spot_img
Homeຂ່າວພາຍ​ໃນທ່ານ​ເຈົ້າ​ຄອງ ນວ ຕ້ອນ­ຮັບ​ການ​ເຂົ້າ​ພົບ​ປະຂອງ​ທ່ານ​ເຈົ້າ­ແຂວງໜອງ​ຄາຍ

ທ່ານ​ເຈົ້າ​ຄອງ ນວ ຕ້ອນ­ຮັບ​ການ​ເຂົ້າ​ພົບ​ປະຂອງ​ທ່ານ​ເຈົ້າ­ແຂວງໜອງ​ຄາຍ

Published on

ທ່ານ​ເຈົ້າ​ຄອງ ນວ ຕ້ອນ­ຮັບ​ການ​ເຂົ້າ​ພົບ​ປະຂອງ​ທ່ານ​ເຈົ້າ­ແຂວງໜອງ​ຄາຍ

ວັນ​ທີ 5 ສິງ­ຫາ 2013 ນີ້ ສຳ­ນັກ­ງານ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ທ່ານ ສຸ​ກັນ ມະ­ຫາ­ລາດ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ຄະ­ນະ ໄດ້​ໃຫ້­ການຕ້ອນ­ຮັບ​ທ່ານ ວິ­ລັດ ລິ້ມ​ສຸ​ວັດ ເຈົ້າ­ແຂວງ​ໜອງ​ຄາຍ ປະ­ເທດ​ໄທ ພ້ອມ​ດ້ວຍ​ຄະ­ນະ ເນື່ອງ​ໃນ​ໂອກາດ​ເດີນ­ທາງ​ມາ​ພົບ​ປະ ເພື່ອ​ສະເໜີ​ແຜນ​ກະ­ກຽມ​ການ​ຈັດ​ງານສະ­ເຫຼີມ­ສະ­ຫຼອງ ຄົບ­ຮອບ 20 ປີ ການ​ສ້າງ­ຕັ້ງ​ດ່ານ​ສາ­ກົນ​ຂົວ​ມິດຕະ​ພາບ ​ລາວ-ໄທ 1.

ໃນ​ໂອ­ກາດ​ນີ້​ ທ່ານ​ເຈົ້າ​ຄອງນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ໄດ້​ກ່າວຕ້ອນ­ຮັບ​ຢ່າງ​ອົບ​ອຸ່ນ​ຕໍ່​ການ​ເຂົ້າພົບ​ປະ​ຂອງ​ທ່ານ​ເຈົ້າ­ແຂວງ​ໜອງຄາຍ ເຊິ່ງ​ສະ­ແດງ​ອອກ​ເຖິງ​ການຮັດແໜ້ນ​ສາຍ​ພົວ­ພັນ​ມິດ​ຕະພາບ ລະ­ຫວ່າງສອງ​ປະ­ເທດ ເວົ້າ​ສະ­ເພາະ​ກໍ​ແມ່ນແຂວງ​ໜອງຄາຍ ແລະ ນະ­ຄອນ­ຫຼວງ​ວຽງຈັນ​ ໂດຍທັງ​ສອງ​ຝ່າຍກໍ​ໄດ້ຮ່ວມ​ປຶກ­ສາຫາ­ລື​ກ່ຽວ​ກັບ​ການກະ­ກຽມ​ຈັດ​ກິດ­ຈະ­ກຳ​ຕ່າງໆ ເພື່ອ​ສະ­ເຫຼີມ­ສະ­ຫຼອງ ຄົບ­ຮອບ 20 ປີ ການ​ສ້າງ­ຕັ້ງ​ດ້ານ​ສາ­ກົນຂົວ​ມິດ­ຕະ­ພາບ ລາວ-ໄທ 1 ໃຫ້​ມີບັນ­ຍາ­ກາດ​ຟົດ­ຟື້ນ ແລະ ເຕັມໄປ​ດ້ວຍ​ຄວາມ​ໝາຍ​ຄວາມ​ສຳຄັນ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...