spot_img
Homeວິທະຍາສາດ-ວິທະຍາການເຄື່ອງພິມຊີວະພາບ 3 ມິຕິສາມາດສ້າງເນື້ອເຫຍືື່ອທຽມໄດ້

ເຄື່ອງພິມຊີວະພາບ 3 ມິຕິສາມາດສ້າງເນື້ອເຫຍືື່ອທຽມໄດ້

Published on

140530190554-large

ຖ້າເວົ້າເຖິງເຄື່ອງພິມທ່ານຄົງຈະນຶກເຖິງເຄື່ອງພິມສີ ຫລື ຂາວດຳທີ່ຫ້ອງການຂອງທ່ານ, ຫລື ສູງສຸດກໍ່ຄົງແມ່ນເຄື່ອງພິມສາມມິຕິທີ່ສາມາດພິມໃຫ້ເຫັນເປັນຕົວຈິງເລີຍ…. ແຕ່ທ່ານອາດຍັງບໍ່ທັນໄດ້ຮູ້ວ່າປະຈຸບັນ ນັກວິທະຍາສາດກຳລັງຄົ້ນຄວ້າເພື່ອຜະລິດເຄື່ອງພິມຊີວະພາບສາມມິຕິ ທີ່ຈະສາມາດພິມອະໄວຍະວະຂອງຮ່າງກາຍ ເພື່ອໃຊ້ແທນອະໄວຍະວະທຽມໄດ້ໃນອະນາຄົດ. ແລ້ວເລື່ອງການຂາດແຄນອະໄວຍະວະ, ບໍ່ວ່າຈະເປັນ ເສັ້ນເລືອດທຽມ, ຕັບໄຕ, ໃສ້ພຸງແມ່ນສາມາດຜະລິດຂືນມາແທນໄດ້ເລີຍບໍ່ຈຳເປັນຕ້ອງລໍຖ້າຜູ້ໃຈບຸນ ມາບໍລິຈາກອີກຕໍ່ໄປ.

ເຊິ່ງຕົວຢ່າງໃນການສ້າງເຄື່ອງພິມຊະນິດນີ້ແມ່ນທີມງານວິໃຈຈາກ ໂຮງພະຍາບານ Brigham and Women’s Hospital (BWH) ໄດ້ທົດລອງຜະຫລິດຫລອດເລືອດທຽມຈາກເຄື່ອງພິມຊີວະພາບ 3 ມິຕິ ເຊິ່ງຫລອດເລືອດທຽມດັ່ງກ່າວແມ່ນສ້າງຂື້ນມາຈາກນໍ້າມຶກທີ່ເຮັດດ້ວຍ ໄຮໂດຣເຈນ, ຄາບອນ ເຊິ່ງເປັນອົງປະກອບຫລັກຂອງສິ່ງທີ່ມີຊີວິດ ໄປເພາະລ້ຽງໃນເຄື່ອງພິມຊີວະພາບແລ້ວພິມອອກມາເປັນອະໄວຍະວະທີ່ຕ້ອງການປ່ຽນແທນ

ນີ້ຈະເປັນການເປີດທາງໃຫ້ການວົງການແພດໃນອະນາຄົດ, ເຊິ່ງອາດຈະເປັນໄປໄດ້ວ່າທ່ານເມື່ອທ່ານບາດ ເຈັບຫລືເປັນພະຍາດ ທ່ານພຽງແຕ່ເຂົ້າໄປໂຮງຫມໍ ແລ້ວເຂົາກໍ່ຈະເອົາທ່ານເຂົາໄປໃນເຄື່ອງພິມຊີວະພາບ 3 ມິຕິ ເພື່ອທຳລາຍພະຍາດ ຫລື ສ້າງເຊລສ່ວນທີ່ເສຍຫາຍຂືນແທນເລີຍກໍ່ເປັນໄປໄດ້

ຄ້າຍໆກັບຫນັງວິທະຍາສາດເຂົ້າໄປຊັກໃຊ້ ຫວັງວ່າເຂົາຄັງຜະລິດເຄື່ອງພິມຊີວະພາບແບບນີ້ອອກມາພາຍໃນສະຕະວັດນີ້ ເພືອ່ຊິໄດ້ໃຊ້ນໍາເຂົາ

ພາບ ແລະ ຂໍ້ມູນຈາກ http://laoscience-it.blogspot.com/

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...