spot_img
Homeວິທະຍາສາດ-ວິທະຍາການຢາຕ້ານເຊື້ອ ຊະນິດໃໝ່ ສະແດງຄວາມຫວັງ ຕໍ່ການຕ້ານ ໄຂ້ມາເລເຣຍ

ຢາຕ້ານເຊື້ອ ຊະນິດໃໝ່ ສະແດງຄວາມຫວັງ ຕໍ່ການຕ້ານ ໄຂ້ມາເລເຣຍ

Published on

ຢາ​ທີ່ປະສົມ​ຂຶ້ນມາໃໝ່​ໄດ້​ຖືກ​ພັດທະນາ​ຂຶ້ນ​ເພື່ອ​ຮັກສາ​ຄູ່​ປໍ​ລະ​ປັກ​ເກົ່າ, ​ໂຣກ​ໄຂ້​ມາ​ເລ​ເຣຍ, ​ເຊິ່ງໂຣກ​ທີ່​ໄດ້​ເຮັດ​ໃຫ້​ຄົນ​ຕິດ​ເຊື້ອຫຼາຍ​ກວ່າ 200 ລ້ານ​ຄົນ​ຕໍ່​ປີ ​ແລະ ​ເຮັດ​ໃຫ້ 500,000 ຄົນ​ໃນ​ຈຳນວນ​ດັ່ງກ່າວ​ເສຍ​ຊີວິດ. ຢານີ້​ຈະ​ທຳລາຍ​ທາດໂປ​ຣຕີນ ທີ່​ສຳ​ຄັນ​ສຳລັບ​ການ​ຢູ່​ລອດ​ຂອງເຊື້ອກາຝາກມາ​ເລ​ເຣຍ.

ສານປະກອບ ທີ່​ເອີ້ນ​ວ່າ DSM265 ​ແມ່ນ​ຢາ​ປະ​ເພດໃໝ່​ທຳ​ອິດ​ທີ່​ຄິດ​ຄົ້ນ​ຂຶ້ນ​ມາ​ ເພື່ອປີ່ນປົວ ໄຂ້​ມາ​ເລເຣຍ, ບັນດາ​ນັກ​ຄົ້ນ​ຄວ້າ​ກ່າວ​ວ່າ ມັນ​ອາດ​ຈະ​ເປັນ​ປະ​ເພດ​ຢາປີ່ນປົວກິນ​ເມັດ​ດຽວ ​ຊະນິດທຳ​ອິ​ດທີ່​ໃຊ້​ປິ່ນປົວ​ເຊື້ອ​ໂຣກ​ໜຶ່ງ​ທີ່​ຮ້າຍ​ແຮງ​ເຖິງ​ຊີວິດ​ທີ່​ສຸດ​ໃນ​ໂລກ.

ຢາ DSM265 ມີ​ຈຸດໝາຍ​ແນ​ໃສ່​ທາດ​ໂປຣທຕີນ ທີ່ເຊື້ອກາຝາກມາ​ເ​ລ​ເຣຍຕ້ອງການ​ເພື່ອ​ສືບ​ພັນ​ຕໍ່​ ຖ້າ​ປາສະຈາກ​ທາ​ດ​ໂປຣທີ​ນນີ້, ​ເຊື້ອ​ກາຝາກຈະ​ບໍ່​ສາມາດສືບ​ຕໍ່​ຕິດແປດໃສ່ຜູ້ຄົນໄດ້.

ຢານີ້​ເຮັດໜ້າ​ທີ່​ທຳ​ລາຍ​ເຊື້ອກາຝາກໃນ​ທຸກ​ຂັ້ນຕອນ ​ທີ່ຍາກ​ແກ່​ການ​ປີ່ນປົວ, ຈາກ​ເຊ​ລສືບ​ພັນ​ຊຶ່ງ​ມີຂະໜາດ​ນ້ອຍຫຼາຍ ທີ່​ເຂົ້າ​ໄປ​ໃນ​ຮ່າງ ກາຍ​ຜ່ານ​ການຖືກ​ຍຸງ​ກັດ, ​ໄປ​ຫາ​ຂັ້ນ​ຕອນ​ຂອງ​ຕັບ, ບ່ອນ​ທີ່ໂຕ​ອ່ອນ​ຖືກ​ບົ່ມລ້ຽງ, ​ແລະ ​ໃນ​ທີ່​ສຸດ​ກໍ​ຕິດ​ເຊື້ອ​ໃສ່​ການ​ໝູນວຽນ​ຂອງເມັດ​ເລືອດແດງນັບ​ລ້ານ.

