Homeຂ່າວພາຍ​ໃນທ່ານລັດຖະມົນຕີ ຖວທ ຕ້ອນຮັບທູດຝຣັ່ງ

ທ່ານລັດຖະມົນຕີ ຖວທ ຕ້ອນຮັບທູດຝຣັ່ງ

Published on

ທ່ານລັດຖະມົນຕີ ຖວທ ຕ້ອນຮັບທູດຝຣັ່ງ

ວັນ​ທີ 5 ສິງຫາ 2013 ນີ້ ຢູ່​ທີ່​ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ທ່ານ ​ສຈ.​ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານ ອິວ ກາກ​ໂມ​ນາ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຝຣັ່ງ​ຄົນ​ໃໝ່ ປະຈຳ ​ສປປ ລາວ.

ໂອກາດ​ນີ້ ທ່ານ ບໍ່​ແສງ​ຄຳ ວົງ​ດາລາ ກໍ​ໄດ້​ໃຫ້ການ​ຕ້ອນຮັບ ແລະ ສະແດງ​ຄວາມ​ຊົມເຊີຍ​ທີ່​ທ່ານ ອິວ ກາກ​ໂມ​ນາ ທີ່​ໄດ້​ມາ​ດຳລົງ​ຕຳແໜ່ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ປະເທດ​ຝຣັ່ງ ປະຈຳ ​ສປປ ລາວ ເຊິ່ງ​ຈະ​ເປັນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຮ່ວມ​ມື​ຊ່ວຍເຫຼືອ​ລະຫວ່າງ ລາວ-ຝຣັ່ງ ທີ່​ມີ​ມາ​ແລ້ວ​ນັ້ນ​ໃຫ້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ.

ທັງ​ແຂກ ແລະ ເຈົ້າພາບ ກໍ​ໄດ້​ສົນທະນາ​ກັນ​ຫຼາຍ​ບັນຫາ ເປັນຕົ້ນ​ແມ່ນ​ການ​ຮ່ວມ​ມື​ການ​ຊ່ວຍເຫຼືອ​ຂອງ​ລັດຖະບານ​ຝຣັ່ງ​ໃຫ້​ແກ່​ລັດຖະບານ​ລາວ ໂດຍ​ສະເພາະ ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ໃນ​ຫຼາຍ​ວຽກ​ງານ​ເຊັ່ນ: ວຽກ​ງານ​ໂຄສະນາ​ຂ່າວສານ ມີ​ໜັງສືພິມ​ພາສາ​ຝຣັ່ງ ມີ​ລາຍການ​ວິທະຍຸ​ໂທລະພາບ​ພາກ​ພາສາ​ຝຣັ່ງ ໂຄງການ​ປົກ​ປັກ​ຮັກສາ​ມູນ​ມໍລະດົກ​ແຫ່ງ​ຊາດ ສຸມ​ໃສ່​ປົກ​ປັກ​ຮັກສາ​ສະຖານທີ່​ທ່ອງ​ທ່ຽວ​ເມືອງ​ມໍລະດົກ​ໂລກ ຫຼວງ​ພະ​ບາງ ແລະ ວັດ​ພູ​ຈຳປາ​ສັກ ແລະ ຍັງ​ຈະ​ສະໜັບສະໜູນ​ໃຫ້​ສະຖານທີ່​ທ່ອງ​ທ່ຽວ​ຫີນ​ໝາມ​ໜໍ່ ແຂວງ​ຄຳ​ມ່ວນ ເຂົ້າ​ເປັນ​ມໍລະດົກ​ໂລກ ນອກຈາກ​ນີ້ ໂຄງການ​ຕໍ່ໜ້າ ທາງ​ສະຖານທູດ​ຍັງ​ຈະ​ໃຫ້ການ​ສະໜັບສະໜູນ ໃນ​ການ​ເຝິກອົບຮົມ​ວຽກ​ງານ​ໂຄສະນາ​ຂ່າວສານ ແລະ ໂຄງການ​ສອນ​ພາສາ​ຝຣັ່ງ​ທາງ​ໂທລະພາບ​ຕື່ມ​ອີກ.

ທ່ານ ອິວ ກາກ​ໂມ​ນາ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຝຣັ່ງ ປະຈຳ ​ສປປ ລາວ ກໍ​ໄດ້​ສະແດງ​ຄວາມ​ຂອບ​ອົກ​ຂອບໃຈ​ຕໍ່​ທ່ານ​ລັດຖະມົນຕີ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ທີ່​ໄດ້​ໃຫ້ການ​ຕ້ອນຮັບ ແລະ ຈະ​ສືບຕໍ່​ໃຫ້ການ​ຊ່ວຍເຫຼືອ​ໃນຕໍ່ໜ້າ.

ຈາກ​ນັ້ນ ທ່ານ​ລັດຖະມົນຕີ ກໍ​ໄດ້​ອວຍພອນ​ໃຫ້​ທ່ານ​ທູດ ປະສົບ​ຜົນສຳເລັດ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ຂອງ​ທ່ານ

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...