Homeລົດຍົນ-ຍານພາຫະນະຂອງທີ່ຕິດລົດໄວ້ໃຊ້ໃນຍາມສຸກເສີນ

ຂອງທີ່ຕິດລົດໄວ້ໃຊ້ໃນຍາມສຸກເສີນ

Published on

ທຸກ​ມື້​ນີ້​ລົດ​​ຫລາຍ​ເປັນ​ສິ່ງ​ທີ່​ຈຳ​ເປັນ​ໃນ​ຊີວິດ​ຂອງ​ໃຜ​ຫລາຍໆ​ຄອບຄົວ​ແລະ​ເກືອບ​ຈະ​ທຸກ​ຄົນ ແລະ​ເມື່ອ​ເກີດ​ເຫດການ​ສຸກ​ເສີນ​ນັ້ນ​ອາດຈະ​ມີ​ໜ້ອຍ​ກວ່າ​ຈຳນວນ​ຄົົນທີ່​ໃຊ້​ລົດ ແລະ​ຖ້າ​ເວລາ​ລົດ​ເຈົ້າ​ມີ​ບັນຫາ​ເດ ເຈົ້າ​ອາດຈະ​ຕ້ອງ​ການ​ສິ່ງ​ທີ່​ຈຳ​ເປັນ​ໃນ​ເບື້ອງ​ຕົ້ນ ໂດຍ​ສະເພາະ​ເມື່ອ​ຕ້ອງ​ເດິນທາງ​ຄົນ​ດຽວ ລອງ​ມາ​ເບິ່ງ​ສິ​ວ່າ​ມີ​ຫຍັງ​ແດ່

ຢາງ​ແລະ​ລໍ້​ສຳ​ຮອງ –ເຈົ້າ​ອາດຈະ​ບໍ່​ຄິດວ່າ​ຢາງ​ແລະ​ລໍ້​ສຳ​ຮອງ​ເປັນ​ສິ່ງ​ທີ່​ຈຳ​ເປັນ​ສຳລັບ​ລົດ ແຕ່​ເມື່ອໃດ​ກໍ​ຕາມ​ທີ່​ເດິນທາງ​ໄກ ຢາງ​ແລະ​ລໍ້​ສຳ​ຮອງ​ຈະ​ມີ​ປະໂຫຍດ​ຫລາຍ ໂດຍ​ສະເພາະ​ເມື່ອ​ອາດຈະ​ຄາດ​ບໍ່​ເຖິງ​ວ່າ​ຢາງ​ລົດ​ຈະ​ແບນ​ຫລື​ແຕກ ຢາງ​ສຳ​ຮອງ​ຈະ​ຊ່ວຍ​ເຈົ້າ​ໄດ້​ຫລາຍ​ໃນ​ການຝ່າຟັນ​ບັນຫາ ແຕ່​ກໍ​ອີກ​ນັ້ນ​ແຫລະ ເຈົ້າ​ກໍ​ຄົງ​ຕ້ອງ​ໝັ່ນ​ເບິ່ງແຍງ​ຢາງ​ສຳ​ຮອງ​ນີ້​ແດ່ ໂດຍ​ປົກກະຕິ ລົດ​ທຸກ​ຄັນ​ຈະ​ມີ​ຄ່າ​ລົມ​ຢາງ​ອະ​ໄຫລ່​ບອກ​ສະເໝີ​ແລະ​ໃຫ້​ເຈົ້າ​ກວດ​ສອບ​ເປັນ​ປະຈຳ​ທຸກ 3 ເດືອນ ເພື່ອ​ໃຫ້​ມີ​ສະພາບ​ພ້ອມ​ໃຊ້​ງານ​ຍາມ​ຕ້ອງ​ການ

SpareTyre

ແມ່​ແຮງ​ແລະ​ເຄື່ອງ​ມື​ປະຈຳ​ລົດ – ເມື່ອ​ມີ​ຢາງ​ອະ​ໄຫລ່​ແລ້ວ​ສິ່ງ​ທີ່​ຂາດ​ບໍ່​ໄດ້​ກໍ​ຄົງ​ບໍ່​ພົ້ນ​ເຄື່ອງ​ມື​ໃນ​ການເຮັດວຽກ ເຊີ່ງ​ຕາມ​ຫລັກ​ໃນ​ລົດ​ທຸກ​ຄັນ​ຈະ​ມີ​ມາ​ໃຫ້​ຢູ່​ແລ້ວ ໂດຍ​ເຄື່ອງ​ມື​ທີ່​ສຳຄັນ​ສຸດ​ກໍ​ຄົງ​ບໍ່​ພົ້ນ​ບຣັອກ​ຫັນ​ລໍ້​ ແລະ ໃນ​ລົດ​ບາງ​ລຸ້ນ​ລວມ​ເຖິງ​ອຸປະກອນ​ຖອດ​ຢາງ​ອະ​ໄຫລ່ ເຊີ່ງ​ຈຳ​ເປ້ນ​ຕ້ອງ​ໃຊ້​ຄູ່​ກັບ​ຊຸດ​ຢາງ​ອະ​ໄຫລ່ ໃນ​ການ​ປ່ຽນ​ລໍ້ ແລະ​ທີ່​ສຳຄັນ​ຄື​ຊຸດ​ແມ່​ແຮງ

