Homeລົດຍົນ-ຍານພາຫະນະວິທີກຳຈັດກິ່ນເບາະໜັງ ແລະກິ່ນລົດໃໝ່

ວິທີກຳຈັດກິ່ນເບາະໜັງ ແລະກິ່ນລົດໃໝ່

Published on

car_22194659

ຫລາຍຄົນ​ເຄີຍ​ພົບກັບບັນຫາ​ກ່ຽວກັບ​ກິ່ນ​ເບາະ​ໜັງ​ທີ່​ບໍ່​ພຶງ​ປະສົງ ຫລື​ກິ່ນ​ຂອງ​ລົດ​ໃໝ່​ທີ່​ບາງ​ຄົນ​ອາດຈະ​ບໍ່​ມັກ​ແຕ່​ສຳລັບ​ຄົົນທີ່​ມັກ​ກິ່ນ​ລົດ​ໃໝ່​ກໍ​ສະ​ຫງວນ​ໄວ້​ບໍ່​ວ່າ​ກັນ​ ແຕ່​ສຳລັບ​ຄົົນທີ່​ບໍ່​ມັກ​ ມີ​ວິທີ​ກຳຈັດ​​ກິ່ນ​ເຫລົ່າ​ນີ້​ມາ​ຝາກ​ກັນ​ເດີ
  1. ນຳ​ລົດ​ໄປ​ຈອດ​ກາງ​ແດດ ດົນ 1 – 2 ຊົ່ວ​ໂມງ ເປີດ​ປະ​ຕູ​ລົດ​​ທັງ​ໝົດ ອາທິດ​ລະ​ເທື່ອ ຈັກໄລ​ຍະ​ໜຶ່ງ ກິ່ນ​ເໝັນ​ໃໝ່​ຂອງ​ຂອບ​ຢາງ ເບາະ​ໜັງ ກາວ ຈະ​ຄ່ອຍ​ໆ ຈາງ​ລົງ

  2. ນຳ​ຫອມ​ຫົວ​ແດງ​ທຸບ​ພໍ​ແບນໆ ໃສ່​ພາ​ຊະນະ​ໄປ​ວາງ​ໄວ້​ໃນ​ລົດ​​ໃນ​ຊ່ວງ​ທີ່​ບໍ່​ໄດ້​ໃຊ້​ລົດ​ ຈະ​ຊ່ວຍ​ດູດ​ຊັບ​ກິ່ນ​ອັນ​ບໍ່​ພຶງ​ປະສົງ​ໄດ້

  3. ນຳ​ຖ່ານ​ໄມ້​ໃສ່​ພາ​ຊະນະ ໄປ​ວາງ​ໄວ້​ໃນ​ລົດ​ ໃນ​ຊ່ວງ​ທີ່​ບໍ່​ໄດ້​ໃຊ້​ລົດ​ ຈະ​ຊ່ວຍ​ດູດ​ຊັບ​ກິ່ນ​ອັນ​ບໍ່​ພຶງ​ປະສົງ​ໄດ້

  4. ນຳ​ນ້ຳ​ຫອມ​ກິ່ນ​ທີ່​ມັກ ໃສ່​ໄວ້​ໃນ​ລົດ​ ຈະ​ຊ່ວຍ​ບັນ​ເທົາ​ກິ່ນ​ໄດ້

  5. ເມື່ອ​ບໍ່​ໃຊ້​ລົດ​ ຈອດ​ລົດ​ໄວ້​ໃນ​ເຮືອນ ຄວນ​ເປີດ​ປະ​ຕູ​ລົດ​ຖິ້ມ​ໄວ້​ເພື່ອ​ລະບາຍ​ກິ່ນ

ອີກ​ວິທີ​

  1. ຫາ​ກ່ອງ​ພາດ​ຕິກ​ຂະໜາດ​ພໍ​ເໝາະ ເຈາະ​ຮູ​ຂະໜາດ 5 ມ.ມ ໃຫ້​ຮອບ​ກ່ອງ​ເລີຍ​ເຈາະ​ຫລາຍໆ ແລ້ວ​ນຳ​ຖ່ານ​ໄມ້​ມາ​ທຸບ​ເປັນ​ກ້ອນ​ນ້ອຍໆໃສ່​ໃຫ້​ເຕັມ​ກ່ອງ ວາງ​ໄວ້​ໃຕ້​ເບາະ​ນັ່ງ ວາງ​ໄວ້​ໄດ້​ຕະຫລອດ​ ບໍ່​ຕ້ອງ​ປ່ຽນ ຖ່ານ​ໄມ້​ມີ​ຄຸນສົມບັດ​ດູດ​ກິ່ນ​ໄດ້​ ນຳ​ໄປ​ປະ​ຍຸກໃຊ້​ກັບ​ຕູ້​ເຢັນ​ໄດ້​

  2. ໃຊ້​ໃບ​ເຕີຍ​ຕັດ​ເປັນ​ທ່ອນ​ສັ້ນໆ​ຂະໜາດ 3-4 ນິ້ວ​ມັດ​ລວມ​ກັນ​ປະ​ມານ 1 ກຳ​ມື​ວາງ​ໄວ້​ໃນ​ລົດ​ສັກ 7 – 8 ກຳ ກິ່ນ​ໃບ​ເຕີຍ​ຫອມ​ ລອງ​ປູກ​ໄວ້​ໃນ​ເຮືອນ​ເປັນ​ໄມ້​ປະ​ດັບ​ແລະ​ໃຊ້​ປະໂຫຍດ​ໄດ້ອີກ ເອີ!. ໃບ​ເຕີຍ​ຕ້ອງ​ປ່ຽນ​ທຸກ​ອາທິດ​ ຖ້າ​ບໍ່​ມີ​ກໍ່​ຫາ​ຊື້​ໄດ້​ຕາມ​ຮ້ານ​ຂາຍ​ດອກ​ໄມ້​

  3. ຂໍ້​ສຸດ​ທ້າຍ​ຂໍ​ສະແດງ​ຄວາມ​ຍິນ​ດີ​ກັບ​ລົດ​ໃໝ່​ ດ້ວຍ​ຄວາມ​ຈິງ​ໃຈ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...