Homeຂ່າວທ້ອງຖິ່ນກະສິກອນ ເມືອງວິລະບູລີ ປັກດຳນາປີໄດ້ແລ້ວ 40%

ກະສິກອນ ເມືອງວິລະບູລີ ປັກດຳນາປີໄດ້ແລ້ວ 40%

Published on

273

ຂປລ.​ ເຖິງ​ວ່າການຜະລິດນາປີ ຂອງປະຊາຊົນ ເມືອງວິລະບູລີ ແຂວງສະຫວັນນະເຂດ ພົບບັນຫາ​ ແຫ້ງ​ແລ້ງ ​ເນື່ອງຈາກຝົນບ່ໍຕົກ ຕາມລະດູການ, ແຕ່ຫລັງ​ເຈົ້າໜ້າ​ທີ່ຫ້ອງການ ກະສິກຳປ່າໄມ້ ເມືອງດັ່ງກ່າວ ພ້ອມດ້ວຍວິຊາການ ແນະນຳໃຫ້ຄວາມຮູ້ ເຕັກນິກວິຊາການ ແລະ ຊຸກ​ຍູ້​ແນະນຳ ​ການ​ແກ້​ໄຂ​ບັນ​ຫາດັ່ງ​ກ່າວ ຈ່ຶງເຮັດໃຫ້ການຜະລິດເຂົ້ານາປີ ໄປຕາມແຜນການທີ່ວາງໄວ້.

ຜູ້​ສື່​ຂ່າວ​ແຂວງ​ສະຫວັນ​ນະ​ເຂດ ລາຍ​ງານ​ວ່າ:ມາ​ຮອດກາງເດືອນກໍລະກົດນີ້,ຊາວນາ​ເມືອງ​ວິລະ​ບູລີ​ໄດ້ປັກດຳສຳເລັດແລ້ວ 40 % ຫລື ກວ່າ 1.600 ເຮັກຕາຂອງເນື້ອທີ່ ນາປັກດຳ 4.600 ກວ່າເຮັກຕາ ​ແລະ ຊາວນາສ່ວນຫລາຍ ໄດ້ນຳໃຊ້ແນວພັນເຂົ້າປັບປຸງ ແທນແນວພັນເຂ້ົາດັ້ງເດີມ ​ໂດຍຄາດ​ວ່າການ​ປັກ​ດຳຈະສຳເລັດ 100% ໃນທ້າຍ ເດືອນນີ້.

ນອກຈາກປູກເຂ້ົາແລ້ວ, ປະຊາຊົນເມືອງວິລະບູລີ ຍັງໄດ້ປູກພືດ​ໃນລະດູຝົນ ແລະ ລ້ຽງສັດເປັນຕົ້ນປູກສາລີ, ໝາກເຜັດ, ໝາກເຂືອ, ໝາກເລ່ັນ ແລະ ພືດຜັກຊະນິດ ເພື່ອເປັນການແກ້ໄຂ ຊີວິດການເປັນຢູ່ ທັງສ້າງລາຍຮັບ​ ເຂົ້າແກ່ຄອບຄົວ ສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ຜະລິດເປັນສິນຄ້າ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...