Tools

ປ້າຍ​ສັນຍາ​ນ​ເຕືອນ – ບ້ານ​ເຮົາ​ອາດຈະ​ບໍ່​ມີ​ໃຜ​ຄິດ​ເຖິງ​ປ້າຍ​ສັນ​ຍານ​ເຕືອນ​ຫລື​ທີ່​ຄົນ​ໃຊ້​ລົດ​ບາງ​ຄົນ​ເອີ້ນວ່າ​ປ້າຍ​ສາມ​ຫລ່ຽມ ເຊີ່ງ​ປ້າຍ​ນີ້​ມີ​ປະໂຫຍດ​ຫລາຍ ຍິ່ງ​ໃນ​ຍາມ​ກາງ​ຄືນ ເພາະ​ປ້າຍ​ຈະ​ປະກອບ​ດ້ວຍ​ຊຸດ​ທັບ​ທິມ​ສະ​ທ້ອນ​ແສງ ຊ່ວຍ​ໃຫ້​ລົດ​ທີ່​ແລ່ນ​ຕາມ​ມາ​ເຫັນ​ປ້າຍ​ເພື່ອ​ຫລົບ​ຫລີກ​ເຮົາ ໂດຍ​ສະເພາະ​ໃຜ​ທີ່​ອອກ​ຕ່າງ​ແຂວງ​ເລື້ອຍໆ ຫາ​ຊື້​ເອົາ​ໄວ້​ກໍ​ມີ​ປະໂຫຍດ​ຄືກັນ ເຊີ່ງ​ການ​ໃຊ້​ງານ​ນັ້ນ ໃຫ້​ຕັ້ງ​ຫ່າງ​ຈາກ​ຈຸດ​ທີ່​ລົດ​ເຮົາ​ຢູ່​ປະ​ມານ 50-100 ແມັດ

StopSign

ໄຟ​ສາຍ – ເຄື່ອງ​ມື​ສ່ອງ​ສະຫວ່າງ​ສະເພາະ​ກິດ​ຄວນ​ມີ​ຕິດ​ລົດ​ເອົາ​ໄວ້​​ໃນ​ກໍລະນີ​ທີ່​ເຈົ້າ​ຕ້ອງ​ໃຊ້​ງານ​ມັນ​ໃນ​ຍາມ​ຄ່ຳ​ຄືນ ໂດຍ​ສະເພາະ​ໃຜ​ທີ່​ມັກ​ເຮັດ​ນັ້ນ​ນີ້​ຕົກ​ປະຈຳ ໄຟ​ສາຍ​ຈະ​ຊ່ວຍ​ໃຫ້​ເຈົ້າ​ຫາ​ຂອງ​ພົບໄດ້​ງ່າຍ​ຂຶ້ນ ຫລື​ຍາມ​ລົດ​ເພ ເຈົ້າ​ຍັງ​ສາມາດ​ໃຊ້​ມັນ​ສົ່ງ​ສັນຍາ​ນ ໃຫ້​ຜູ້​ທີ່​ຂັບ​ຂີ່​ຕາມ​ມາ​ຈອດ​ຮັບ​ຫລື​ຂໍ​ຄວາມ​ຊ່ວຍເຫລືອ ຫລື​ສົ່ງ​ສັນ​ຍານ​ໃຫ້​ຫລີກ​ທາງ​ຈາກ​ຈຸດ​ທີ່​ລົດ​ເພ​ຢູ່​ກໍ​ໄດ້

