Homeວິທະຍາສາດ-ວິທະຍາການ7 ເຫດຜົນທີ່ຄວນເລືອກກິນ "ແມງໄມ້"

7 ເຫດຜົນທີ່ຄວນເລືອກກິນ “ແມງໄມ້”

Published on

http://www.vcharkarn.com/media/images/

ແມ່ນວ່າ​ແມງ​ໄມ້ນັ້ນອາດ​ເບິ່ງ​ບໍ່​ໜ້າ​ກິນປານໃດ ແຕ່​ນັກ​ວິທະຍາ​ສາດ​ສະ​ຫາລັດ​ອະ​ເມລິ​ກາ​ຊີ້ແຈງ​ວ່າ ແມງ​ໄມ້ນັ້ນອາດຈະ​ເປັນ​ແຫລ່ງ​ໂປຣ​ຕີນ​ທາງ​ເລືອກ​ທີ່​ມີ​ຄຸນຄ່າ​ທາງ​ອາຫານ​ທີ່​ພຽງ​ພໍ ແຕ່​ບໍ່​ໄດ້ຮັບ​ຄວາມ​ສົນ​ໃຈ​ກ່ອນ​ໜ້າ​ນີ້

ສາດສະ​ດາ​ຈານ ດຮ. ຈອ​ນ ຄູບ​ແລນ ແຫ່ງ​ມະຫາ​ວິທະຍາ​ໄລ​ເພນນ໌ ສະ​ເຕດ ສະ​ຫາລັດ​ອະ​ເມ​ລິ​ກາ ແລະ​ສະ​ຖາ​ບັນ​ເທກ​ໂນ​ໂລ​ຍີ​ອາຫານ ອອກ​ມາ​ເຜີຍແຜ່​ເຖິງ​ຂໍ້​ດີ​ຂອງ​ແມງ​ໄມ້ທີ່​ເປັນຫຍັງ​ເຮົາ​ຄວນ​ກິນ

1:  ອຸດົມ​ໄປ​ດ້ວຍ​ໂປຣ​ຕີນ– ຈີ່ຫລໍ່​ມີ​ໂປຣ​ຕີນ 65 ເປີ​ເຊັນ ໃນ​ຂະນະ​ທີ່​ເນື້ອ​ງົວ​ມີ​ໂປຣ​ຕີນ​ພຽງແຕ່ 50 ເປີ​ເຊັນເທົ່າ​ນັ້ນ

2:  ອຸດົມ​ໄປ​ດ້ວຍ​ສານ​ອາຫານ​ອື່ນໆ– ໂປຣ​ຕີນ​ຈາກ​ແມງໄມ້​ມີ​ກົດ​ອະ​ມິ​ໂນ​ຫລາຍ​ຊະນິດ ແລະ​ຍັງມີ​ວິ​ຕາ​ມິນ ເກືອ​ແຮ່ ກົດ​ໄຂ​ມັນ​ບໍ່​ອິ່ມ​ຕົວ ແລະ​ກົດ​ໄຂ​ມັນ​ໂພ​ລີ​ບໍ່​ອິ່ມ​ຕົວ

3:  ໄຂ​ມັນ​ຕ່ຳ– ແມງ​ໄມ້ຫລາຍ​ຊະນິດ​ມີ​ໄຂ​ມັນ​ລວມ​ກັນ​ໃນ​ຈານ​ນ້ອຍ​ກວ່າ 5 ກຣາມ​ເທົ່າ​ນັ້ນ

4:  ດີ​ຕໍ່​ສິ່ງ​ແວດ​ລ້ອມ– ການເຮັດ​ຟາມ​ແມງໄມ້​ນັ້ນ​ມີ​ຄວາມ​ຍັ່ງ​ຍືນ​ໃນ​ທາງ​ປະຕິບັດ ເພາະ​ແມງ​ໄມ້ບໍ່​ຕ້ອງ​ໃຊ້​ພື້ນ​ທີ່​ຫລາຍ ແລະ​ສາມາດ​ມີ​ຊີວິດ​ຢູ່​ໄດ້​ໃນ​ສະພາບ​ແລດ​ລ້ອມ​ທີ່​ຫລາກ​ຫລາຍ ແລະ​ລ້ຽງ​ງ່າຍ

5:  ກິນ​ໄດ້​ຫລາຍ​ວິທີ– ແມງ​ໄມ້ສາມາດ​ນຳ​ໄປ​ຕົ້ມ ຜັດ ປິ້ງ ຫລື​ອົບ​ດ້ວຍ​ນ້ຳ​ມັນ​ແລະ​ເກືອ​ໄດ້ ແລະ​ຍັງ​ສາມາດ​ປະສົມ​ກັບ​ແປ້ງ​ເພື່ອ​ເຮັດ​ຂະໜົມ​ປັງ ແລະ ​ຄຸກ​ກີ້​ໄດ້

6:  ມີ​ປະ​ມານ​ຫລາຍ– ບາງ​ພື້ນ​ທີ່​ຂອງ​ໂລກ​ມີ​ແມງ​ໄມ້ຫລາຍກວ່າ 300 ຊະນິດ

7:  ລົດ​ຊາດ​ດີ– ບາງ​ຄົນ​ອະທິບາຍ​ລົດ​ຊາດ​ຂອງ​ແມງໄມ້​ວ່າ​ຄ້າ​ຍໆ​ກັບ​ຖົ່ວ​ທີ່​ມີ​ກິ່ນ​ຂອງ​ກຸ້ງ​ແລະ​ໄກ່ ນອກ​ຈາກ​ນີ້ ບາງ​ປະເທດ​ຍັງ​ກິນ​ຕັກແຕນ ໄຂ່​ມັນ ແລະ​ ​ຕໍ່ ເປັນ​ປົກກະຕິ​ອີກ​ດ້ວຍ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...