Homeຂ່າວພາຍ​ໃນລັດຖະບານລາວ ເກັບລາຍຮັບ ໄດ້ຕ່ຳກວ່າ ທີ່ວາງແຜນໄວ້

ລັດຖະບານລາວ ເກັບລາຍຮັບ ໄດ້ຕ່ຳກວ່າ ທີ່ວາງແຜນໄວ້

Published on

ລັດຖະບານ ລາວ ເກັບລາຍຮັບໄດ້ຕ່ຳກວ່າແຜນການທີ່ວາງໄວ້ ໂດຍມີສາເຫດ ມາຈາການບໍ່ຈັດຕັ້ງປະຕິບັດຕາມລະບຽບກົດໝາຍ ຂອງບັນດາພະນັກງານລັດຖະບານທັງໃນສ່ວນກາງ ແລະ ທ້ອງຖິ່ນ.

ທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການ ກະຊວງການເງິນ ຖະແຫຼງ ຍອມຮັບວ່າການຈັດ ເກັບລາຍຮັບເຂົ້າງົບປະມານໃນໄລຍະ 9 ເດືອນຂອງແຜນການປະຈຳປີ 2014 ຫາ 2015 ສາມາດປະຕິບັດໄດ້ໃນມູນຄ່າລວມ 17,320 ຕື້ກີບ ຊຶ່ງຄິດເປັນ 67.1 ເປີເຊັນຂອງແຜນ ການປີ ແລະ ເຖິງແມ່ນວ່າຈະເພີ່ມຂຶ້ນເຖິງ 18 ເປີເຊັນ ທຽບໃສ່ໄລຍະດຽວ ກັນໃນແຜນການ ປີ 2013 ຫາ​ 2014 ກໍຕາມ ຫາກແຕ່ວ່າກໍຄົງຈະເປັນໄປໄດ້ຍາກທີ່ ລັດຖະບານ ລາວ ຈະສາມາດຈັດເກັບລາຍຮັບໄດ້ຕາມເປົ້າໝາຍ ທີ່ວາງໄວ້ໃນແຜນການ ຕະຫຼອດປີ 2014 ຫາ 2015 ນີ້.

ເນື່ອງຈາກວ່າການຈັດເກັບລາຍຮັບໃນຫຼາຍໆດ້ານບໍ່ເປັນໄປຕາມແຜນການທີ່ວາງໄວ້ເຊັ່ນ: ການທີ່ຍັງເກັບອາກອນຈາກບັນດາບໍລິສັດເອກະຊົນບໍ່ໄດ້ໃນມູນຄ່າເຖິງ 400 ຕື້ກີບ, ສ່ວນຄ່າສຳປະທານໄມ້ກໍຍັງເກັບບໍ່ທັນໄດ້ ຄິດເປັນມູນຄ່າຫຼາຍກວ່າ 100 ຕື້ກີບ ແລະ ໃນຂະນະດຽວ ກັນລາຍຮັບຈາກສຳປະທານບໍ່ແຮ່ກໍຫຼຸດລົງຈາກ 1,600 ຕື້ກີບ ເຫຼືອພຽງແຕ່ 518 ຕື້ກີບເທົ່ານັ້ນ, ເພາະລາຄາແຮ່ທາດໃນຕະຫຼາດໂລກທີ່ຕົກຕ່ຳໄດ້ເຮັດໃຫ້ບັນດາຜູ້ລົງທຶນບໍ່ມີຜົນກຳໄລ ທັງຍັງມີລັດວິສາຫະກິດຫຼາຍແຫ່ງທີ່ຕ້ອງປະເຊີນກັບການຂາດທຶນເຊັ່ນ: ລັດວິສາຫະກິດ ການບິນລາວ ແລະ ລັດວິສາຫະກິດ ໂທລະຄົມມະນາຄົມລາວ (ETL) ເປັນຕົ້ນ.

