Homeຂ່າວພາຍ​ໃນຈັດສັນພື້ນທີ່ຫຼັກ 21 ຮອງຮັບປະຊາຊົນ ຖືກຜົນກະທົບໂຄງການປຸກສ້າງຫໍສະພາຫຼັງໃໝ່

ຈັດສັນພື້ນທີ່ຫຼັກ 21 ຮອງຮັບປະຊາຊົນ ຖືກຜົນກະທົບໂຄງການປຸກສ້າງຫໍສະພາຫຼັງໃໝ່

Published on

ຈັດສັນພື້ນທີ່ຫຼັກ 21 ຮອງຮັບປະຊາຊົນ ຖືກຜົນກະທົບໂຄງການປຸກສ້າງຫໍສະພາຫຼັງໃໝ່

ພິທີ​ເຊັນ​ສັນຍາ​ຮັບ​ເໝົາ​ກໍ່ສ້າງ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ເຂດ​ຈັດ​ສັນ​ພື້ນ​ທີ່​ຫຼັກ 21 ຈັດ​ຂຶ້ນ​ວັນ​ທີ 27 ສິງຫາ 2013 ທີ່​ສະພາ​ແຫ່ງ​ຊາດ ລະຫວ່າງ​ທ່ານ ຄຳ​ໄພ ສົມ​ຊະນະ ປະທານ​ບໍລິສັດ ກຸ່ມ​ຄຳ​ໄພ​ຊະນະ​ກໍ່ສ້າງ ຈຳກັດ​ຜູ້​ດຽວ ແລະ ທ່ານ ເກດ​ແກ້ວ ສີ​ຫາ​ລາດ ກຳມະການ​ກຳມາ​ທິ​ການ​ວັດທະນະທຳ-ສັງຄົມ ສະພາ​ແຫ່ງ​ຊາດ ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ອອກ​ແບບ ແລະ ປຸກ​ສ້າງ​ຫໍ​ສະພາ​ແຫ່ງ​ຊາດ​ຫຼັງ​ໃໝ່ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​ຂອງ​ທ່ານ ​ດຣ. ອຸ່ນ​ແກ້ວ ວຸດ​ທິ​ລາດ ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ມີ​ບັນດາ​ຫົວໜ້າ​ກົມ ຮອງ​ກົມ ແລະ ພະນັກງານ​ທີ່​ກ່ຽວຂ້ອງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ຄະນະ​ຄຸ້ມ​ຄອງ​ໂຄງການ​ອອກ​ແບບ ແລະ ປຸກ​ສ້າງ​ຫໍ​ສະພາ​ແຫ່ງ​ຊາດ​ຫຼັງ​ໃໝ່ ໄດ້​ຕົກລົງ​ໃຫ້​ບໍລິສັດ ກຸ່ມ​ຄຳ​ໄພ​ຊະນະ​ກໍ່ສ້າງ ຈຳກັດ​ຜູ້​ດຽວ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເຂດ​ຈັດ​ສັນ​ພື້ນ​ທີ່​ຫຼັກ 21 ຢູ່​ບ້ານ​ໄຊ​ສົມບູນ ເມືອງ​ໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ ເພື່ອ​ຮອງ​ຮັບ​ປະຊາຊົນ 27 ຄອບຄົວ ຢູ່​ບ້ານ​ທາດຫຼວງ​ເໜືອ ທີ່​ຖືກ​ຜົນ​ກະທົບ​ຈາກ​ໂຄງການ​ກໍ່ສ້າງ​ຫໍ​ສະພາ​ແຫ່ງ​ຊາດ​ຫຼັງ​ໃໝ່ ຊຶ່ງ​ມີໜ້າ​ວຽກ​ທີ່​ຈະ​ຕ້ອງ​ປະຕິບັດ​ຄື: ວຽກ​ປັບປຸງ​ໜ້າດິນ ແລະ ຖົມ​ດິນ​ແດງ ພື້ນ​ທີ່​ຈັດ​ສັນ​ທັງ​ໝົດ ວຽກ​ກໍ່ສ້າງ​ເສັ້ນທາງ​ໃໝ່ (ເສັ້ນທາງ​ດິນ​ແດງ​ປົນ​ຫີນ​ອັດ​ແໜ້ນ) ວຽກ​ແລ່ນ​ຕາ​ຂ່າຍ​ໄຟຟ້າ​ເຂົ້າ​ເຂດ​ຈັດ​ສັນ ພ້ອມ​ຕິດ​ຕັ້ງ​ກົງ​ເຕີ​ວັດແທກ​ໄຟຟ້າ ແລະ ວຽກ​ແລ່ນ​ລະບົບ​ນ້ຳ​ປະປາ​ເຂົ້າ​ພື້ນ​ທີ່ ພ້ອມ​ຕິດ​ຕັ້ງ​ກົງ​ເຕີ​ວັດແທກ​ນ້ຳ.

ສຳລັບ​ໂຄງການ​ດັ່ງກ່າວ ມີ​ມູນ​ຄ່າ​ການ​ກໍ່ສ້າງ​ທັງ​ໝົດ 5,3 ຕື້​ກວ່າ​ກີບ ຈະ​ເລີ່ມ​ລົງມື​ກໍ່ສ້າງ​ໃນ​ຕົ້ນ​ເດືອນ​ກັນຍາ ແລະ ຈະ​ໃຫ້​ສຳເລັດ​ໃນ​ເດືອນ​ພະຈິກ 2013 ໄລຍະ​ການ​ກໍ່ສ້າງ​ປະມານ 2 ເດືອນ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...