Homeຂ່າວຍົນຕົກພົບແລ້ວຈຸດເກີດເຫດຍົນ Mi-17 ຂອງກອງທັບຕົກ

ພົບແລ້ວຈຸດເກີດເຫດຍົນ Mi-17 ຂອງກອງທັບຕົກ

Published on

29 ກໍລະກົດ 2015 ລາຍງານລ່າສຸດຂອງແຫຼ່ງຂ່າວສານ ປະເທດລາວ ລາຍງານແຈ້ງວ່າ ພົບແລ້ວຈຸດເກີດເຫດຍົນ Mi-17 ຂອງກອງທັບຕົກ
ຂະນະສະເພາະກິດ ແລະ ກໍາລັງກອບກູ້ພາກພື້ນດິນ ກະຊວງປ້ອງກັນປະເທດລາວຢືນຢັນໃນວັນທີ 29 ກໍລະກົດ 2015 ນີ້ວ່າ: ໃນຕອນເຊົ້າຂອງວັນທີ 29 ກໍລະກົດນີ້ ເຈົ້າໜ້າທີ່ສະເພາະກິດສາມາດພົບເຫັນສັນຍານ ແລະ ຈຸດເກີດອຸບັດເຫດຍົນ Mi-17 ຂອງກອງທັບຕົກ ຢູ່ທາງທິດເໜືອຂອງບ້ານຫລວງພັນໄຊ ເມືອງລ່ອງແຈ້ງ ແຂວງໄຊສົມບູນ.

ປັດຈຸບັນນີ້ ເຈົ້າໜ້າທີ່ສະເພາະກິດ ແລະ ກໍາລັງກອບກູ້ພາກພື້ນດິນພວມມຸ່ງໜ້າເຂົ້າຫາຈຸດເກີດເຫດ ແລະ ເລັ່ງຊອກຄົ້ນຫາຍົນດັ່ງກ່າວ ທາມກາງສະພາບອາກາດບໍ່ເອື້ອອໍານວຍ ແລະ ເສັ້ນທາງເຂົ້າເຖິງຈຸດເກີດເຫດປະກອບມີພູຜາປ່າດົງຕືບໜາ, ຄາດວ່າຈະພົບເຫັນຍົດລໍາດັ່ງກ່າວໃນໄວໆນີ້.

ຍົນລໍານີ້ໄດ້ບິນຂຶ້ນຈາກນະຄອນຫລວງວຽງຈັນໃນເວລາ 13:10 ໂມງ ຂອງວັນທີ 27 ກໍລະກົດ 2015 ເພື່ອໄປປະຕິບັດໜ້າທີ່ຢູ່ ແຂວງຊຽງຂວາງ-ຫົວພັນ ເມື່ອບິນໄປໄດ້ໄລຍະໜຶ່ງ ສູນຄວບຄຸມການບິນ ບໍ່ສາມາດຕິດຕໍ່ສື່ສານກັບຍົນລຳດັ່ງກ່າວ ເຊິ່ງມີຈຸບິນ 4 ຄົນ ແລະ ຜູ້ໂດຍສານ 19 ຄົນ.

11796309_1022199131145092_2558573886998598987_n

ຂໍ້ມູນຂ່າວຈາກ : ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...