Homeຂ່າວພາຍ​ໃນສຸດຍອດກັບທີມຊາດລາວຖືກນຳກ່ອນເຖິງ 2 ປະຕູ ແຕ່ກັບມາຕີສະເໝີທີມຊາດຫວຽດນາມໄດ້ ເມື່ອຮູ້ວ່າໃຜຍິງຈະຮູ້ວ່າສຸດຍອດອີ່ຫຼີ

ສຸດຍອດກັບທີມຊາດລາວຖືກນຳກ່ອນເຖິງ 2 ປະຕູ ແຕ່ກັບມາຕີສະເໝີທີມຊາດຫວຽດນາມໄດ້ ເມື່ອຮູ້ວ່າໃຜຍິງຈະຮູ້ວ່າສຸດຍອດອີ່ຫຼີ

Published on

ໃນການແຂ່ງຂັນບານເຕະຊິງແຊ້ມອາຊຽນ ລຸ້ນອາຍຸບໍ່ເກີນ 16 ປີທີມຊາດລາວພົບທີມຊາດຫວຽດນາມ, ໂດຍໃນເກມການແຂ່ງຂັນ ຫວຽດນາມ ໄດ້ປະຕູຂຶ້ນນໍາກ່ອນໃນເຄິ່ງເວລາທໍາອິດເຖິງ 2 ປະຕູ ໃນນາທີ 21 ແລະ ນາທີ 45+1 (ທົດເວລາບາດເຈັບ), ມາເຖິງເຄິ່ງເວລາທີ 2 ລາວເຮົາຕີໄຂ່ແຕກໄດ້ໃນນາທີ 49 ຈາກລູກຍິງຂອງ ບຸນພະຈັນ ບຸນກອງ ນັກເຕະຈາກສະໂມສອນ ສະຫວັນ ເອັຟຊີ ຄົນນີ້ທີເຮັດໃຫ້ທີມຊາດລາວເຮົາຍັງບໍ່ແພ້ໃຫ້ທີມໃດ ເຊິ່ງກໍເປັນປະຕູທີ 4 ຂອງ ບຸນກອງ ໃນລາຍການນີ້, ຕໍ່ມາໃນນາທີ 73 ລາວ ເຮົາຕ້ອງເຫລືອຜູ້ຫລິ້ນພຽງແຕ່ 10 ຄົນເມື່ອຫົວຫນ້າທີມ ຄຳປັນຍາ ແກ້ວດວງເດດ ໄດ້ຮັບບັດແດງຖືກໄລ່ອອກຈາກສະໜາມໄປ, ແຕ່ກໍ່ບໍ່ເປັນອຸປະສັກສຳລັບທີມຊາດລາວເຮົາ ເຊີ່ງວ່າໃນນາທີ 89 ກ່ອນຈະຈົບເກມລົງ ນາລິນ ຫລວງສີສົມບັດ ຈາກສະໂມສອນ ກອງທັບ ເປັນອີກ 1 ຄົນທີ່ເປັນຄວາມພາກພູມໃຈຫນື່ງຂອງລາວເຮົາ ຍິງປະຕູຕີສະເຫມີໃຫ້ກັບທີມຊາດລາວເປັນ 2-2 ປະຕູ ແລະ ກໍ່ເປັນປະຕູທີ 2 ຂອງ ນາລິນໃນລາຍການນີ້, ຈົບເກມ 90 ນາທີເຮັດໃຫ້ ທີມຊາດລາວ ສະເຫມີ ທີມຊາດ ຫວຽດນາມ 2-2 ປະຕູ

11822283_1629615957255923_2984687388434882801_n

11817245_1629609720589880_738673550634169316_n

11822704_1629609757256543_3385449558722326369_n

11695920_1629609780589874_7683210456758047537_n

ທີມຊາດລາວລົງສະຫນາມໄປແລ້ວ 3 ນັດ ມີ 7 ຄະແນນ ເປັນອັນດັບ 1 ຂອງກຸ່ມ A ໃນລາຍການບານເຕະເຍົາວະຊົນລຸ້ນອາຍຸ 16 ປີ ຊີງແຊ້ມອາຊຽນໃນປີນີ້່ ຈັດຂຶ້ນຢູ່ທີ່ປະເທດກຳປູເຈຍໃນລະຫວ່າງວັນທີ 27/07 – 09/08/2015 ເຊິ່ງທີມຊາດລາວ ເຮົາຖືກຈັດຢູ່ໃນກຸ່ມ A ປະກອບມີ:
ມາເລເຊຍ , ຫວຽດນາມ, ລາວ , ຕີມໍເລສເຕ , ບຣູໄນ , ໄທ .

11825585_1629640300586822_4232316827778102779_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...