spot_img
Homeລົດຍົນ-ຍານພາຫະນະເດີ ພິດຊາ ຄອມປານີ ແລະ ສະເວັນເຊັ້ນ ລາວ ມອບລາງວັນລົດໃຫຍ່ໃຫ້ແກ່ຜູ້ໂຊກດີ

ເດີ ພິດຊາ ຄອມປານີ ແລະ ສະເວັນເຊັ້ນ ລາວ ມອບລາງວັນລົດໃຫຍ່ໃຫ້ແກ່ຜູ້ໂຊກດີ

Published on

ເດີ ພິດຊາ ຄອມປານີ ແລະ ສະເວັນເຊັ້ນ ລາວ ມອບລາງວັນລົດໃຫຍ່ໃຫ້ແກ່ຜູ້ໂຊກດີ

ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງ​ຄົບຮອບ 3 ປີ​ຂອງ​ຮ້ານ ເດີ ພິດ​ຊາ ຄອມ​ປານີ ແລະ ສະ​ເວັນ​ເຊັ້ນ ລາວ ໃນ​ອາທິດ​ຜ່ານ​ມາ​ນີ້ ທາງ​ຮ້ານ ເດີ ພິດ​ຊາ ຄອມ​ປານີ ແລະ ສະ​ເວັນ​ເຊັ້ນ ລາວ ໄດ້​ມີ​ການ​ຈັບ​ລາງວັນ​ຄືນ​ກຳໄລ​ໃຫ້​ແກ່​ລູກ​ຄ້າ​ຂຶ້ນ ໂດຍ​ເປັນ​ປະທານ​ຂອງ​ທ່ານ ວິລະ​ໄຊ ສີ​ຫາ​ຈັກ ຜູ້​ຈັດການ​ບໍລິສັດ ເອັກ​​ສ​ເປຼດ​ຟູດ ກຣຸບ ຕາງໜ້າ​ໃຫ່​ແກ່​ຮ້ານ​ເດິ ພິດ​ຊາ ຄອມ​ປານີ ແລະ ສະ​ເວັນ​ເຊັ້ນ ລາວ ມີ​ບັນດາ​ແຂກ​ພາກສ່ວນ​ທີ່​ກ່ຽວຂ້ອງ ແລະ ລູກ​ຄ້າ​ຂອງ​ຮ້ານ ເຂົ້າ​ຮ່ວມ​ຢ່າງ​ຫຼວງຫຼາຍ.

ພາຍ​ໃນ​ງານ​ໄດ້​ມີ​ກິດຈະກຳ​ຫຼາຍ​ຢ່າງ ມີ​ການ​ເດີນ​ໂຊ​ເຄື່ອງນຸ່ງ​ພະນັກງານ​ຮ້ານ ແລະ ແປ້ງ​ພິດ​ຊ່າ​ສູດ​ໃໝ່ ມີ​ການ​ແຂ່ງຂັນ​ກິນ​ພິດ​ຊາ ແລະ ກະ​ແລັມ​ໄວ ມີ​ຜູ້​ເຂົ້າ​ແຂ່ງຂັນ 5 ຄົນ ໄດ້​ທີ 1 ແມ່ນ​ທ້າວ ລີ້ ພະນັກງານ​ຢາ​ມາ​ຮາ​ໄອ​ມິວ​ສິກ ໄດ້​ລາງວັນ​ເປັນ​ແທບ​ເລັດ 1 ເຄື່ອງ ຈາກ​ນັ້ນ​ກໍ​ໄດ້​ມີ​ການ​ຈັບ​ລາງວັນ​ປະເພດ​ຕ່າງໆ​ຈາກ​ຮ້ານ ມີ​ລາງວັນ​ໃຫຍ່​ເປັນ​ລົດ​ເກັງ​ຟອດ ເຟດ​ຕາ 1 ຄັນ ເຊິ່ງ​ລວມ​ມີ​ມູນ​ຄ່າ​ຫຼາຍ​ກວ່າ 400 ລ້ານ​ກວ່າ​ກີບ.

ຜູ້​ໂຊກ​ດີ​ທີ່​ໄດ້​ຮັບ​ລາງວັນ​ທີ 1 ເປັນ​ລົດ​ເກັງ​ຟອດ ເຟດ​ຕາ 1 ຄັນ ມູນ​ຄ່າ 190 ລ້ານ​ກວ່າ​ກີບ ຫຼື ປະມານ 25.000 ໂດ​ລາ​ສະຫະລັດ ໄດ້ແກ່​ທ້າວ ແຈກ ບ້ານ​ດົງ​ປ່າ​ແລບ ລາງວັນ​ທີ 2 ໂທລະສັບ​ຊຳ​ຊຸງ​ກາ​ແລກ​ຊີ S3 ມີ 2 ລາງວັນ ລາງວັນ​ທີ 3 ມີ 1 ລາງວັນ ເປັນ​ເຄື່ອງ​ອັດ​ເອກະສານ​ສຳລັບ​ຫ້ອງການ 1 ເຄື່ອງ ລາງວັນ​ທີ 4 ມີ 2 ລາງວັນ ເປັນ​ຄອມ​ພິວ​ເຕີ​ແລບ​ທອບ​ເດວ ລາງວັນ​ທີ 5 ມີ 3 ລາງວັນ ເປັນ​ບັນຊີ​ເງິນ​ຝາກ​ຈາກ​ທະນາຄານ​ຝຣັ່ງ​ບັນຊີ​ລະ 300 ໂດ​ລາ​ສະຫະລັດ ລາງວັນ​ທີ 6 ມີ 1 ລາງວັນ ປີ້​ຍົນ​ໄປ​ກັບ ສິງກະໂປ 1 ລາງວັນ.

ນອກຈາກ​ນີ້​ຍັງ​ມີ​ລາງວັນ​ຈັບ​ສະຫຼາກ​ຈາກ​ຜູ້​ທີ່​ມາ​ລົງທະບຽນ 30 ນາທີ​ທຳ​ອິດ​ຂອງ​ການ​ເປີດ​ງານ ເປັນ​ລາງວັນ​ຄອມ​ພິວ​ເຕີ​ໂນດ​ບຸກ 1 ລາງວັນ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...