ພ້ອມກັນນີ້ ທ່ານ ລຽນ ຍັງໄດ້ຖະແຫຼງກ່ຽວກັບສະພາບການດ້ານ ງົບປະມານ ໃນໄລຍະ 6 ເດືອນຕົ້ນປີ ແລະ ຮ່າງແຜນການໃນ ໄລຍະ 6 ເດືອນທ້າຍປີ 2014 ຫາ 2015 ດ້ວຍວ່າ: ໂຄງການ ພັດທະນາຕ່າງໆ ທີ່ລັດຖະບານລາວ ໄດ້ອະນຸມັດໃຫ້ບັນດາ ບໍລິສັດເອກະຊົນໃນ ລາວ ເປັນຝ່າຍອອກທຶຶນໃຫ້ກ່ອນນັ້ນ ເຮັດໃຫ້ ລັດຖະບານ ລາວ ຕ້ອງຕົກເປັນໜີ້ຕໍ່ບັນດາ ບໍລິສັດເອກະຊົນຄິດ ເປັນມູນຄ່າລວມຫຼາຍກວ່າ 70,000 ຕື້ກີບ ຫຼື ປະມານ 8,750 ລ້ານ ໂດລາ ແລະ ຫຼາຍກວ່າ 50 ເປີເຊັນ ຂອງມູນໜີ້ດັ່ງກ່າວນີ້ ເປັນໂຄງການທີ່ບັນດາບໍລິສັດ ເອກະຊົນໄດ້ດຳເນີນການສຳເລັດ ແລ້ວ.

ພາຍໃຕ້ສະພາບການດັ່ງກ່າວນີ້ ຈຶ່ງເຮັດໃຫ້ລັດຖະບານ ລາວ ມີພັນທະທີ່ຈະຕ້ອງຊຳລະໜີ້ພ້ອມດອກເບ້ຍຄືນ ໃຫ້ແກ້ບັນດາບໍລິສັດເອກະຊົນ ຄິດເປັນມູນຄ່າ ຫຼາຍກວ່າ 40,000 ຕື້ກີບພາຍໃນ 3 ປີ ທັງກໍຍັງຈະມີພັນທະໜີ້ເພີ່ມຂຶ້ນໃນ ແຜນການ ປີ 2015 ຫາ 2016 ເພາະ ມີຫຼາຍໂຄງການທີ່ຈະດຳເນີນການແລ້ວ ສຳເລັດເພີ່ມຕື່ມອີກ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ບັນດາ ສະມາຊິກສະພາການຄ້າ ແຫ່ງຊາດ ລາວ ເປັນຫ່ວງວ່າ ລັດຖະບານ ລາວ ຈະບໍ່ສາມາດຊຳ ລະໜີ້ຄືນໃຫ້ ແກ່ບັນດາບໍລິສັດເອກະຊົນໄດ້ຢ່າງຄົບຖ້ວນ ເນື່ອງຈາກ ລັດຖະບານ ລາວ ກຳລັງປະເຊີນໜ້າກັບບັນຫາຂາດແຄນດ້ານງົບປະມານ ຢ່າງໜັກໜ່ວງ ນັ້ນເອງ.

