Homeວິທະຍາສາດ-ວິທະຍາການWHO ປະກາດໂລກປະສົບຄວາມສຳເລັດ ຜະລິດວັກຊີນປ້ອງກັນອີໂບລາ ໃຫ້ຜົນ 100%

WHO ປະກາດໂລກປະສົບຄວາມສຳເລັດ ຜະລິດວັກຊີນປ້ອງກັນອີໂບລາ ໃຫ້ຜົນ 100%

Published on

WHO ຢືນຢັນ​ວັກ​ຊີນ​ປ້ອງ​ກັນໄວ​ລັດ​ອີ​ໂບ​ລາ ໃຫ້​ປະ​ສິດ​ທິ​ພາບ​ປ້ອງ​ກັນ​ພະຍາດ 100% ເປັນ​ຄວາມ​ຫວັງ​ໃໝ່​ໃນ​ການ​ຫຍຸດ​ຍັ້ງ​ການ​ແພ່​ລະ​ບາດ​ຂອງ​ພະຍາດ 

WHO ชี้โลกประสบความสำเร็จ ผลิตวัคซีนป้องกันอีโบลา ให้ผล 100%

ສຳ​ນັກ​ຂ່າວບີ​ບີ​ຊີຂອງ​ອັງ​ກິດ ມີ​ລາຍ​ງານ​ວ່າ ເມື່ອ​ວັນທີ່ 31 ກໍລະກົດ 2015 ທີ່​ຜ່ານມາ  ມາ​ລີ ພອນ ຄີ​ນີ ຜູ້​ຊ່ວຍ​ຜູ້​ອຳ​ນວຍ​ການ​ຂອງ​ອົງ​ການ​ອະນາໄມ​ໂລກ ຫລື  WHO ຖະແຫລງ​ຢືນຢັນ​ການ​ທົດສອບວັກ​ຊີນ VSV-EBOV ວັກ​ຊີນ​ປ້ອງ​ກັນ​ໄວ​ລັດ​ອີ​ໂບ​ລາ ​ໃຫ້​ຜົນ​ການ​ປ້ອງ​ກັນ​ໄດ້ 100% ໂດຍ​ຊີ້ແຈງ​ວ່າ​ວັກ​ຊີນ​ເຊີ່ງ​ໄດ້ຮັບ​ການ​ພັດທະນາ​ຈາກ​ຫນ່ວຍ​ງານ​ສາທາລະນະສຸກ​ຂອງ​ແຄ​ນາ​ດາ ແລະ​ໄດ້ຮັບ​ການ​ພັດທະນາ​ຕໍ່ຍ​ອດ​ໂດຍ​ບໍລິສັດ​ ​ເມິລ໌​ ຈະ​ເປັນ​ຄື​ຕົວ​ປ່ຽນ​ເກມ ຂອງ​ການ​ແພ່​ລະ​ບາດ​ເຊື້ອ​ໄວ​ລັດ​ອີ​ໂບ​ລາ​ເທື່ອ​ໃຫຍ່​ທີ່ສຸດ​ໃນ​ປະຫວັດສາດ​ນີ້

WHO ชี้โลกประสบความสำเร็จ ผลิตวัคซีนป้องกันอีโบลา ให้ผล 100%

ສຳລັບ​ການ​ທົດລອງ​ທາງ​ຄິ​ນິກ​ຂອງວັກ​ຊີນ VSV-EBOV ເກີດ​ຂຶ້ນ​ລະຫວ່າງ​ເດືອນ​ເມ​ສາ-ກໍລະກົດ ​ທີ່​ຜ່ານມາ ໃນ​ປະເທດ​ກິ​ນີ​ເຊີ່ງ​ເປັນ​ພື້ນ​ທີ່​ທີ່​ມີ​ການ​ລະ​ບາດ​ຂອງ​ພະຍາດ ໂດຍ​ຜູ້​ທີ່​ຕິດ​ຕໍ່​ໃກ້​ຊິດ​ກັບ​ຜູ້​ປ່ວຍ​ຈະ​ໄດ້ຮັບ​ການ​ສີດ​ວັກ​ຊີນ​ໃນ​ທັນ​ທີ ຫລື​ບໍ່​ເກີນ 3 ອາທິດ​ຕໍ່​ມາ ພົບ​ວ່າ​ຜູ້​ທີ່​ໄດ້ຮັບ​ການ​ສີດ​ວັກ​ຊີນ​ໃນ​ທັນ​ທີ​ບໍ່​ມີ​ສັນ​ຍານ​ຂອງ​ການ​ຕິດ​ເຊື້ອ ແລະ​ຕອນ​ນີ້​ວັກ​ຊີນ​ດັ່ງ​ກ່າວ​ໄດ້​ຖືກ​ນຳ​ມາ​ໃຊ້​ສີດ​ໃຫ້​ແກ່​ເດັກໆ ແລ້ວ

ແມ່ນ  WHO ຈະ​ຢືນຢັນ​ວ່າ​ວັກ​ຊີນ​ດັ່ງ​ກ່າວ​ໃຫ້​ຜົນ​ໄດ້ 100% ແຕ່​ຕົວ​ເລກ​ດັ່ງ​ກ່າວ​ອາດ​ປ່ຽນ​ແປງ​ໄດ້​ຕາມ​ການ​ເກັບ​ຂໍ້​ມູນ​ຈາກ​ການ​ທົດລອງ ຢ່າງໃດ​ກໍ​ຕາມ ວັກ​ຊີນ​ດັ່ງ​ກ່າວ​ກໍ​ນັບ​ເປັນ​ແສງ​ແຫ່ງ​ຄວາມ​ຫວັງ​ໃນ​ການ​ຢຸດ​ການ​ແພ່​ລະ​ບາດ​ຂອງ​ພະຍາດ ໂດຍ ມາ​ລີ ພອນ ຄີ​ນີ ຍັງ​ເຜີຍ​ວ່າ ວັກ​ຊີນ​ຕົວ​ດັ່ງ​ກ່າວ​ຈະ​ຖືກ​ສົ່ງ​ຕໍ່ໄປ​ຍັງ​ພື້ນ​ທີ່​ທີ່​ພົບ​ການ​ລະ​ບາດ​ຢ່າງ​ໄວ​ທີ່ສຸດ ເພື່ອ​ຫຍຸດ​ຍັ້ງ​ບໍ່​ໃຫ້​ເກີດ​ໄພ​ພິບັດ​ເຊັ່ນ​ທີ່​ຜ່ານມາ​ອີກ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...