spot_img
Home​ຂ່າວບັນເທິງລິນຊີ ໂລແຮນ'' ບໍ່ຈ່າຍຄ່າອາຫານ

ລິນຊີ ໂລແຮນ” ບໍ່ຈ່າຍຄ່າອາຫານ

Published on

news20150803012640

ໄລຟ ແອນ ສະ​ໄຕ ສື່​ບັນ​ເທີງ​ຊື່​ດັງ​ລາຍ​ງານ​ວ່າ​ຕອນ​ໄປ​ທ່ຽວ​ທີ່​ເກາະ​ມິ​ໂຄ​ນອດ ປະເທດ​ເກລັກ ນັ້ນ ໂລ​ແຮນ​ສະແດງ​ຄວາມ​ໃຈ​ປ້ຳ ພາ​ໝູ່​ຜູ້​ຊາຍ​ໄປ​ກິນ​ເຂົ້າແລງ​ນຳກັນ ແລະ​ອາຫານ​ກໍ​ບໍ່ແມ່ນ​ຂອງ​ທຳມະດາ​ແຕ່​ເຕັມ​ໄປ​ດ້ວຍ​ຂອງ​ທີ່​ຫລູ​ຫລາສຸດໆນໍາອີກ​

”ນາງ​ຊວນໝູ່​​ຜູ້​ຊາຍ​ລາວ 10 ຄົນໄປ​ກິນ​ເຂົ້າ​ແລງພ້ອມ​ກັນ​ຢ່າງ​ມ່ວນຊື່ນ ແລ້ວ​ກໍ​ສັ່ງ​ຂອງ​ແບບລາຊາ​ປູ​ກັບ​ກຸ້ງ​ລັອບ​ສະ​ເຕີ​ມາ​ກິນ ຊຶ່ງ​ມັນ​ເປັນ​ຂອງ​ທີ່​ແພງ​ທີ່ສຸດ​ໃນ​ເມ​ນູ​ເລີຍ​” ແຫລ່ງ​ຂ່າວ​ເປີດໂປງໃຫ້​ສື່​​ດັ່ງ​ກ່າວ​ແບບ​ລະອຽດ​

ຕອນ​ທໍາອິດ ໂລ​ແຮນ​ກໍ​ເຮັດ​ໂຕເປັນ​ລູກ​ຄ້າ​ທີ່​ດີ ບໍ່​ໄດ້​ກໍ່​ເລື່ອງ​ວຸ້ນວາຍ​ຫຍັງ ແຕ່​ທຸກ​ຢ່າງ​ປ່ຽນ​ຈາກ​ໜ້າ​ມື​ເປັນ​ຫລັງ​ມືຕອນ​ທີ່​ໃບ​ບິນ​ມາ​ຮອດໂຕະ ເພາະ​ມື້​ຄ່ຳ​ມື້​ນັ້ນ​ມີ​ຄ່າ​ໃຊ້​ຈ່າຍ​ບໍ່​ຫລາຍ​ພຽງແຕ່ 1, 300 ໂດລາ ຫລື​ປະ​ມານ ສິບລ້ານສີ່ແສນກີບ  ເທົ່າ​ນັ້ນ​ເອງ!

”ທຸກ​ຄົນ​ແຍກ​ຍ້າຍ​ກັນ​ໄປ​ໂດຍ​ທີ່​ບໍ່​ຈ່າຍ​ເງິນ​ແມ່ນແຕ່​ໜ້ອຍດຽວ ລວມ​ເຖິງ​ລິນ​ຊີ​ນໍາ! ນາງ​ບອກ​ກັບ​ພວກ​ຜູ້​ຊາຍ​ວ່າ​ບໍ່​ຕ້ອງ​ກັງ​ວົນ​ເລື່ອງ​ໃບບິນດອກ” ວົງ​ໃນ​ເສີມ ໂດຍ​ສຸດ​ທ້າຍ​ແລ້​ວ​ນັກ​ງານ​ຂອງ​ຮ້ານ​ກໍ​ຕ້ອງ​ເສຍ​ເວລາຊອກຫາ​ໂລ​ແຮນ​ເຖິງ 3 ມື້ ແຖມ​ສຸດ​ທ້າຍ​ແລ້ວ​ໝູ່​ຄົນ​ໜຶ່ງ​ຂອງ​ນາງ​ຍັງ​ຕ້ອງ​ຈ່າຍ​ແທນ​ໃຫ້​ອີກ​ຕ່າງ​ຫາກ

news201508030126637

 

news201508030126737

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...