Homeຂ່າວພາຍ​ໃນອາເມລິກາສົ່ງເຮືອDestroyerລຳທີ່5ໄປMediterraneanສົ່ງບຸກຊີເຣຍ

ອາເມລິກາສົ່ງເຮືອDestroyerລຳທີ່5ໄປMediterraneanສົ່ງບຸກຊີເຣຍ

Published on

Pic_366701

 

ສະຫະລັດອາເມລິກາສົ່ງເຮືອລຳທີ່5 ໄປປະຈຳການທີ່ທະເລMediterraneanແລ້ວ ຂະນະທີ່ໂອບາມາຍັງບໍ່ໃດ້ຕັດສິນໃຈເລື່ອງການໂຈມ ຕີຊີເຣຍ ເນື່ອງຈາກວ່າຫຼັກຖານຍັງບໍ່ແນ່…

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ່ 30 ສິງຫາ ວ່າສະຫະລັດອາເມລິກາສົ່ງເຮືອລຳທີ່5 ໄປປະຈຳການທີ່ນ່ານນ້ຳທະເລຕາເວັນອອກ ຂອງທະເລMediterraneanແລ້ວ ຂະນະທີ່ມະຫາອຳນາດຕາເວັນຕົກກຳລັງຫາລືເລື່ອງການໃຊ້ກຳລັງທະຫານໂຈມຕີຊີເຣຍເພື່ອລົງໂທດ ກໍລະນີໃຊ້ອາວຸດເຄມີເຂັ່ນຂ້າປະຊາຊົນເມື່ອອາທິດກ່ອນ.

ແຫລ່ງຂໍ້ມູນໃນກະຊ່ວງປ້ອງກັນປະເທດ ເປີດເຜີຍກັບອົງການຂ່າວ AFPເມື່ອວັນພະຫັດວ່າ ສະຫະລັດອາເມລິກາສົ່ງເຮືອຂີປານາວຸດ                ‘USS Stove House’ໄປໃນທະເລMediterranean ແລະກຳລັງມຸ່ງໜ້າໄປທາງທິດຕະວັນອອກ ເພື່ອເສີຍກຳລັງໃຫ້ກັບເຮືອລົບ                          ‘USS Omaha North’ ໂດຍເຮືອລົບ 2 ລຳປະຈຳການບໍລິເວນນີ້ໄປອີກລະຍະໜຶ່ງ.

ນອກຈາກເຮືອທັ້ງ 2 ລຳແລ້ວສະຫະລັດອາເມລິກາສົ່ງເຮືອDestroyerປະຈຳການໃນທະເລນີ້ອີກ 3 ລຳຄື ‘USS Ramage’, ‘USS Barry’ແລະ ‘USS Lee Graves’ ໂດຍທັ້ງໝົດສາມາດຍິງຈະຫຼວດລ່ວນ’Master of the Hawk’ ເຊິ່ງຄາດວ່າມີລຳລະ 45 ລູກ ໄປຍັງເປົ້າໝາຍ ໃນຊີເຣຍໃດ້ທັນທີ ທີ່ປະທານນາທິບໍດີBarack ທ່ານໂອບາມາອອກຄຳສັ່ງ.

ກ່ອນໜ້ານີ້ ເຮືອDestroyerທີ່ປະຈຳການໃນນ່ານນ້ຳດັງກ່າວມີພຽງ3 ລຳ ພາຍໃຕ້ການຄວບຄຸ່ມຂອງກອງເຮືອລົບທີ່ 6 ກ່ອນທີ່ຈະມີກເສີມກຳລັງ ຫລັງຈາກຊີເຣຍໃຊ້ອາວຸດເຄມີກັບປະຊາຊົນເມື່ອວັນທີ່21 ສິງຫາ ຂ້າມເສັ້ນແດງທີ່ໂອບາມາຂີດເອາໄວ້ເມື່ອຕົ້ນປີ ພອ້ມຄຳຂູ່ວ່າຫາກມີການໃຊ້ ອາວຸດເຄມີຈະຕ້ອງຕຽມຮັບຜົນຮ້າຍຕາມມາ.

ນອກຈາກນີ້ສະຫະລັດອາເມລິກາຍັງມີເຮືອບັນທຸກເຮືອບີນ ‘USS Nimitz ‘ ແລະ ‘USS Harry S. Truman’ ຢູ່ໃນເຂດຂອງກອງເຮືອລົບທີ່ 5 ຕັ້ງແຕ່ທະເລແດງ, ອ່າວເປີເຊຍແລະທະເລArabianແຕ່ເຈົ້າໜ້າທີ່ກະຊວງອີກຄົນເຊື່ອວ່າ ໃນຕອນນີ້ເຮືອທັ້ງ 2 ລຳ ຈະບໍ່ມີສ່ວນກ່ຽວ ຂ້ອງ ກັບການໂຈມຕີຊີເຣຍ.

ເມື່ອວັນອັງຄານ ລັດຖະມົນຕີກະຊວງສະຫະລັດອາເມລິກາ ກ່າວວ່າ ກອງທັບພ້ອມເປີດສາກໂຈມຕີຊີເຣຍທັນທີທີ່ປະທານນາທິບໍດີໂອບາມາ ສັ່ງ ຢ່າງໃດກໍ່ຕາມທ່ານໂອບາມາຍອມຮັບເມື່ອວັນພຸດວ່າ ເຂົາຍັງບໍ່ໃດ້ຕັດສີນໃຈເລື່ອງການບຸກໂຈມຕີຊີເຣຍ ເນື່ອງຈາກຫຼັກຖານວ່າໃຜເປັນຜູ້ ໃຊ້ອາວຸດເຄມີຍັງບໍ່ແໜ່ນໜ້າພໍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...