ທ່ານ ປຣາດີ​ບ ຣາທາດ ​ແມ່ນ​ສາ​ສະ​ດາ​ຈານ​ດ້ານ​ເຄມີ​ທີ່​ມະຫາວິທະຍາ​ໄລ ​ວໍ​ຊິງ​ຕັນ, ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ໃນ​ທີ​ມງານ​ນັກ​ຄົ້ນ​ຄວ້າ​ສາກົນ​ລວມມີ​ທັງ​ໝົດ ຈາກ 20 ສ​ະຖາ​ບັນ ​ທີ່​ໄດ້​ຄົ້ນ​ພົບ​ຢາ DSM265.

ທ່ານ ​ໄດ້​ກ່າວ​ວ່າ ການ​ສຶກສາ​ເບື້ອງ​ຕົ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ ຢານີ້ ​ແມ່ນ​ໄດ້ຜົນ​ຫຼາຍ​ຕໍ່​ກັບ​ການ​ທຳລາຍ​ເຊື້ອກາຝາກທີ່ແຜ່​ເຂົ້າ​ໄປ​ໃນ​ເມັດ​ເລື​ອດ​ແດງ, ການ​ທົດ​ສອບອື່ນ​ໆ​ກໍເຕັມ​ໄປ​ດ້ວຍຄວາມ​ຫວັງ​ເຊັ່ນ​ກັນ.

ທ່ານກ່າວຕື່ມອີກ​ວ່າ: ​ການ​ສຶກສາ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຢາ​ແມ່ນ​ໄດ້ຜົນ​ດີ​ຫຼາຍ​ຕໍ່​ກັບ​ການ​ຕິດ​ເຊື້ອ​ຂັ້ນ​ຕອນ​ອື່ນ​ເຊັ່ນ​ກັນ​ ​ແລະ ​ດັ່ງ​ນັ້ນ​ມັນ​ກໍ​ສາມ​າດ​ຖືກ​ນຳ​ໃຊ້​ເພື່ອ​ປ້ອງ​ກັນ​ໂຣກ, ມັນ​ສາມາດໃຊ້​ໃນ​ກັບບໍລິ​ເວນ ​ທີ່​ຄາດ​ວ່າ​ ຄົນ​ຈະ​ຖືກ​ຍຸງ​ກັດ ​ແລະ ຖືກ​ຕິດ​ເຊື້ອ, ດັ່ງ​ນັ້ນ​ພວກ​ເຮົາ​ຈຶ່ງ​ກຳຈັດເຊື້ອກາຝາກ ​ໃນ​ຂະນະ​ທີ່​ມັນ​ຍັງ​ຢູ່​ໃນ​ຂັ້ນ​ຕອນ​ຕົ້ນ​ໆ​ກ່ອນ​ທີ່​ມັນຈະໄປປະກົດ​ຢູ່​ໃນ​ເລືອດ.

ມັນ​ເປັນ​ເວລາ​ຫຼາຍ​ປີ​ຕັ້ງ​ແຕ່​ຢາ​ຕ້ານ​ໄຂ້​ມາ​ເລ​ເຣຍປະ​ເພດ​ໃໝ່ໄດ້​ຮັບ​ການປັບ​ປຸງ​ແກ້​ໄຂໃຫ້​ດີ​ຂຶ້ນ, ​ຈົນ​ຮອດ​ປະ​ຈຸ​ບັນ ຢາ​ໃໝ່​ຫຼ້າ​ສຸດນີ້ ແມ່ນ​ທາງ​ເລືອກ​ອື່ນ​ຂອງສານປະກອບເກົ່າທີ່ ໄດ້​ ຖືກຄົ້ນ​ພົບ​ຫຼາຍ​ສິບ​ປີ​ມາ​ແລ້ວ, ຫຼາຍ​ສາຍ​ພັນ​ຂອງ​ເຊື້ອກາຝາກ​ມາເລ​ເຣຍ ທີ່​ທົນ​ທານ​ຕໍ່​ຢາ​ນັ້ນ​ແມ່ນ​ໄດ້​ຖືກ​ລາຍ​ງານ​ຢູ່ໃນ​ພາ​ກພື້ນ​ເອເຊຍຕາ​ເວັນ​ອອກສຽງໃຕ້.

