Homeວິທະຍາສາດ-ວິທະຍາການຈົ່ງຢ່າອົດນອນ! ການນອນຫລັບເຮັດໃຫ້ຄວາມຈຳດີຂຶ້ນ

ຈົ່ງຢ່າອົດນອນ! ການນອນຫລັບເຮັດໃຫ້ຄວາມຈຳດີຂຶ້ນ

Published on

http://www.vcharkarn.com/media/images/

ການ​ນອນ​ຫລັບ​ອາດ​ບໍ່​ໄດ້​ຊ່ວຍ​ປ້ອງ​ກັນ​ການ​ລືມ ແຕ່​ກໍ​ເຮັດໃຫ້​ເຮົາ​ເຂົ້າ​ເຖິງ​ຄວາມ​ຊົງ​ຈຳ​ງ່າຍ​ຂຶ້ນ ໂດຍ​ນັກ​ວິ​ໄຈ​ລະ​ບຸ​ວ່າ​ຫລັງ​ຈາກ​ທີ່​ເຮົາ​ນອນ​ຫລັບ ເຮົາ​ຈະ​ສາມາດ​ດຶງ​ເອົາ​ຄວາມ​ຈຳ​ທີ່​ເຮົາ​ຈຳ​ບໍ່​ໄດ້​ຊ່ວງ​ທີ່​ຕື່ນ​ຢູ່​ກັບ​ຄືນ​ມາ​ໄດ້​ອີກ​ເທື່ອໜື່ງ

ເມື່ອ​ຄົນ​ເຮົາ​ລືມ​ຂໍ້​ມູນ​ໃດ​ໄປ​ໃນ​ຊ່ວງ 12 ຊົ່ວ​ໂມງ​ທີ່​ຕື່ນ ການ​ນອນ​ຫລັບ​ຈະ​ຊ່ວຍ​ໃຫ້​ເຮົາ​ສາມາດ​ເຂົ້າ​ເຖິງ​ຄວາມ​ຊົງ​ຈຳ​ທີ່​ຕອນ​ທຳອິດ​ເບິ່ງ​ເລືອນ​ລາງ​ໄປ​ ໃຫ້​ສາມາດ​ກັບ​ຄືນ​ມາ​ໄດ້​ອີກ​ເທື່ອ

ງານ​ວິ​ໄຈ​ຈາກ​ມະຫາ​ວິທະຍາ​ໄລ​ເອັກ​ຊິ​ເຕີລ໌ ສະ​ຫາລາດ​ອານາຈັກ ແລະ​ສູນ​ວິ​ໄຈ​ລະບົບ​ຮັບ​ຮູ້ ສະໝອງ ແລະ​ພາສາ ແຫ່ງ​ແຄວ້ນ​ບາດກ໌ ສະ​ເປນ ໄດ້ຮັບ​ການ​ເຜີຍແຜ່​ໃນ​ວາລະ​ສານ​ວິ​ຊາ​ການ Cortex ແລ້ວ ໃນ​ງານ​ວິ​ໄຈ​ນີ້​ໄດ້​ມີ​ການ​ຕິດ​ຕາມ​ຄວາມ​ຈຳ​ຂອງ​ຄຳ​ສັບ​ໃໝ່​ທີ່​ໄດ້​ຮຽນ​ຮູ້ກ່ອນ​ນອນ​ຫລັບ ນັກ​ວິ​ໄຈ​ໃຫ້​ຜູ້​ເຂົ້າ​ຮ່ວມ​ການ​ທົດລອງ​ພະຍາຍາມ​ຄິດ​ຄຳ​ເຫລົ່າ​ນີ້​ທັນ​ທີ​ທີ່​ໄດ້​ຟັງ ຫລັງ​ຈາກ​ນັ້ນ​ໃຫ້​ໄປ​ນອນ​ຫລັບ​ແລະ​ໃຫ້​ມາ​ຄິດ​ຄຳ​ເຫລົ່າ​ນີ້​ອີກ​ເທື່ອ ຂະນະ​ທີ່​ອີກ​ກຸ່ມ​ໜຶ່ງ ຜູ້​ເຂົ້າ​ຮ່ວມ​ທົດລອງ​ບໍ່​ໄດ້​ຫລັບ​ແຕ່​ໃຫ້​ຕື່ນ​ດ້ວຍ​ໄລ​ຍະ​ເວລາ​ທີ່​ເທົ່າ​ໆ​ກັນ​ກັບ​ກຸ່ມ​ທີ່​ຕ້ອງ​ຫລັບ

