Homeຂ່າວພາຍ​ໃນສະຫາຍເລຂາທິການໃຫຍ່ ໄດ້ຮັບປະລິນຍາເອກກິຕິມະສັກ

ສະຫາຍເລຂາທິການໃຫຍ່ ໄດ້ຮັບປະລິນຍາເອກກິຕິມະສັກ

Published on

ສະຫາຍເລຂາທິການໃຫຍ່ ໄດ້ຮັບປະລິນຍາເອກກິຕິມະສັກ

ສະຫາຍ ຈູມ​ມະ​ລີ ໄຊ​ຍະ​ສອນ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະເທດ​ແຫ່ງ ​ສປປ ລາວ ໄດ້​ຮັບ​ໃບ​ກຽດ​ຕິ​ຄຸນ ປະລິນຍາ​ເອກ​ກິ​ຕິ​ມະ​ສັກ ຈາກ​ມະຫາວິທະຍາໄລ​ເສດຖະກິດ​ແຫ່ງ​ຊາດ ​ສສ.ຫວຽດນາມ ໃນ​ຖານະ​ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ສ້າງ​ສາຍ​ພົວພັນ​ມິດຕະພາບ ຄວາມ​ສາມັກຄີ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະເທດ ລາວ-ຫວຽດນາມ ຕະຫຼອດ​ໄລຍະ​ຜ່ານ​ມາ.

ສະຫາຍ ຈູມ​ມາລີ ໄຊ​ຍະ​ສອນ ເກີດ​ໃນ​ວັນ​ທີ 6 ມີນາ 1936 ທີ່​ແຂວງ​ອັດ​ຕະ​ປື ໄດ້​ເຂົ້າ​ຮ່ວມ​ການ​ປະຕິວັດ​ໃນ​ປີ 1954 ປີ 1982 ໄດ້​ຖືກ​ຄັດ​ເລືອກ​ເປັນ​ກຳມະການ​ສູນ​ກາງ​ພັກ ຈົນ​ມາ​ຮອດ​ປີ 1986 ໄດ້​ຖືກ​ເລືອກ​ເປັນ​ເລຂາທິການ​ສູນ​ກາງ​ພັກ ແລະ ປີ 1991 ໄດ້​ຖືກ​ເລືອກ​ເປັນ​ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ແລະ ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ໃນ​ປີ 2001 ເປັນ​ຮອງ​ປະທານ​ປະເທດ ແລະ ປີ 2006 ມາ​ເຖິງ​ປັດຈຸບັນ​ແມ່ນ​ເປັນ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະເທດ​ແຫ່ງ ​ສປປ ລາວ ຕະຫຼອດ​ໄລຍະ​ຜ່ານ​ມາ ທ່ານ​ໄດ້​ປະກອບສ່ວນ​ໃນ​ການ​ເສີມ​ສ້າງ​ສາຍ​ພົວພັນ​ມິດຕະພາບ ຄວາມ​ສາມັກຄີ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ປະເທດ ລາວ-ຫວຽດນາມ ໂດຍ​ສະເພາະ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ດ້ານ​ການ​ສຶກ​ສາ​ຂອງ​ທັງ​ສອງ​ປະເທດ ເພື່ອ​ຍາດ​ມາ​ໄດ້​ການ​ພັດທະນາ​ຊັບພະຍາກອນ​ມະນຸດ.

