Homeລົດຍົນ-ຍານພາຫະນະປ້ອງ​ກັນ​ລົດ​ສີ​ຂາວ​ບໍ່​ໃຫ້​ເຫຼືອງ​ໄວ ເຮັດ​ແນວໃດ​ນຳ​ມາ​ເບີ່ງ​ກັນ

ປ້ອງ​ກັນ​ລົດ​ສີ​ຂາວ​ບໍ່​ໃຫ້​ເຫຼືອງ​ໄວ ເຮັດ​ແນວໃດ​ນຳ​ມາ​ເບີ່ງ​ກັນ

Published on

http://s4.boxzaracing.com/news/04/m7/

ລົດ​ສີ​ຂາວ​ຖື​ວ່າ​ໄດ້ຮັບ​ຄວາມ​ນິຍົມ​ເປັນ​ຢ່າງ​ຫລາຍ​ໃນ​ປະຈຸບັນ

ຄວາມ​ຮູ້​ກ່ຽວກັບ​ລົດ​ໃນ​ມື້​ນີ້​ທາງ​ທີມ​ງານ​ຈະ​ພາໝູ່​ເພື່ອ​ນ​ໄປ​ພົບ​ກັບ​ເລື່ອງ​ຂອງການ​ປ້ອງ​ກັນ​ລົດ​ສີ​ຂາວບໍ່​ໃຫ້​ເຫຼືອງ​ໄວ​ເຊີ່ງ​ຜູ້​ທີ່​ໃຊ້​ລົດ​ສີ​ຂາວ​ຫລາຍໆ​ທ່ານ​ນັ້ນ​ອາດຈະ​ເຄີຍ​ບັນຫາ​ນີ້​ກັນ​ຢ່າງ​ແນ່ນອນ ກັບ​ການ​ທີ່ລົດ​ສີ​ຂາວນັ້ນ​ເກີດ​ເຫລືອງ ​ເຮົາ​ໄປ​ເບິ່ງ​ກັນ​ເລີຍ​ວ່າ​ວິທີ​ການ​ແກ້​ບໍ່​ໃຫ້​ລົດ​ສີ​ຂາວ​ນັ້ນ​ເຫຼືອງ​​ເຮັດ​ແນວໃດ ກັບ​ຄວາມ​ຮູ້​ກ່ຽວກັບ​ລົດ​ໃນ​ມື້​ນີ້

http://s4.boxzaracing.com/news/04/m7/

ລົດ​ສີ​ຂາວ​ຫາກ​ດູແລຮັກສາ​ບໍ່​ດີ​ອາດຈະ​ເຮັດໃຫ້​ເກີດ​ຄາບ​ເຫຼືອງ​ໝອງ​ກໍ​ເປັນ​ໄດ້


          ລົດ​ສີ​ຂາວນັ້ນ​ຖື​ວ່າ​ເປັນ​ສີລົດ ທີ່​ມີ​ການ​ດູແລຮັກສາ​ຄ່ອນ​ຂ້າງ​ຍາກ​​ແລະ​ບັນຫາ​ທີ່​ມັກ​ຈະ​ພົບ​​​ເປັນ​ປະຈຳ​ສຳລັບ​ຜູ້​ໃຊ້​ລົດ​ສີ​ຂາວ​ກໍ​ຄື  ສີ​ລົດ​ສີ​ຂາວ​ເລີ່ມ​ປ່ຽນ​ເປັນ​ສີ​ເຫຼືອງ​ ເຊີ່ງ​ສາ​ເຫດ​ນັ້ນ​ເກີດ​ຈາ​ການ​ດູແລຮັກສາ​ທີ່​ບໍ່​ຖືກ​ວິທີ​ແຕ່​ໃນ​ມື້​ນີ້​ເຮົາ​ມາ​ເບິ່ງ​ກັນ​ດີກວ່າ​ວ່າ​ຂັ້ນ​ຕອນ​ການ​ເບິ່ງແຍງ​ລົດ​ສີ​ຂາວ​ຢ່າງ​ຖືກ​ວິທີ​ນັ້ນ​ສາມາດ​ເຮັດ​ໄດ້​ດັ່ງ​ນີ້

  1. ບໍ່​ຄວນ​ຈອດ​ຕາກ​ແດດ​ເລື້ອຍໆ

ເລື່ອງ​ຂອງການ​ຈອດ​ລົດ​ແຕກ​ແດດນັ້ນ​ຖື​ວ່າ​ເປັນ​ເລື່ອງ​ທີ່​ຫຼີ້ກ​ລ້ຽງ​ໄດ້​ຍາກ​ຫລາຍ​ໃນ​ປະຈຸບັນ​ແຕ່​ຖ້າ​ຫຼີ້ກ​ລ້ຽງ​ໄດ້​ກໍ​ຖື​ວ່າ​ເປັນ​ສິ່ງ​ທີ່​ດີ ເພາະ​ການ​ຈອດ​ລົດ​ຕາກ​ແດດ​ຈະ​ເຮັດໃຫ້ລົດ​ເກີດ​ຄາບ​ໝອງແລະ​ເຫຼືອງ​​ໄດ້​ໄວ​ກວ່າ​ປົກກະຕິ ທາງ​ທີ່​ດີ​ຄວນ​ຫາ​ທີ່​ຈອດ​ລົດ​ໄວ້ໃນຮົ່ມ ໃຫ້​ຖືກ​ແດດ​ນ້ອຍ​ທີ່ສຸດ