ກະ​ແຈ​ສຳຄັນ​ໃນ​ງານ​ນີ້​ຄື​ຄຳ​ທີ່​ຜູ້​ເຂົ້າ​ຮ່ວມ​ການ​ທົດລອງ​ຈຳ​ໄດ້​ໃນ​ຂະນະ​ທີ່​ທົດສອບ​ຮອບ​ທຳອິດກັບ​ຮອບ​ຫລັງ​ຈາກ 12 ຊົ່ວ​ໂມງ​ຜ່ານ​ໄປ ກັບ​ຄຳ​ທີ່​ຕອນ​ທຳອິດ​ຜູ້​ເຂົ້າ​ຮ່ວມ​ການ​ທົດລອງ​ຈຳ​ບໍ່​ໄດ້ ແຕ່​ສຸດ​ທ້າຍ​ກັບ​ມາ​ຈຳ​ໄດ້

ແລະ​ນັກ​ວິ​ໄຈ​ກໍ​ໄດ້​ພົບ​ວ່າ ການ​ນອນ​ຫລັບ​ສາມາດ​ຊ່ວຍ​ກູ້​ຄືນ​ຄວາມ​ຊົງ​ຈຳ​ທີ່​ຕອນ​ທຳອິດ​ຈຳ​ບໍ່​ໄດ້​ເມື່ອ​ທຽບ​ກັບ​ຄົົນທີ່​ບໍ່​ໄດ້​ນອນ ແຕ່​ບໍ່​ໄດ້​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້​ຄວາມ​ຊົງ​ຈຳ​ຫາຍ​ໄປ​ເທົ່າໃດ

ດຮ. ນິກ​ໂຄ​ລັດ ດູ​ເມີຍ ແຫ່ງ​ມະຫາ​ວິທະຍາ​ໄລ​ເອັກ​ຊິ​ເຕີລ໌ ແລະ​ສູນ​ວິ​ໄຈ​ບາດກ໌ ອະທິບາຍ​ວ່າ “ການ​ນອນ​ຫລັບ​ຊ່ວຍ​ເພີ່ມ​ໂອ​ກາດ​ໃຫ້​ຄົນ​ເຮົາ​ຈຳ​ສິ່ງ​ທີ່​ຕອນ​ທຳອິດລືມ​ໃຫ້​ກັບ​ມາ​ຈຳ​ໄດ້​ຫລາຍ​ຂຶ້ນ​ສອງ​ເທົ່າ ການ​ທີ່​ຄົນ​ເຮົາ​ເຂົ້າ​ເຖິງ​ຄວາມ​ຊົງ​ຈຳ​ໄດ້​ຫລາຍ​ຂຶ້ນ​ໃນ​ຂະນະ​ນອນ​ຫລັບ​ນີ້​ອາດຈະ​ເປັນ​ການ​ບອກວ່າ​ໃນ​ຂະນະ​ທີ່​ເຮົາ​ນອນ ຄວາມ​ຊົງ​ຈຳ​ຈະ​ກໍ່​ຕົວ​ດີ​ຂຶ້ນ ເປັນ​ການ​ສະໜັບສະໜູນ​ຄຳ​ກ່າວ​ທີ່​ວ່າ ໃນ​ຂະນະ​ທີ່​ຄົນ​ເຮົາ​ຫລັບ ສະຫມອງ​ຈະ​ມີ​ການ​ນຳ​ເອົາ​ຂໍ້​ມູນ​ທີ່​ເຮົາ​ຄິດວ່າ​ສຳຄັນ​ມາ​ປະ​ມວນ​ຜົນ​ໃໝ່ ດັ່ງ​ນັ້ນ ຈຶ່ງ​ຕ້ອງ​ມີ​ງານ​ວິ​ໄຈ​ເພິ່ມເຕິມ​ຕໍ່ໄປ​ວ່າ ການ​ນຳ​ຄວາມ​ຈຳ​ມາ​ປະ​ມວນ​ຜົນ​ໃໝ່​ນີ້​ຈະ​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ເຖິງ​ຄວາມ​ຈຳ​ໄດ້​ດີ​ຂຶ້ນ​ໃນ​ທຸກ​ໆ​ບົດ​ຫລື​ບໍ່”

