Homeລົດຍົນ-ຍານພາຫະນະເຄັດບໍ່ລັບ 5 ຂໍ້ຈອດລົດໃນຍາມບຸນໃຫ້ປອດໄພ?

ເຄັດບໍ່ລັບ 5 ຂໍ້ຈອດລົດໃນຍາມບຸນໃຫ້ປອດໄພ?

Published on

ໄລຍະມື້​ສຳຄັນ​ທາງ​ພຸ​ດທະ​ສາດສະໜາ​ແບບ​ນີ້ ຫລາຍ​ຄົນ​ຕ່າງ​ກໍ​ມີ​ແຜນ​ເດິນທາງ​ໄປ​ຮ່ວມ​ເຮັດ​ບຸນ​ຕາມ​ວັດ​ຫລື​ສະຖານ​ທີ່​ສຳຄັນ​ຕ່າງໆ​ກັນ​ຢ່າງ​ໜາແໜ້ນ ຖ້າຫາກ​ໃຜ​ຂັບ​ລົດ​ໄປ​ກໍ​ຄືຈະ​ຫລີກ​ບໍ່​ໄດ້​ທີ່​ຈະ​ຕ້ອງ​ພົບ​ກັບ​ບັນຫາ​ການ​ຈອດ​ລົດ ບໍ່​ວ່າ​ຈະ​ບ່ອນຈອດ​ເຕັມ​, ລົດ​ແໜ້ນ​ຈົນ​ເກີດ​ຕຳ​ກັນ​ ຫລື​ຊ້ຳ​ຮ້າຍ​ອາດ​ຖືກ​ພວກບໍ່ດີທຸບ​ແວ່ນລົດ​ລັກເອົາຂອງ​ມີ​ຄ່າ​ໄປ​ກໍ​ໄດ້ ທາງທີມງານ Laopost ຈຶ່ງ​ຂໍ​ແນະ​ນຳ 5 ເທັກ​ນິກ​ການ​ຈອດ​ລົດ​ໃນ​ມື້​ສຳຄັນ​ມາ​ຝາກ​
1:   ຈອດ​ລົດ​ໃນ​ທີ່​ທີ່​ມີ​ແສງ​ສະຫວ່າງ​ພຽງ​ພໍ ເຂົ້າໃຈ​ດີ​ວ່າ​ລຳ​ພັງ​ຈະ​ຫາ​ບ່ອນ​ຈອດລົດວ່າງໆ ໃນ​ໄລຍະ​ກາງ​ຄ່ຳ​ກາງ​ຄືນ​ກໍ​ລຳ​ບາກ​ພໍ​ຢູ່​ແລ້ວ ແຕ່​ຫາກ​ເລືອກ​ໄດ້​ກໍ​ຄວນ​ຈອດ​ລົດ​ໃນ​ບ່ອນທີ່​ມີ​ແສງ​ສະຫວ່າງ​ພຽງ​ພໍ ເພາະ​ຢ່າງ​ນ້ອຍ​ໂອ​ກາດ​ສ່ຽງ​ທີ່​ລົດ​ຂອງ​ເຈົ້າ​ຈະ​ຖືກ​ເຮັດ​ບໍ່​ດີ​​ກໍ​ມີ​ນ້ອຍ​ກວ່າ ເຊັ່ນ ການລັກຂອງປຸ້ນຊັບ​ຫລື​ການ​ຖືກ​ຕຳ​ ເປັນ​ຕົ້ນ2:   ບໍ່​ຖິ້ມ​ຂອງ​ມີ​ຄ່າ​ໄວ້​ໃນ​ລົດ ບໍ່​ວ່າ​ລົດ​ຂອງ​ເຈົ້າ​ຜູ້​ອ່ານ​ຈະ​ຕິດ​ຟິມ​ກັນ​ແສງ​ດຳ​ມືດ​ຂະໜາດ​ໃດ ກໍ​ບໍ່​ຄວນ​ຖິ້ມ​ຂອງ​ມີ​ຄ່າ​ໄວ້​ເທິງ​ເບາະ​ຫລື​ຈຸດ​ທີ່​ເຫັນ​ໄດ້​ຊັດເຈນ​ແມ່ນແຕ່​ໃຕ້​ເບາະ​ນັ່ງ ເພາະ​ຫາກ​ໂຈນ​ນຳ​ໄຟ​ສາຍ​ມາ​ສ່ອງ​ກໍ​ສາມາດ​ເບິ່ງເຫັນ​ພາຍ​ໃນ​ລົດ​ໄດ້​ຢ່າງ​ງ່າຍ​ດາຍ ທາງ​ທີ່​ດີ​ຄວນ​ເກັບ​ຂອງ​ມີ​ຄ່າ​ໄວ້​ໃນ​ບ່ອນ​ເກັບ​ເຄື່ອງ ຫລື​ ​ທ້າຍ​ລົດ​ໄປ​ເລີຍ​ຈະ​ດີກວ່າ3:   ເບິ່ງ​ໃຫ້​ແນ່​ໃຈ​ວ່າ​ບໍ່​ຈອດ​ຂວາງ​ໃຜ ຫລັງ​ຈາກ​ໄດ້​ບ່ອນ​ຈອດ​ລົດ​ແລ້ວ ຄວນ​ກວດ​ສອບ​ໃຫ້​ດີ​ວ່າ​ບໍ່​ໄດ້​ຈອດ​ລົດ​ຂວາງ​ທາງ​ເຂົ້າອອກ​ລົດ​ຄັນ​ອື່ນ ເພາະ​ບາງເທື່ອ​ເຫັນ​ທີ່​ຈອດລົດວ່າງໆ ແຕ່​ແທ້​ຈິງ​ແລ້ວ​ອາດ​ເປັນ​ທາງ​ສຳລັບ​ລົດ​ຜ່ານ​ກໍ​ໄດ້ ເນື່ອງ​ຈາກ​ບ່ອນ​ຈອດ​ລົດ​ບາງ​ແຫ່ງ​ບໍ່​ມີ​ເສັ້ນ​ແບ່ງ​ຊັດເຈນ​ ຈຶ່ງ​ຄວນ​ເພີ່ມ​ຄວາມ​ລະ​ມັດ​ລະ​ວັງ​ເປັນ​ພິເສດ ແຕ່​ຫາກ​ຈຳ​ເປັນ​ຕ້ອງ​ຈອດ​ຂວາງ ກໍ​ຢ່າ​ລືມ​ປົດ​ເກຍ​ວ່າ​ງ ບໍ່​ດຶງ​ເບ​ຣກ​ມື ເພື່ອ​ໃຫ້​ຄົນ​ອື່ນ​ສາມາດ​ຍູ້​ໄດ້​ຍາມ​ຈຳ​ເປັນ

