Homeຂ່າວພາຍ​ໃນລະເບີດລູກຫວ່ານທີ່ບໍ່ທັນແຕກ ຕົກຄ້າງຢູ່ ສປປ ລາວ ຄາດວ່າມີເຖິງ 80 ລ້ານໜ່ວຍ

ລະເບີດລູກຫວ່ານທີ່ບໍ່ທັນແຕກ ຕົກຄ້າງຢູ່ ສປປ ລາວ ຄາດວ່າມີເຖິງ 80 ລ້ານໜ່ວຍ

Published on

ລະເບີດລູກຫວ່ານທີ່ບໍ່ທັນແຕກ ຕົກຄ້າງຢູ່ ສປປ ລາວ ຄາດວ່າມີເຖິງ 80 ລ້ານໜ່ວຍ

ທ່ານ ພູ​ຂຽວ ຈັນທະ​ສົມບູນ ຫົວໜ້າ​ຫ້ອງການ ຄະນະ​ກຳມະການ​ຄຸ້ມ​ຄອງ​ແຫ່ງ​ຊາດ ເພື່ອ​ແກ້​ໄຂ​ບັນຫາ​ລະເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ຢູ່ ​ສປປ ລາວ (​ຄຊກລ) ໄດ້​ໃຫ້​ຖະແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ ໃນ​ວັນ​ທີ 31 ກໍລະກົດ 2013 ກ່ຽວ​ກັບ​ວັນ​ມີ​ຜົນ​ບັງຄັບ​ໃຊ້​ສົນທິສັນຍາ​ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ລະເບີດ​ລູກ​ຫວ່ານ​ວ່າ: ວັນ​ທີ 1 ສິງຫາ ແມ່ນ​ວັນ​ທີ່​ສົນທິສັນຍາ​ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ລະເບີດ​ລູກ​ຫວ່​​ານ​ມີ​ຜົນ​ບັງຄັບ​ໃຊ້ ຄົບຮອບ 3 ປີ​ເຕັມ.

ໃນ​ວັນ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ ​ສປປ ລາວ ແລະ ບັນດາ​ປະເທດ​ໃນ​ໂລກ ຈະ​ໄດ້​ພ້ອມ​ສະເຫຼີມສະຫຼອງ​ເພື່ອ​ລະນຶກ​ເຖິງ​ຄວາມ​ສຳຄັນ​ຂອງ​ສົນທິສັນຍາ​ດັ່ງກ່າວ ເພື່ອ​ສະແດງ​ເຖິງ​ຄວາມ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ ໃນ​ການ​ປະຕິບັດ​ພັນທະ​ສາກົນ​ຕໍ່​ມວນ​ມະນຸດ​ໃນ​ໂລກ ແນໃສ່​ເຮັດ​ໃຫ້​ໂລກ​ຂອງ​ພວກ​ເຮົາ​ເປັນ​ໂລກ​ແຫ່ງ​ສັນຕິພາບ ສົນທິສັນຍາ​ດັ່ງກ່າວ ໄດ້​ຖືກ​ເຊັນ​ຮັບຮອງ​ໃນ​ປີ 2008 ຢູ່​ທີ່​ກຸງ​ດັບ​ບຼິນ ປະເທດ​ໄອ​ແລນ ໄດ້​ຖືກ​ປະກາດ​ໃຫ້​ມີ​ຜົນ​ບັງຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 1 ສິງຫາ 2010 ເປັນຕົ້ນ​ມາ.

ສຳລັບ ​ສປປ ລາວ ຄາດ​ວ່າ ລະເບີດ​ລູກ​ຫວ່ານ​ທີ່​ບໍ່​ທັນ​ແຕກ​ຕົກ​ຄ້າງ​ມີ​ເຖິງ 80 ລ້ານ​ໜ່ວຍ ຊຶ່ງ​ຕົກ​ຄ້າງ​ຢູ່ 14 ແຂວງ 98 ເມືອງ ກວມ 25 ສ່ວນ​ຮ້ອຍ ຂອງ​ບັນດາ​ບ້ານ​ໃນ​ທົ່ວ​ປະເທດ ສະເພາະ 46 ເມືອງ​ທີ່​ທຸກ​ຍາກ​ທີ່​ສຸດ​ນັ້ນ ກໍ​ມີ​ລະເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ​ຢູ່ 41 ເມືອງ ດ້ວຍ​ປະໂຫຍດ​ຂອງ​ສົນທິສັນຍາ​ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ລະເບີດ​ລູກ​ຫວ່ານ​ໃນ 6 ເດືອນ​ຕົ້ນ​ປີ 2013 ພວກ​ເຮົາ​ກວດ​ກູ້​ເນື້ອທີ່​ໄດ້ 1.880 ເຮັກຕາ ທຳລາຍ​ລະເບີດ​ບໍ່​ທັນ​ແຕກ​ໄດ້ 37.127 ໜ່ວຍ ໃນ​ນັ້ນ ລະເບີດ​ລູກ​ຫວ່ານ​ມີ 20.809 ໜ່ວຍ ບົມ​ໃຫຍ່ 136 ໜ່ວຍ ມິນ 22 ໜ່ວຍ (ຕົວ​ເລກ​ນີ້​ແມ່ນ​ນັບ​ແຕ່​ວັນ​ທີ 1 ມັງກອນ ຮອດ 18 ກໍລະກົດ 2013 ຊຶ່ງ​ຍັງ​ບໍ່​ໄດ້​ລວມ​ຕົວ​ເລກ​ລາຍ​ງານ​ຈາກ​ບໍລິສັດ​ເກັບ​ກູ້ ​ລບຕ ເທື່ອ).

ແຕ່​ນີ້​ເຖິງ​ປີ 2015 ວຽກ​ງານ​ແກ້​ໄຂ​ບັນຫາ​ລະເບີດ​ບໍ່​ທັນ​ແຕກ ຈະ​ເປັນ​ບາດກ້າວ​ທີ່​ມີ​ຄວາມ​ທ້າ​ທາຍ​ອັນ​ໃໝ່ ທີ່​ໜັກໜ່ວງ​ກວ່າ​ເກົ່າ ເຊິ່ງ​ຮຽກຮ້ອງ​ການ​ປະກອບສ່ວນ​ຊ່ວຍເຫຼືອ​ຈາກ​ບັນດາ​ປະເທດ​ຜູ້​ໃຫ້​ທຶນ ອົງ​ການຈັດຕັ້ງ​ສາກົນ ແລະ ພາກສ່ວນ​ກ່ຽວຂ້ອງ​ຕ່າງໆ​ພາຍ​ໃນ​ປະເທດ ເພື່ອ​ໃຫ້ການ​ຊຸກຍູ້​ວຽກ​ງານ​ແກ້​ໄຂ​ບັນຫາ​ລະເບີດ​ທີ່​ບໍ່​ທັນ​ແຕກ ໃຫ້​ບັນລຸ​ຕາມ​ຄາດໝາຍ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...