spot_img
Home​ຂ່າວບັນເທິງສາວຕຸລີຊ່ວຍເຫລືອນ້ອງ ຊານ ທີ່ປະສົບອຸປະຕິເຫດ

ສາວຕຸລີຊ່ວຍເຫລືອນ້ອງ ຊານ ທີ່ປະສົບອຸປະຕິເຫດ

Published on

11774432_854175097992754_1263812427_n

ສົມກັບເປັນສາວທີ່ໄດ້ຮັບຕໍາແໜ່ງນາງສັງຂານຫລວງພະບາງປີ 2005 ແລະເປັນນັກຮ້ອງທີ່ປະສົບຄວາມສໍາເລັດກໍ່ຄື ສາວຕຸລີ ບິດາລັກ ທີ່ເປັນຄົນມີຈິດໃຈງົດງາມມັກຊ່ວຍເຫລືອເພື່ອນມະນຸດນໍາກັນເຫັນໄດ້ຈາກຫລາຍໆເທື່ອທີ່ລາຍງານໄປ ແລະ ລ່າສຸດ ສາວຕຸລີ ກໍ່ໄດ້ຊ່ວຍເຫລືອ ນ້ອງຊານ ທີ່ຖືກອຸບັດຕິເຫດລົດຈົກ ແມັກໂຄ ທັບ ຈົນໃບໜ້າກັບກະດູກຄາງຫັກແລະອັກເສບຊືມເຊື້ອມີນ້ຳໜອງໄຫຼອອກຢູ່ປະຈຳອາການຂອງນ້ອງຊານແມ່ນຕ້ອງການຮັກສາດ່ວນທີ່ສຸດ ຫລັງຈາກທີ່ສາວຕຸລີໄດ້ປະສານງານ ໄປທາງເພສຕ່າງຕ່າງ ກໍ່ມີເງິນຊ່ວຍເຫລືອຈໍານວນຫລວງຫລາຍເຂົ້າມາ ຍອດບໍລິຈາກຕອນນີ້ຢູ່ທີ່ 9,212,500 ກີບ ຕອນນີ້ນ້ອງຊານກຳລັງລໍຖ້າຜົນການວິເຄາະຈາກໝໍ ນ້ອງຊານຮັກສາຢູ່ທີ່ໂຮງໝໍມິດຕະພາບ ຕຶກສຸກເສີນ ຊັ້ນ 4 ຫ້ອງເບີ1 ໃຜຢາກໄປຢ້ຽມຢາມນ້ອງກໍ່ໄປໄດ້ເດີ້ ຄາດວ່າແມ່ນວັນພະຫັດຈະເຂົ້າຫ້ອງຜ່າຕັດ ເພາະບາດແຜຂອງນ້ອງອັກເສບຫລາຍຈາກກະດູກທີ່ອອກມາຢູ່ນອກຮ່າງກາຍເປັນເວລາດົນ ສ່ວນລາຍຈ່າຍການຜ່າຕັດແມ່ນໝໍຈະແຈ້ງໃຫຮູ້ອີກບາດຫນຶ່ງ

ທ່ານໃດທີ່ມີຄວາມປະສົງຕ້ອງການຊ່ວຍເຫຼືອຄ່າປິ່ນປົວນ້ອງຊານກໍ່ສາມາດໂອນເງິນເຂົ້າບັນຊີທະນາຄານການຄ້າຕ່າງປະເທດລາວເງິນກີບໄດ້ທຸກເວລາ

ໝາຍເລກ: 051120001117766001 ຊື່ນາງຖະໜອມ ພົງສັກ

11796361_976419592408750_4533067059538957437_n

 

11796328_976030225781020_2096377320015410018_n

 

11745880_976419565742086_873735615197162135_n

 

11137178_977013659016010_6977518855056329202_n

 

11219517_977930938924282_3623341313607843784_n

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...