວາດ ເມືອງຈັນທະບູລີ ນວຈ. ໃນຂະນະທີ່ເຈົ້າຂອງລົດຫາກໍ່ຢ່າງເຂົາເຮືອນ ແລະ ກຳລັງແກ້ເສື້ອບໍ່ເຖີງ 5 ນາທີ ພໍດີເລືອກເຫັນໂຈນກຳລັງພະຍາຍາມ ຈະລັກເອົາລົດ.

ລາວຈຶ່ງໄດ້ແລ່ນມາໃສ່ໂຈນ ແຕ່ໂຈນກໍ່ແລ່ນໜີ ແລະລາວກໍ່ໄລ່ນຳໄປ ໂຈນໄດ້ໄຊ້ມີດແກວ່ງໃສ່ເຈົ້າຂອງລົດ ແຕ່ບໍ່ຖືກ.

ສຸດທ້າຍແລ້ວເຈົ້າຂອງລົດກໍ່ໄລ່ທັນ ແລະສາມາດລັອກໂຈນໄວ້ໃນທ່ານອນ ໃນລະຫວ່າງການຕໍ່ສູ້ກັນຢູ່ນັ້ນໂຈນໄດ້ກັດແຂນ ແລະ ບ່າໄຫລ່ຂອງເຈົ້າຂອງລົດ
ຈົນມີອາການບາດເຈັບເລັກນ້ອຍ.

ແລະແລ້ວທາງໜ່ວຍງານມູນນິທິ ຊ່ວຍເຫຼືອຄົນທຸກຍາກແຫ່ງປະເທດລາວ ແລະ ທີມງານ ນາທີຊີວິດ ທີ່ໄດ້ຮັບແຈ້ງຈາກພົນລະເມືອງດີ ຈື່ງມາຊ່ວຍຈັບໂຈນໄວ້ໄດ້
ນຳສົ່ງເຈົ້າໜ້າທີ່ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.
11816996_1619705654975028_8110754440243801567_n 11828748_1619705638308363_4230041050867321862_n 11828818_1619705731641687_2165922367578695478_n

ພາບແລະຂໍ້ມູນຈາກ ນາທີຊີວິດ

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...