ດັ່ງ​ນັ້ນ ເຮົາ​ໄດ້​ຮູ້​ຄວາມ​ສຳຄັນ​ຂອງ​ການ​ຫລັບ​ຕໍ່​ຄວາມ​ຈຳ​ແລ້ວ ການ​ນອນ​ຫລັບ​ຊ່ວຍ​ໃຫ້​ເຮົາ​ຈຳ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຫລື​ໄດ້ຍິນ​ມາ​ໃນ​ມື້​ກ່ອນ​ໜ້າ ອາດຈະ​ເປັນ​ໄປ​ໄດ້​ທີ່​ວ່າ​ຄວາມ​ຊົງ​ຈຳ​ເຮົາ​ຈະ​ກໍ່​ຕົວ​ເປັນ​ຮູບ​ເປັນ​ຮ່າງ ຊັດເຈນ ແລະ​ເຂົ້າ​ເຖິງ​ໄດ້​ດີ​ຂຶ້ນ​ເມື່ອ​ຜ່ານ​ຄືນ​ທີ່​ໄດ້​ນອນ​ຫລັບ​ໄປ ແຕ່​ກ່ອນ​ໜ້າ​ນັ້ນ​ຍັງ​ບໍ່​ມີ​ການສຶກສາ​ຊັດເຈນ​ເທົ່າໃດ

ດຮ. ດູ​ເມີຍ ເຊື່ອ​ວ່າ​ຄວາມ​ຊົງ​ຈຳ​ທີ່​ດີ​ຂຶ້ນ​ນີ້​ມາ​ຈາກ​ຮິບ​ໂປ​ແຄມ​ປັດ ອັນ​ເປັນ​ໂຄງ​ສ້າງ​ທີ່​ຢູ່​ພາຍໃຕ້​ສະຫມອງ​ສ່ວນ temporal lobe ທີ່​ຊ່ວຍ​ຈັດ​ເກັບ​ເຫດການ​ເມື່ອ​ໄວໆ​ນີ້​ແລະ​ນຳ​ກັບ​ມາ​ຫລິ້ນ​ອີກ​ເທື່ອ​ເມື່ອ​ຕ້ອງ​ການ ເຮັດໃຫ້​ຄົນ​ເຮົາ​ສາມາດ​ດຶງ​ເອົາ​ປະສົບການ​ສຳຄັນ​ໃນ​ຊີວິດ​ກັບ​ມາ​ອີກ​ເທື່ອ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ

“ການ​ນອນ​ຫລັບ​ບໍ່​ໄດ້​ຊ່ວຍ​ປ້ອງ​ກັນ​ໃຫ້​ເຮົາ​ບໍ່​ລືມ ແຕ່​ມັນ​ຈະ​ເຮັດໃຫ້​ເຮົາ​ສາມາດ​ເຂົ້າ​ເຖິງ​ຄວາມ​ຊົງ​ຈຳ​ໄດ້​ດີ​ຍິ່ງ​ຂຶ້ນ”

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...