4:   ຈອດ​ໄກ​ແດ່​ຖື​ວ່າ​ໄດ້​ອອກ​ກຳ​ລັງ​ກາຍ ແນ່ນອນ​ວ່າ​ໃຜ​ກໍ​ຢາກ​ຈອດ​ລົດ​ໃກ້​ກັບ​ສະຖານ​ທີ່​ທີ່​ກຳ​ລັງ​ຈະ​ໄປ​ໃຫ້​ຫລາຍ​ທີ່ສຸດ ຊຶ່ງ​ກໍ​ຫລີກ​ບໍ່​ໄດ້​ທີ່​ຈະ​ຕ້ອງ​ພົບກັບ​ຄວາມ​ແອ​ອັດ​ຂອງ​ບ່ອນຈອດ​ລົດ​ດ້ວຍ​ເຊັ່ນ​ກັນ ທາງ​ທີ່​ດີ​ຫາກ​ສາມາດ​ນຳ​ລົດ​ໄປ​ຈອດ​ໄກ​ ແຕ່​ໄດ້​ທີ່​ຈອດ​ປອດ​ໄພ ສະ​ດວກ​ສະບາຍ ກໍ​ຖື​ເປັນ​ທາງ​ເລືອກ​ທີ່​ດີ ແຖມ​ຍັງ​ໄດ້​ສຸຂະພາບ​ທີ່​ດີ​ຈາກ​ການ​ຍ່າງ​ອີກ​ດ້ວຍ

5:   ບໍ່​ຈອດ​ລົດ​ໃນ​ທີ່​ຫ້າມ​ຈອດ ຄວນຄິດໄວ້​ສະເໝີ​ວ່າ​ຈະ​ຕ້ອງ​ປະຕິບັດ​ຕາມ​ກົດ​ຈາລະຈອນ​ຢ່າງ​ເຄັ່ງຄັດ ໂດຍ​ສະເພາະ​ການ​ຈອດ​ລົດ​ໃນ​ບ່ອນທີ່​ຫ້າມ​ຈອດ ເນື່ອງ​ຈາກ​ອາດ​ກີດ​ຂວາງ​ການ​ຈາລະຈອນ ສົ່ງ​ຜົນ​ໃຫ້​ການ​ຈາລະຈອນ​ຕິດ​ຂັດ​ໄດ້ ແບບ​ນີ້​ບໍ່​ຮູ້​ຈະ​ໄດ້​ບຸນ​ຫລື​ບໍ່ ອິອິ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...