ທາງດ້ານທ່ານ ສົມພາວ ໄພສິດ ຜູ້ວ່າການທະນາຄານແຫ່ງຊາດ ລາວ ຖະແຫຼງຍອມຮັບ ວ່າ ທະນາຄານຂອງລັດຖະບານ ລາວ ມີມູນຄ່າສິນເຊື່ອທີ່ບໍ່ກໍ່ໃຫ້ເກີດຜົນປະໂຫຍດ ຫຼື ໜີ້ດເສຍ (NPL) ໃນລະບົບທະນາຄານເພີ່ມຂຶ້ນຕໍ່ເນື່ອງ ໂດຍຈົນເຖິງທ້າຍປີ 2014 ທີ່ຜ່ານມາປະກົດ ວ່າ NPL ມີມູນຄ່າລວມຫຼາຍກວ່າ 1,055 ຕື້ກີບ ຊຶ່ງຄິດເປັນ 2.16 ເປີເຊັນ ຂອງສິນເຊື່ອ ທັງໝົດ ໃນລະບົບທະນາຄານທີ່ມີມູນຄ່າລວມຫຼາຍກວ່າ 48,855 ຕື້ກີບໃນທົ່ວປະເທດທັງກໍ ຍັງມີທ່າອ່ຽງເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ຈຶ່ງເຮັດໃຫ້ທະນາຄານຂອງ ລັດຖະບານຕ້ອງໂຈະການໃຫ້ ສິນເຊື່ອແກ້ບັນດາບໍລິສັດ ເອກະຊົນ ນັບຕັ້ງແຕ່ທ້າຍປີ 2014 ເປັນຕົ້ນມາ ເພື່ອປ້ອງກັນບໍ່ໃຫ້ ເກີດບັນຫາໜີ້ເສຍໃນທະນາຄານຂອງ ລາວ ເພີ່ມຂຶ້ນອີກ ດັ່ງທີ່ທ່ານ ສົມພາວ ຢືນຢັນວ່າ:

“ຖືວ່າມາຮອດປັດຈຸບັນນີ້ ໂຄງການໃໝ່ໆ ຫຼືວ່າ ໂຄງການທີ່ວ່າຫາກໍເລີ່ມ ກໍ່ສ້າງ ນີ້ນະ ຖືວ່າທະນາຄານທຸລະກິດ ຫຼືວ່າ ທະນາຄານກາງແມ່ນຂາດຕົວ ເລີຍຄືບໍ່ປ່ອຍ ໃນເມື່ອພວກເຮົາຢຸດພາກສ່ວນດັ່ງກ່າວນີ້ ພວກເຮົາກະເອົາ ເງິນດັ່ງກ່າວນັ້ນໄປໃຫ້ ພາກສ່ວນທີ່ທຳການຜະລິດ ແລະ ການບໍລິການຍ້ອນວ່າ ທະນາຄານນີ້ຕ້ອງໄດ້ ນຳໃຊ້ທຶນເດ້ ເພື່ອໄປປ່ອຍກູ້ ເພື່ອການກຸ້ມຕົວຂອງເອງ ແລະ ປ່ອຍກູ້ຢ່າງມີປະສິດ ທິຜົນ.”

ສ່ວນກະຊວງແຜນການ ແລະ ການລົງທຶນ ກໍລາຍງານວ່າ ລັດຖະບານ ລາວ ມີພັນທະທີ່ ຈະຕ້ອງຊຳລະຄືນໜີ້ທີ່ເກີດຈາກໂຄງການທີ່ບັນດາບໍລິສັດເອກະຊົນ ລົງທຶນໃຫ້ກ່ອນ ຄິດ ເປັນມູນຄ່າຫຼາຍກວ່າ 18,000 ຕື້ກີບໃນແຜນການປີ 2015 ຫາ 2016 ໂດຍເປັນໜີ້ທີ່ເກີດ ຈາກການທີ່ບໍລິສັດເອກະຊົນ ໄດ້ລົງທຶນ ໃຫ້ກ່ອນໃນ 6,600 ກວ່າໂຄງການ ແລະ ໃນນີ້ກໍ ມີຢູ່ເຖິງ 2,600 ໂຄງການທີ່ ເປັນການອະນຸມັດຫຼັງຈາກທີ່ນາຍົກລັດຖະມົນຕີ ລາວ ໄດ້ມີ ຄຳສັ່ງໃຫ້ໂຈະການ ອະນຸມັດໂຄງການໃໝ່ນັບແຕ່ທ້າຍປີ 2013 ມາແລ້ວອີກດ້ວຍ.

1265B285-455B-4B4C-943D-0E3F979AC9C9_w640_r1_s

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...