ໂອກາດ​ດັ່ງກ່າວ ສະຫາຍ ຈູມ​ມາລີ ໄຊ​ຍະ​ສອນ ໄດ້​ຕີ​ລາຄາ​ສູງ ແລະ ເປັນ​ການ​ຍ້ອງຍໍ​ສັນລະເສີນ ຕໍ່​ຜົນງານ​ການ​ຊີ້​ນຳໆ​ພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ກໍ​ຄື​ການ​ປະກອບສ່ວນ​ຂອງ​ສະຫາຍ​ເອງ​ຕະຫຼອດ​ໄລຍະ​ເວລາ 10 ປີຜ່ານມາ​ທີ່​ໄດ້​ພະຍາຍາມ​ຄົ້ນຄວ້າ ສະ​ສົມ ແລະ ນຳ​ໃຊ້​ບົດຮຽນ​ທາງ​ດ້ານ​ວິຊາ​ການ​ແຫ່ງ​ການ​ຄຸ້ມ​ຄອງ​ລັດ ຄຸ້ມ​ຄອງ​ເສດຖະກິດ-ສັງຄົມ ແລະ ການ​ເຊື່ອມ​ໂຍງ​ເສດຖະກິດ​ກັບ​ສາກົນ ຊຶ່ງ​ຕະຫຼອດ​ໄລຍະ​ປະຕິບັດ​ໜ້າທີ່​ດ້ວຍ​ຄວາມ​ຮັບຜິດຊອບ ຕາມ​ແນວທາງ​ປະຕິບັດ​ແນວທາງ​ການ​ປ່ຽນແປງ​ໃໝ່​ຂອງ​ພັກ ນອກ​ນັ້ນ ການ​ທີ່​ໄດ້​ຮັບ​ໃບ​ປະກາດ​ກຽດ​ຕິ​ຄຸນ​ອັນ​ສູງ​ສົ່ງ​ຄັ້ງ​ນີ້ ເປັນ​ການສະແດງ​ເຖິງ​ນ້ຳໃຈ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່ ຄວາມ​ສາມັກຄີ​ພິເສດ ແລະ ຄວາມ​ເອື້ອເຟື້ອ​ເພື່ອ​ແຜ່​ທີ່​ມີ​ມູນເຊື້ອ​ລະຫວ່າງ​ສອງ​ພັກ-ສອງ​ລັດ ປະຊາຊົນ​ທັງ​ສອງ​ຊາດ​ລາວ-ຫວຽດນາມ ທີ່​ໄດ້​ເພີ່ມ​ພູນ​ຄູນ​ສ້າງ​ຕະຫຼອດ​ມາ ຊຶ່ງ​ການ​ຕົກລົງ​ຂອງ​ສະພາ​ວິທະຍາສາດ ມະຫາວິທະຍາໄລ​ເສດຖະກິດ​ແຫ່ງ​ຊາດ​ຫວຽດນາມ​ຄັ້ງ​ດັ່ງກ່າວ ຍັງ​ເປັນ​ການ​ໃຫ້​ກຽດ ແລະ ເປັນ​ກຳລັງ​ໃຈ​ໃຫ້​ແກ່​ພັກ-ລັດຖະບານ​ລາວ ເພື່ອ​ບຸກ​ບືນ​ກ້າວ​ຂຶ້ນ​ຍາດ​ເອົາ​ຜົນສຳເລັດ​ອັນ​ໃໝ່​ຕື່ມ​ອີກ.

ການ​ພັດທະນາ​ຊັບພະຍາກອນ​ມະນຸດ ໂດຍ​ການ​ສົ່ງເສີມ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ຄົນ​ລາວ​ລຸ້ນ​ນີ້ ແລະ ຄົນ​ລຸ້ນ​ຕໍ່ໆ​ໄປ ອັນ​ເປັນ​ແມ່​ແຮງ​ໃຫ້ການ​ພັດທະນາ​ປະເທດ​ຊາດ ຄວາມ​ເຕີບ​ໃຫຍ່​ຢ່າງ​ແຂງແຮງ ແລະ ວັດທະນາ​ຖາວອນ​ນັ້ນ ຊຶ່ງ​ມະຫາວິທະຍາໄລ​ເສດຖະກິດ​ແຫ່ງ​ຊາດ​ຫວຽດນາມ ນອກຈາກ​ໄດ້​ປະກອບສ່ວນ​ສ້າງ​ບຸກ​ຄະລາ​ກອນ​ໃຫ້​ປະເທດ​ຫວຽດນາມ​ແລ້ວ ຍັງ​ມີ​ບົດບາດ​ສຳຄັນ​ໃນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທາງ​ດ້ານ​ເສດຖະກິດ ວິທະຍາສາດ-ເຕັກນິກ ໃຫ້​ແກ່ ​ສປປ ລາວ ດ້ວຍ​ຈຳນວນ​ທີ່​ເພີ່ມ​ຂຶ້ນ ແລະ ຄຸນ​ນະ​ພາບ​ທີ່​ໜ້າ​ເພິ່ງ​ພໍໃຈ.

ພິທີ​ມອບ​ໃບ​ກຽດ​ຕິ​ຄຸນ​ປະລິນຍາ​ເອກ​ກິ​ຕິ​ມະ​ສັກ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ສິງຫາ 2013 ທີ່​ສຳນັກງານ​ປະທານ​ປະເທດ (ຫໍຄຳ) ໂດຍ​ການ​ມອບ​ຂອງ​ທ່ານ ​ຮຈ.​ດຣ. ຟາມ ແມ່ງ ຮຸ່ງ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ສຶກ​ສາ-ກໍ່ສ້າງ ຜູ້ອຳນວຍການ​ມະຫາວິທະຍາໄລ​ເສດຖະກິດ​ແຫ່ງ​ຊາດ ​ສສ.ຫວຽດນາມ ຊຶ່ງ​ມີ​ບັນດາ​ການ​ນຳ ພະນັກງານ​ກ່ຽວຂ້ອງ​ຂອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...