Homeຂ່າວພາຍ​ໃນສະຫວັນນະເຂດ ກຽມກໍ່ສ້າງອ່າງເກັບນ້ຳຢູ່ເຂດບຶງວະ ບ້ານສະໜາມໄຊ ແລະ ຫລັກ 9

ສະຫວັນນະເຂດ ກຽມກໍ່ສ້າງອ່າງເກັບນ້ຳຢູ່ເຂດບຶງວະ ບ້ານສະໜາມໄຊ ແລະ ຫລັກ 9

Published on

271

ຂປລ.ອ່າງ​ເກັບ​ນ້ຳສູງ​ ຢູ່​ບ້ານ​ສະໜາມ​ໄຊ​ ເຂດ​ບຶງ​ວະ ​ແລະ ຫລັກ 9 ​​ເມືອງ​ໄກສອນ​ພົມວິຫານ​ ແຂວງສະຫວັນ​ນະ​ເຂດ ຈະ​ໄດ້​ລົງມື​ກໍ່ສ້າງ​ ອີກ​ບໍ່​ດົນ​ນີ້​ ຫລັງ​​ເປີດ​ການ​ປະມູນ ​ກໍ່ສ້າງ​ແລ້ວ​ ກາງ​ເດືອນ​ນີ້​ ​ແລະ ຖ້າ​ສຳ​ເລັດ​ການ​ກໍ່ສ້າງ​ ຈະ​ສາມາດ​ ສະໜອງ​ນ້ຳບໍລິ​ໂພ​ກ ​ໃຫ້​ແກ່​ປະຊາຊົນ ​ເມືອງ​ດັ່ງກ່າວ​ ໄດ້​ຢ່າງ​ພຽງພໍ​ ໃນ​ອະນາ​ຄົດ.

​ແຫ​ລ່ງຂ່າວ​ຈາກ​ແຂວງ​ສະຫວັນ​ນະ​ເຂດ ລາ​ຍງານ​ວ່າ: ຄະນະ​ກຳມະການ ​ປະມູນ​ບໍ​ລິສັດນ້ຳປະປາ ສະຫວັນ-ດີ​ເຄ​ເອວ​ເອສ ຈຳກັດໄດ້​​ເປີດ​ຊອງ​ ປະມູນ​ປະກວດລາຄາ​2 ໜ້າ​ວຽກ​ຂອງ​ໂຄງການ​ ກໍ່ສ້າງ​ອ່າງ​ເກັບ​ນ້ຳ​ 2 ອ່າງ, ຕອກ​​ເສົາ​ເຂັມ ​​ອ່າງ​ເກັບ​ນ້ຳ​ ຢູ່​ເຂ​ດບຶງ​ວະ ບ້າ​ນສະ​ໜາມ​ໄຊ ​ແລະ​ ​ເສົາ​ເຂັມຂອງ2 ອ່າງ​ເກັບນ້ຳຫລັກ​ 9 ໂດຍແຕ່​ລະ​ອ່າງ ​​ບັນຈຸ​ນ້ຳ​ໄດ້ 2.500 ​ແມັດ​ກ້ອນ.​ ສຳລັບ​ການ​ກໍ່ສ້າງ​ ອ່າງ​ເກັບ​ນ້ຳນັ້ນ ​ມີ​ 2 ​ບໍລິສັດ​ຮ່ວມ​ປະມູນ ຄືບໍລິສດ ລ່ຽມມະນີ​ແສງ​ກໍ່ສ້າງຈຳກັດ ​ແລະ ​ບໍລິສັດ PML ກໍ່ສ້າງ​ຈຳກັດ. ຂະນະ​ທີ່​ວຽກ​ກົນ​ຈັກ ​ແລະ​ໄຟຟ້າ​ ມີ 1 ບໍລິສັດ​ຄືບໍ​ສັດ ​ໂຊນ​ແອ ຈຳກັດ ​ປະ​ເທດ​ມາ​ເລ​ເຊຍ. ສ່ວນ​ການ​ຕອກ​ເສົາ​ເຂັມ​ ອ່າງ​ເກັບ​ນ້ຳ​ ເຂດ​ບຶງ​ວະ​2 ອ່າງ ​ແລະ​ ເສົາ​ ເຂັມ​ 2 ​ອ່າງ​ເກັບ​ນ້ຳຢູ່ເຂດ​ຫລັກ 9 ມີ​ 3 ​ບໍລິສັດ ຄືບໍລິສັດລ່ຽມມະນີ​​ແສງ ກໍ່ສ້າງ​ຈຳກັດ,​ ບໍລິສັດ PML ກໍ່ສ້າງ​ຈຳກັດ ​ແລະ​ ວິ​ສາ​ຫະກິດ​ກໍ່ສ້າງ​ ຈັນ​ດາລາ​ ເຂົ້າ​ຮ່ວມ​ປະມູນ.

ລັດຖະບານລາວ ​ແລະ​ ບໍລິສັດ​ນ້ຳ​ປະປາ ສະຫວັນ-ດີ ​ເຄ​ເອວ​ເອສ ຈຳກັດ ​ມີ​ແຜນ​ຮັບປະກັນ ​ການ​ສະໜອງ​ນ້ຳ ​ຢ່າງໝັ້ນຄົງ​ ໃນ​ອະນາຄົດ​ຢູ່​ຕົວ​ເມືອງ ​ເຊ່ິງການ​ກໍ່ສ້າງ​ອ່າງ​ເກັບ​ນ້ຳ​ 2 ​ໜ່ວຍ​ຢູ່​ເຂດ​ບຶງ​ວະ ​ບ້ານ​ສະໜາມ​ໄຊ​ ແມ່ນ​ໜ່ຶງ​ໃນ​ແຜນການ​ດັ່ງກ່າວ. ຂະນະ​ທີ່ 2 ອ່າງ​ເກັບ​ນ້ຳ​ເຂດ​ຫັກ 9 ຈະກໍ່ສ້າງ​ໃນ​ອະນາຄົດ, ​ແຕ່​ການຕອກເສົາ​ເຂັມ​ 2 ​ອ່າງ​ນີ້​ຕ້ອງ​ໄດ້​ປະຕິບັດ​​ໃນ​ເວລາ​ດຽວ​ກັນ​. ທັງ​ນີ້​ອ່າງ​ເກັບ​ນ້ຳ​ທັງ 2 ​ແຫ່ງ​ນີ້ຈະ​ສາມາດ ຮັບຮອງ​ການ​ເຕີບ​ໃຫຍ່​ ຂະຫຍາຍຕົວ​ຂອງ​ເສດຖະກິດ ​ກໍ​ຄື​ການ​ເພີ່ມ​ຂຶ້ນ ​ຂອງ​ພົນລະ​ເມ​ືອ​ງ ໃນ​ອະນາຄົດ​ກໍ​ຄືການ​ພັດ​ທະນາ ​ເຂດ​ເສດຖະກິດ ​ພິ​ເສດ, ເຂດ​ອຸດສາຫະກຳ ​ແລະ​ ເຂດ​ການ​ຄ້າ​ອ້ອມ​ຂ້າງ.

ຂອບໃຈຂ່າວຈາກ:
ຂປລ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...