FlashLight

ສາຍ​ພ່ວງ​ແບດ​ເຕີລ໌​ລີ່ – ແບດ​ເຕີລ໌​ລີ່​ເປັນ​ຕົວ​ຈ່າຍ​ໄຟ​ທີ່​ສຳຄັນ ແຕ່​ບາງເທື່ອ​ເມື່ອ​ລົດ​ທີ່​ຂັບ​ມີ​ອາ​ຍຸ​ຫລາຍ​ຂຶ້ນ​ກໍ​ຈະ​ປະຕິເສດ​ບໍ່​ໄດ້​ວ່າ ມັນ​ຍ່ອມ​ມີ​ອາການ​ຂອງ​ແບດ​ເຕີລ໌​ລີ່​ເສື່ອມ ໂດຍ​ສະເພາະ​ລົດ​ທີ່​ມີ​ອາ​ຍຸ​ຕັ້ງ​ແຕ່ 2 ປີ​ຂຶ້ນ​ໄປ ການ​ພົກ ສາຍ​ພ່ວງ​ແບດ​ເຕີລ໌​ລີ່​ເອົາ​ໄວ້ ຕໍ່​ພ່ວງ​ຫາ​ກ​ເຈົ້າ​​ສະ​ຕາດເຄື່ອງ​ບໍ່​ຕິດ​ນັ້ນ​ກໍ​ໜ້າ​ຈະ​ເປັນ​ຄວາມ​ຄິດ​ທີ່​ດີ​ເຊັ່ນ​ກັນ ເຊີ່ງ​ວິທີ​ການ​ໃຊ້​ກໍ​ພຽງ​ຄີບ​ສີ​ແດງ​ເຂົ້າ​ຂົ້ວ​ບວກ​ຂອງ​ລົດ ແລ້ວ​ຄີບ​ສີ​ດຳ​ເຂົ້າ​ແຕ່​ລະ​ຂົ້ວ​ລົບ​ຂອງ​ລົດ​ແລ້ວ​ລໍຖ້າກ່ອນ​ຈະ​ສະ​ຕາດລົດ…

BatteryCable

ທີ່​ທຸບ​ກະ​ຈົກ​ແລະ​ຕັດ​ເຂັມ​ຂັດ​ນິລະ​ໄພ – ປະຈຸບັນ​ນອກ​ຈາກ​ອຸປະກອນ​ທີ່​ຊ່ວຍ​ເຮົາ​ໄດ້​ໃນ​ຍາມ​ລົດ​ເພ​ແລ້ວ ອຸປະກອນ​ໃນ​ການ​ຊ່ວຍ​ຊີວິດ​ກໍ​ເປັນ​ເລື່ອງ​ທີ່​ສຳຄັນ​ເຊັ່ນ​ກັນ ແລະ​ໜຶ່ງ​ໃນ​ຫລາຍ​ສິ່ງ​ທີ່​ແນະ​ນຳ​ໃຫ້​ພົກ​ຕິ​ດລົດ ​ເພາະໜ້າ​ຈະ​ມີ​ໂອ​ກາດ​ໄດ້​ໃຊ້​ນັ້ນ​ຄື ທີ່​ທຸບ​ກະ​ຈົກ ເຊີ່ງ​ມັກ​ຈະ​ມາ​ພ້ອມ​ທີ່​ຕັດ​ເຂັມ​ຂັດ​ນິລະ​ໄພ​ໃນ​ຕົວ

MirrorCutting

​ເຄື່ອງ​ມືອັນນີ້​ສາມາດ​ຫາ​ຊື້​ໄດ້​ທົ່ວ​ໄປ​ແລະ​ຈະ​ມີ​ປະໂຫຍດ​ຫລາຍ​ໃນ​ຍາມ​ທີ່​ເຮົາ​ຢູ່ໃນ​ສະຖານະການ​ສຸກ​ເສີນ ເຊັ່ນ ລົດ​ຕົກ​ນ້ຳ ຫລື ລົດ​ເກີດ​ອຸບັດເຫດ​ຈົນ​ບໍ່​ສາມາດ​ປົດ​ເຂັມ​ຂັດ​ອອກຈາກ​ເບົ້າ​ລັອກ​ໄດ້ ເຊີ່ງ​ເຄື່ອງ​ມື​ທີ່​ວ່າ​ນີ້​ຈະ​ຊ່ວຍ​ໃຫ້​ຫລຸດ​ຈາກ​ສະຖານະການ​ໄດ້​ຢ່າງ​ງ່າຍ​ດາຍ

ທັງ 6 ເຄື່ອງ​ມື​ທີ່​ເໝາະ​ແກ່​ການ​ຕິດ​ລົດ​ນີ້ ອາດຈະ​ບໍ່ແມ່ນ​ສິ່ງ​ທີ່​ສຳຄັນ​ເທົ່າໃດ​ຕໍ່​ການ​ຂັບ​ຂີ່ ແຕ່​ໃນ​ຍາມ​ສຸກ​ເສີນ​ຫລື​ຈຳ​ເປັນ ເຄື່ອງ​ມື​ພວກ​ນີ້​ອາດຈະ​ຊ່ວຍ​ເຈົ້າ​ໄດ້ ໂດຍ​ສະເພາະ​ໃນ​ຍາມ​ທີ່​ຕ້ອງ​ການ​ໃຊ້ ເຈົ້າ​ຄວນ​ຈະ​ມີ​ຕິດ​ລົດ​ໄວ້​ດີກວ່າ​ທີ່​ເມື່ອ​ຈະ​ໃຊ້​ແລ້ວ​ບໍ່​ມີ​ໃຫ້​ໃຊ້

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...