  1. ລ້າງ​ລົດ 1 ເທື່ອ​ຕໍ່​ອາທິດ​ຖື​ວ່າ​ເປັນ​ເລື່ອງ​ດີ

ການ​ລ້າງ​ລົດ 1 ເທື່ອ​ຕໍ່​ອາທິດ​ຖື​ວ່າ​ເປັນ​ເລື່ອງ​ດີ​ບໍ່​ວ່າ​ຈະ​ເປັນ​ລົດ​ສີຂາວ ​ຫລື ​ລົດ​ສີ​ອື່ນ ເພາະ​ການ​ລ້າງ​ລົດ​ນັ້ນ​ຈະ​ຊ່ວຍ​ໃຫ້​ຄາບ​ສົກກະປົກ​ຕ່າງໆ​ນັ້ນ​ບໍ່​ເກາະ​ແໜ້ນ​ຝັ່ງ​ເລິກ ເຊີ່ງ​ຄາບ​ເຫລົ່າ​ນີ້​ເປັນຕົ້ນ​ເຫດ​ຂອງ​ການ​ເກີດ​ຄາບ​ໝອງ​ເຫຼືອງ​

  1. ເມື່ອ​ລ້າງ​ລົດ​ສຳເລັດ​ຄວນ​ເຊັດ​ໃຫ້​ແຫ້ງ

ຫລັງ​ຈາກ​ທີ່​ເຮົາ​​ລ້າງ​ລົດສຳເລັດ​ແລ້ວ​ຄວນ​ທີ່​ຈະ​​ເຊັດ​ລົດ​ໃຫ້​ແຫ້ງ​ສະເໝີ​ບໍ່​ຄວນ​ປ່ອຍ​ໃຫ້​ແຫ້ງ​ເອງ ແຕ່​ຕ້ອງ​ສັງເກດ​ດີໆ​ເນື່ອງ​ຈາກ​ລົດ​ສີ​ຂາວ​ຈະ​ສັງເກດເຫັນ​ຄາບ​ນ້ຳ​ໄດ້​ຍາ​ກວ່າ​ລົດ​ສີ​ອື່ນ

  1. ເຄືອບ​ສີ​ລົດ​ເປັນ​ປະຈຳ​ຊ່ວຍ​ໄດ້

ການ​ເຄືອບ​ສີລົດ​ເປັນ​ປະຈຳ ຈະ​ເຮັດໃຫ້​ເກີດ​ຟີມ​ທີ່​ຜິວ​ລົດ​ເຊີ່ງ​ຈະ​ຊ່ວຍ​ປ້ອງ​ກັນ​ການ​ເກີດ​ຄາບ​ເຫຼືອງ​​ໄດ້​ແຕ່​ຄວນ​ເລືອກ​ໃຊ້ນ້ຳ​ຢາ​ເຄືອບ​ສີລົດ ທີ່​ບໍ່​ມີ​ສ່ວນ​ປະສົມ​ຂອງ  ຄານູ​ບາ ໂດຍ​ເດັດ​ຂາດ​ເພາະ​ຈະ​ເຮັດໃຫ້​ລົດ​ເຫຼືອງ​​ໄວ​ກວ່າ​ປົກກະຕິ

  1. ໃຊ້​ດິນ​ນ້ຳ​ມັນ​ຊ່ວຍ​ໄດ້

ການເຮັດ​ຄວາມ​ສະ​ອາດ​ລົດໂດຍການ​ລົງ​ດິນ​ນ້ຳມັນ​ຖື​ວ່າ​ຊ່ວຍ​ໄດ້​ເປັນ​ຢ່າງ​ດີ​ເນື່ອງ​ຈາກ​ດິນ​ນ້ຳ​ມັນ​ຈະ​ຊ່ວຍ​ຂັດ​ຄາບ​ສົກກະປົກ​ອອກ​ໄດ້​ດີ​ແລະ​ຍັງ​ເຮັດໃຫ້​ລົດ​ເງົາ​ງາມ​ອີກ​ດ້ວຍ

http://s4.boxzaracing.com/news/04/m7/

ການ​ເລືອກ Wax ໃຊ້​ສຳລັບ​ລົດ​ສີ​ຂາວ​ຖື​ວ່າ​ມີ​ສ່ວນ​ຊ່ວຍ​ໃຫ້​ລົດ​ສີ​ຂາວ​ນັ້ນ​ເງົາ​ງາມ​ຂຶ້ນ​ເຊັ່ນ​ກັນ

ເປັນ​ແນວໃດ​ຄວາມ​ຮູ້​ກ່ຽວກັບ​ລົດ​ໃນ​ມື້​ນີ້ ເລື່ອງ​ຂອງ​ການ​ປ້ອງ​ກັນ​ບໍ່​ໃຫ້​ລົດ​ສີ​ຂາວ​ນັ້ນ​ເກີດ​ຄາບ​ເຫຼືອງ​ເຊີ່ງ​ວິທີ​ທີ່​ເຮົາ​ນຳ​ມາ​ສະເໜີ​ນັ້ນ​ໝູ່ເພື່ອ​ນສາມາດ​ນຳ​ໄປ​ໃຊ້​ຢ່າງ​ງ່າຍ​ດາຍ​ ສຳລັບ​ຄວາມ​ຮູ້​ກ່ຽວກັບ​ລົດ​ໃນ​ເທື່ອ​ໜ້າ​ຈະ​ເປັນ​ເລື່ອງ​ຫຍັງ​ໝູ່ເພື່ອ​ນສາມາດ​ຕິດ​ຕາມ​ກັນ​ໄດ້​ທີ່  Laopost.com

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...