DSM ໝາຍເຖິງ “Dallas-Seattle-Melbourne,” ​ເປັນ​ຊື່​ຂອງ​ສາ​ມ ນະຄອນ​ໃຫຍ່ ທີ່​ເປັນ​ບ້ານ​ຂອງ​ບັນດາ​ນັກ​ຄົ້ນຄວ້າແນວ​ໜ້າ, ຜູ້ທີ່​ໄດ້​ທຳ​ກາ​ນທົດ​ລອງ​ ​ຫຼາຍ​ຮ້ອຍໂມ​ເລກຸນ ​ກ່ອນ​ທີ່​ຈະມາ​ຮອດ​ການ​ທົດ​ລອງ​ຄັ້ງ​ທີ 265 ຂອງ​ຢາ​ຊະ​ນິດ​ໃໝ່ ທີ່ໄດ້ຜົນ​ຫຼາຍ​ທີ່​ສຸດ​ຕໍ່​ການ​ຕ້ານ​ເຊື້ອກາຝາກຂອງມາເລເຣຍ.

ທ່ານ ຣາທາດ ກ່າວ​ວ່າ ຂະບວນການ​ທີ່​ໄດ້​ໃຊ້ໃນ​ການ​ຄົ້ນ​ພົບຢາ DSM265 ມື້​ໃດ​ມື້ໜຶ່ງ​ອາດ​ຈະ​ນຳໄປ​ສູ່​ການ​ຄົ້ນ​ພົບ​ຢາ​ຕ້ານ​ມາ​ເລ​ເຣຍ ທີ່ໄດ້ຜົນດີ​ກວ່າ​ນີ້​ອີກ​ຫຼາຍ​ເທົ່າ, ພວກ​ເຮົາ​ເລີ່​ມ​ເກັ່ງ​ຂຶ້ນ​ແລ້ວ ​ແລະ ພວກ​ເຮົາ​ກໍ​ສາມາດ​ສ້າງ​ໄດ້​ຫຼາຍ ​ໂມ​ເລກຸນ ຕື່ມອີກ ​ແລະ ບາງ​ຄົນ​ກໍ​ເວົ້າ​ວ່າ ຖ້າ​ເຈົ້າ​ສາ​ມາດ​ສ້າງ​ຢາ​ຕ້ານໄຂ້​ມາ​ເລ​ເຣຍທີ່​ມີ​ປະສິດທິ​ພາບ​ດີແທ້ໆ ​ມີ​ຄວາມ​ປອດ​ໄພ​ໃນ​ທຸ​ກໆ 5 ຫຼື 10 ປີ, ​ແລະ ​ໃນ​ຂະນະ​ທີ່​ຫຼາຍ​ປະ​ເທດ​ແມ່ນ​ກຳລັງພັດ​ທະນາ​ຢ່າງ​ປະຢັດ​ມັດທະຍັດ, ສິ່ງ​ທີ່ໄດ້​ເວົ້າ​ມາ​ນີ້​ຈະ​ຫາ​ຈຸດໜຶ່ຶງ​ໃຫ້​ພວກ​ເຮົາ ​ເຊິ່ງພວກ​ເຮົາ​ຕ້ອງ​ຢຸດ​ເປັນ​ຫ່ວງ​ກ່ຽວ​ກັບ​ໂຣກດັ່ງ ກ່າວ​ນີ້ນັ້ນ​ແມ່ນ​ຄວາມ​ຝັນ​ອັນ​ຍິ່ງ​ໃຫຍ່​ຂອງ​ພວກ​ເຮົາ.

ຢາ​ຕ້ານເ​ຊື້​ອມາ​ເລ​ເຣຍ DSM265 ​ໄດ້​ມີການພິມເຜີຍແຜ່ຢູ່ໃນ​ນິຕະຍາ​ສານ Science Translational Medicine.

ຕອນ​ນີ້ການ​ທົດ​ລອງຢາ​ໃນ​ຂັ້ນ​ຕົ້ນ​ທີ່​ໂຮງໝໍ​ແມ່ນ​ກຳລັງ​ດຳ​ເນີນ​ຢູ່ ​ແລະ ຄາດ​ວ່າ​ໃນ​ໄວໆ​ນີ້​ກໍ​ຈະ​ມີຫຼາຍ​ເພີ່ມ​ຂຶ້ນ​ອີກ.

262C2817-F885-4D7E-A991-6B0C19ED40DD_w640_r1_s

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...